|

ນັບແຕ່ສົກຮຽນ 2007-2008 ໂຮງຮຽນສ້າງຄູພະລະສຶກສາ ໄດ້ມີການປັບປຸງລະບົບການບໍລິຫານຮອບດ້ານ
ແລະ
ວາງແຜນພັດທະນາ 5 ປີ ຄັ້ງທີ 1 (2007-2012
ໃນນັ້ນແມ່ນການປັບປຸງຫຼັກສູດ ລະບົບ 11+3 ມາເປັນ
11+2 ແລະ
ສ້າງພື້ນຖານເງື່ອນໄຂ ເພື່ອຍົກໂຮງຮຽນໃຫ້ເປັນວິທະຍາໄລໃນປີ 1012.
ການຍົກຖານະເປັນວິທະຍາໄລພະລະສຶກສາ ຈະເຮັດໃຫ້ວຽກງານດັ່ງກ່າວມີການຂະຫຍາຍຕົວບຸກຄະລາກອນທາງ
ດ້ານພະລະສຶກສາ ມີໂອກາດຍົກລະດັັບຄວາມຮູ້ຄວາມສາມາດ ແລະ ພັດທະນາຕົນເອງ ຕາມການຂະຫຍາຍຕົວຂອງ
ເສດຖະກິດສັງຄົມໃນປັດຈຸບັນ ມີຄວາມຮຽກຮ້ອງຕ້ອງການ ຄູ ນັກວິຊາການພະລະສຶກສາ ເຂົ້າສັງກັດໃນບັນດາຂະແໜງ
ການຕ່າງໆ ທັງພາກລັດ ແລະ ເອກະຊົນ ອີກປະການໜຶ່ງ ຄູ ນັກວິຊາການພະລະສຶກສານີ້ ແມ່ນມີສ່ວນສຳຄັນເປັນເຈົ້າ
ການໃນການສ້າງຂະບວນການກິດຈະກຳການເຄື່ອນໄຫວຕ່າງໆ.
ການກ້າວເຂົ້າສູ່ການເປັນວິທະຍາໄລ ແມ່ນຄວາມພະຍາຍາມຂອງການຈັດຕັ້ງກະຊວງສຶກສາ ກໍຄືການປະຕິບັດ 4
ໂຄງການບູລິມະສິດ ໃນແຜນຍຸດທະສາດການປະຕິຮູບ ລະບົບການສຶກສາແຫ່ງຊາດ ໂດຍສະເພາະແຜນພັດທະນາ
ການສຶກສາສົກຮຽນ 2008-2009 ແລະ ມະຕິກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳປີ 2008 ແລະ
ທັງແມ່ນການຕັດສິນໃຈອັນເດັດດ່ຽວຂອງຄະນະພັກ ຄະນະນຳ ພະນັກງານ ຄູ-ອາຈານ ແລະ ນັກຮຽນໃນໂຮງຮຽນສ້າງຄູ
ພະລະສຶກສາ ຈຶ່ງສາມາດປະສົບຜົນສຳເລັດໄດ້.
ພິທີປະກາດເປັນວິທະຍາໄລພະລະສຶກສາ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ 2009 ທີ່ໂຮງຮຽນສ້າງຄູພະລະສຶກ
ສາ (ທົ່ງປົ່ງ) ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມງານໃນຄັ້ງນີ້ ມີທ່ານ ສຈ. ດຣ. ສົມກົດ ມັງໜໍ່ເມກ ລັດຖະມົນຕີວ່າ
ການກະຊວງສຶກສາທິການ ພ້ອມດ້ວຍບັນດາທ່ານຈາກສຳນັກງານ ອົງການ ພະແນກການທີ່ກ່ຽວຂ້ອງ ແຂກຖືກເຊີນ ພະ
ນັກງານ ຄູ-ອາຈານ ພາຍໃນວິທະຍາໄລພະລະສຶກສາ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
02-0-2009 |