|

(ຮູບປະກອບ)
ໂຄງການພຸດທະສາດສະໜາ ເພື່ອການພັດທະນາ
ອັນເນື່ອງຈາກການປ່ຽນແປງຄັ້ງຍິ່ງໃຫຍ່ໃນຍຸກໂລກາພິວັດ
ແລະ ຄວາມທັນສະໄໝ
ບັນຫາຄວາມຫຍຸ້ງຍາກຕ່າງໆທີ່ສັບຊ້ອນ
ຍິ່ງເພີ່ມທະວີຄວາມຮຸນແຮງຂື້ນໃນສັງຄົມ ເຊັ່ນ:
ຄວາມທຸກຍາກ ບັນຫາຢາເສບຕິດ ເອດ
ສິ່ງແວດລ້ອມຖືກທຳລາຍ ການຄ້າມະນຸດ ແລະອື່ນໆ
ດັ່ງນັ້ນ, ພຣະສົງຈຳນວນໜື່ງເຫັນບັນຫາ
ດັ່ງກ່າວ ພ້ອມທັງມີຄວາມເຊື່ອສູງວ່າ
ຖ້ານຳເອົາແນວຄິດພັດທະນາແບບພຸດ
ທີ່ຕັ້ງຢູ່ໃນຮາກຖານຂອງສິລະທັມ ຈະຣິຍະທັມ
ສັມມາອາຊີບ ກຸ້ມຕົນເອງ
ຮູ້ແບ່ງປັນສາມັກຄີຮັກແພງກັນ
ກໍສາມາດຫຼຸດຜ່ອນບັນຫາດັ່ງກ່າວນີ້ລົງໄດ້ໃນລະດັບໜື່ງ
ໄດ້ມີ ນະໂຍບາຍການພັດທະນາຢ່າງຮອບດ້ານ ໂດຍມີການຊຸກຍູ້ທາງດ້ານເສດຖະກິດ
ແລະ ການສຶກສາສະໄໝໃໝ່ ສະນັ້ນ ເພື່ອໃຫ້ປະຊາຊົນ
ນັກຮຽນ ນັກສຶກສາ ໄດ້ຮັບຂໍ້ມູນຂ່າວສານໃຫ້ທົ່ວເຖິງກັນ
ໃນປີ 2003 ຄະນະພຣະສົງດັ່ງກ່າວ ຈຶ່ງໄດ້
ຮ່ວມກັນຈັດຕັ້ງໂຄງການດັ່ງກ່າວນີ້ຂື້ນມາປະຕິບັດ
ໂດຍໄດ້ຮັບອະນຸຍາດຈາກສູນກາງແນວລາວສ້າງຊາດ ເລກທີ
253/ສນຊ ຄັ້ງວັນທີ 23/3/2003.
* ຈຸດປະສົງຂອງໂຄງການ:
- ເພື່ອສ້າງພຣະວິປັດສານາຈານ ແລະ
ມີສູນປະຕິບັດທຳໃນການເຝິກອົບຮົມໃຫ້
ພຸດທະບໍລິສັດ ແລະ ຜູ້ສົນໃຈ
- ສ້າງໃຫ້ເດັກເຍົາວະຊົນໃນໂຮງຮຽນ
ສູນບຳບັດຜູ້ເສບຢາເສບຕິດ ແລະ
ສູນຄົນພິການທົ່ງປົ່ງໃຫ້ມີສິລະທຳ ແລະ
ປອດອະບາຍຍະມຸກ
- ເພື່ອສ້າງຊຸມຊົນຕົວຢ່າງໃນການພັດທະນາແບບຍືນຍົງ
- ເພື່ອສ້າງສື່ເຜີຍແຜ່ສິລະທັມ ແລະ
ປະຍຸກທຳມະພັດທະນາສັງຄົມ
- ເພື່ອຂະຫຍາຍ ແລະ
ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ
- ເພື່ອລະດົມທຶນທັງພາຍໃນ ແລະ ຕ່າງປະເທດ
ມາໃຫ້ພຽງພໍຕໍ່ການດຳເນີນງານກິດຈະກຳ
-
ສາມາດສ້າງອາສາສະໝັກເຂົ້າມາມີສ່ວນຮ່ວມເຮັດວຽກເພື່ອສັງຄົມ.
