|
ກະຊວງສຶກສາທິການໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຕ້ານປະກົດການຫຍໍ້ທໍ້ໃນຂະແຫນງການສຶກສາຂຶ້ນໃນ
ວັນທີ
16
ກໍລະກົດນີ້,
ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ແສງເດືອນ
ຫລ້າຈັນທະບູນ,
ລັດຖະມົນຕີຊ່ວຍວ່າ
ການກະຊວງສຶກສາທິການ ເຊິ່ງມີບັນດາຜູ້ຕາງຫນ້າກະຊວງ
ຕ່າງໆ,
ບັນດາກົມອ້ອມຂ້າງກະຊວງຕະຫລອດຮອດ
ສະມາຄົມໂຮງຮຽນເອກະຊົນ
ແລະ ມູນນິທິການສຶກສາເຂົ້າຮ່ວມ.
ກອງປະຊຸມໄດ້ມີການສະເຫນີບັນຫາ ແລະ
ວິທີການແກ້ໄຂກ່ຽວກັບການປອມແປງໃບປະກາດຈົບຊັ້ນມັດທະຍົມປາຍ,
ບັນຫາ ແລະ
ວິທີແກ້ໄຂກ່ຽວກັບການປອມແປງໃບປະກາສະນີຍະບັດຂອງມະຫາວິທະຍາໄລແຫ່ງຊາດ,
ສະເຫນີບັນຫາ ແລະ
ວິທີແກ້ໄຂກ່ຽວກັບການສັບຊ້ອນ ແລະ
ການສອບເສັງຄັດເລືອກນັກຮຽນເຂົ້າຮຽນສາຍອາຊີວະສຶກສາ
ແລະ ມະຫາວິທະຍາໄລ ທັງພາຍໃນ ແລະ ຕ່າງປະເທດ,
ບັນຫາ ແລະ
ວິທີການແກ້ໄຂກ່ຽວກັບການຄຸ້ມຄອງການສຶກສາ
ພາກເອກະຊົນ ແລະ ແກ້ໄຂກ່ຽວກັບປະກົດການຫຍໍ້ທໍ້ຂອງນັກຮຽນນັກສຶກສາຢູ່ນະຄອນຫລວງວຽງຈັນ,
ນອກຈາກນັ້ນກໍ່ຍັງ
ຈະໄດ້ປຶກສາຫາລືຊ່ວຍແກ້ໄຂບັນຫາປະກົດການນັກຮຽນຕິດເກມ,
ມົ້ວສຸມຢາເສບຕິດ ແລະ ເຂົ້າຮ້ານບັນເທີງ ແລະ
ອື່ນໆ.
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
28-07-2008 |