* ກິດຈະກຳ:
ໃນການເຄື່ອນໄຫວກິດຈະກຳ ໄດ້ແບ່ງອອກເປັນ 6
ໜ່ວຍງານໃຫຍ່ ແລະ 1 ໜ່ວຍງານເຄືອຂ່າຍ ຄື:
ໜ່ວຍງານ ວິປັດສະນາກັມມະຖານ
ໜ່ວຍງານທັມມະສັນຈອນ ໜ່ວຍງານພັດທະນາຊຸມຊົນ
ໜ່ວຍງານສື່ ແລະ ປະຊາສຳພັນ ໜ່ວຍງານເມດຕາທັມ
(ໃນນີ້ມີ 1 ໜ່ວຍງານເຄືອຂ່າຍ) ແລະ
ໜ່ວຍງານເຝິກອົບຮົມວິຊາການ.
ຈາກການປະຕິບັດວຽກງານຕົວຈິງໄລຍະຜ່ານມາ ໂດຍເລັ່ງໃສ່ແຕ່ລະດ້ານ
ຄື:
+ ໜ່ວຍງານວິປັສສະນາກັມມະຖານ: ໄດ້ນຳພາພຣະສົງສາມະເນນລົງສູ່ພື້ນທີ່ປະຕິບັດຕົວຈິງ
ປະສານສົມທົບກັບການຮຽນ ເຊັ່ນ:
ປະຕິບັດວິປັສສະນາກັມມະຖານ ໃນນະຄອນຫຼວງແຕ່ລະປະເທດ
ຈຳນວນ 15 ຄັ້ງ ມີຜູ້ເຂົ້າຮ່ວມ 5.650 ທ່ານ
ພຣະສົງສາມະເນນ ແມ່ຂາວ 652 ອົງ
ສ້າງງທິມພຣະວິປັສສະນາຈານຮຸ່ນໃໝ່ໄດ້ຈຳນວນ 8
ອົງ.
+ ໜ່ວຍງານທັມມະສັນຈອນ:
- ລົງສອນສິລະທັມ ໃນໂຮງຮຽນໄດ້ 51 ແຫ່ງ ແລະ
ບໍລິການຊຸມຊົນ 6 ແຫ່ງ 2.093 ຄົນ
- ປູກຕົ້ນໄມ້ 5 ໂຮງຮຽນ ໄດ້ 251 ເບ້ຍ
- ເຮັດບຸນໂຮງຮຽນ 5 ແຫ່ງ ຜູ້ເຂົ້າຮ່ວມ
6.350 ຄົນ ໄດ້ເງິນ 27 ລ້ານກີບ
- ຈັດງານບວດບ້ານ 1 ຄັ້ງ ພຣະ 41 ອົງ ແລະ
ຄາຣະວາດເຂົ້າຮ່ວມ 110 ຄົນ
- ເຝິກອົບຮົມ 3 ຄັ້ງ 67 ອົງ ມີຄາຣະວາດ 5
ທ່ານ
- ຈັດປະຊຸມ 3 ຄັ້ງ ມີຜູ້ເຂົ້າຮ່ວມ 212 ອົງ
- ເຂົ້າຮ່ວມບຸນນະມັດສະການ ພຣະທາດຫຼວງ 1
ຄັ້ງ
- ສ້າງເຄື່ອງມືເຜີຍແຜ່ ຮີດ 12 ເປັນ MP3 1
ຊຸດ
- ອອກຂ່າວວິທະຍຸ 5 ຄັ້ງ ແລະ
ຂຽນຂ່າວອອກໜັງສືພິມ 20 ບົດ
- ອົບຮົມສິລະທັມ ຈາຣິຍະທັມ
ມາລະຍາດທາງສັງຄົມຢູ່ສູນສະຫງ່າ
ລວມທັງຜູ້ທີ່ກຳລັງບຳບັດ ແລະ ຖືກປົດປ່ອຍ
ຈາກສູນ 60 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ
48.000 ເທື່ອຄົນ (ຍິງ 1.800 ເທື່ອຄົນ)
- ອົບຮົມສິລະທັມ ຈາຣິຍະທັມ
ມາລະຍາດທາງສັງຄົມຢູ່ສູນຊຳເຄ້ 1 ຄັ້ງ
ມີຜູ້ເຂົ້າຮ່ວມທັງໝົດ 300 ຄົນ (ຍິງ 120
ຄົນ)
- ອົບຮົມສິລະທັມ ຢູ່ໂຮງຮຽນເມືອງນາຊາຍທອງ 7
ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 7.560 ຄົນ (ຍິງ
3.800 ຄົນ)
+ ໜ່ວຍງານພັດທະນາຊຸມຊົນ:
- ສ້າງສູນພັດທະນາຊຸມຊົນ 3 ຈຸດ ໃນ 3 ແຂວງ ເຊັ່ນ:
ນະຄອນຫຼວງ ແຂວງຄຳມ່ວນ ແລະ ແຂວງສາລະວັນ.
+ ໜ່ວຍງານເມດຕາທັມ:
- ຈັດອົບຮົມການເປັນຜູ້ນຳຊຸມຊົນ 5 ບ້ານ ( 5
ວັດ)
-
ສອນທັກສະຊີວິດຊາວພຸດໃຫ້ແກ່ໂຮງຮຽນມັດທະຍົມໃນນະຄອນຫຼວງ
ແລະ ຕ່າງປະເທດ
- ສ້າງອາຊີບແກ່ຜູ້ຕິດເຊື້ອ HIV
- ອົບຮົມ ແລະຊ່ວຍເຫຼືອຜູ້ຕິດເຊື້ອ HIV
+ ໜ່ວຍງານເຝິກອົບຮົມ:
- ໂຄງການພຸດທະສາດສະໜາເພື່ອການພັດທະນາ
ຈັດເຝິກອົບຮົມໄດ້ 4
ຮຸ່ນລວມຜູ້ເຂົ້າຮ່ວມທັງໝົດ 108 ທ່ານ (ພຣະ
82 ອົງ ສາມະເນນ 12 ອົງ ແມ່ຂາວ 8 ອົງ
ຄາຣະວາດຊາຍ 2 ທ່ານ ແລະ ຄາຣະວາດຍິງ 4 ທ່ານ)
ຈາກສິດເກົ່າທັງ 4 ຮຸ່ນ ສິດເກົ່າສ່ວນໃຫຍ່ ແມ່ນສາມາດດຳເນີນໂຄງການດ້ວຍຕົນເອງ
ແລະ ມີສິດເກົ່າຈຳນວນໄດ້ຂໍທຶນສະໜັບສະໜູນຈາກ
ຄ.ພ.ພ
ລວມສິດເກົ່າທີ່ໄດ້ທຶນສະໜັບສະໜູນຈາກໂຄງການທັງໝົດ
18 ໂຄງການ ປະກອບມີຫຼານດ້ານ ເຊັ່ນ:
ດ້ານວຽກງານການສົ່ງເສີມກະສິກຳ
ດ້ານການເຜີຍແຜ່ສິລະທັມແກ່ເດັກນ້ອຍເຍົາວະຊົນ
ງານວິປັດສະນາກັມມະຖານ ແລະ
ດ້ານການພັດທະນາຊຸມຊົນ.
- ເຝິກອົບຮົມຊາວໜຸ່ມອາສາສະໝັກໄດ້ 2 ຮຸ່ນ (ຮຸ່ນ
1 ໄດ້ 15 ຄົນ ແລະ ຮຸ່ນ 2 ໄດ້ 15 ຄົນ) ເຝິກອົບຮົມການຂຽນບົດຄວາມ
ແລະ ການຈັດລາຍການວິທະຍຸ 1 ຄັ້ງ
ຈັດລາຍການວິທະຍຸວັນອາທິດ 1 ລາຍການ
- ຕິດຕາມປະຊຸມສິດເກົ່າ ປີລະ 1 ຄັ້ງ ໃນທົ່ວປະເທດ
- ປະຊຸມສິດເກົ່າປີລະ 1 ຄັ້ງ 3 ຈຸດ (ນະຄອນຫຼວງ
ຫຼວງພະບາງ ແລະສາລະວັນ)
+ ການປະສານງານກັບພາກສ່ວນພາຍໃນ ແລະຕ່າງປະເທດ:
- ປະສານງານພາຍໃນດ້ານການລະດົມທຶນ ແລະ
ວິຊາການ ເຊັ່ນ:
ສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ
ສູນອົບຮົມຮ່ວມພັດທະນາ
ສູນພັດທະນາການສຶກສາສຳລັບເດັກ
ສູນເດັກນ້ອຍດອນກອຍ ບໍລິສັດດອກເກດ...
- ການປະສານງານກັບອົງການເສມສິກຂາໄລ (ປະເທດໄທ)
ທາງດ້ານການລະດົມທຶນຈາກຕ່າງປະເທດ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
2-3/2/2010 |