|
ເພື່ອຕອບສະໜອງຕໍ່ການສະເໜີຂອງທ່ານນາຍົກລັດຖະມົນຕີ
ແຫ່ງ ສປປ ລາວ ທີ່ສະເໜີຂໍການຊ່ວຍເຫຼືອໃຫ້ແກ່
ມະຫະວິທະຍາໄລຈຳປາສັກ
ນຳທ່ານປະທານອົງການທະນາຄານພັດທະນາອາຊີ ໃນກອງປະຊຸມ
ASIAN SUMMIT ທີ່ນະຄອນຫຼວງວຽງຈັນ
ຜ່ານມາທະນາຄານພັດທະນາອາຊີ ໄດ້ມີແຜນການໃນການກະກຽມແຜນຍຸດທະສາດ
ເພື່ອຊ່ວຍ ເຫຼືອທຸກຂະແໜງການທີ່ກ່ຽວຂ້ອງໃນ
ສປປ ລາວ ເວົ້າລວມ ເວົ້າສະເພາະໃນຂະແໜງການສຶກສາ
ຊຶ່ງໃນນັ້ນກໍມີການ
ກະກຽມການຊ່ວຍເຫຼືອດ້ານງົບປະມານໃຫ້ແກ່ຂົງເຂດການສຶກສາຊັ້ນສູງ
ທີ່ຜ່ານມາທະນາຄານພັດທະນາອາຊີໄດ້ມີການຈັດ
ກອງປະຊຸມ ຮ່ວມກັບຂະແໜງການສຶກສາ (The
Education and Sector Working Group (ESWG)
ໃນວັນທີ 13 ແລະ ວັນທີ 16 ພຶດສະພາ 2008
ໃນກອງປະຊຸມທັງ 2 ຄັ້ງນີ້ ໄດ້ມີການຄົ້ນຄ້ວາປຶກສາຫາລືໃນສ່ວນວຽກງານທີ່ພົວພັນກັບຂະແໜງການສຶກສາຊັ້ນສູງ
ຊຶ່ງມີທ່ານຫົວໜ້າກົມແຜນການ ແລະ ການຮ່ວມມື
ແລະ
ທ່ານຫົວໜ້າກົມການສຶກສາຊັ້ນສູງເຂົ້າຮ່ວມກອງປະຊຸມດັ່ງກ່າວ
ເພື່ອສ້າງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຂົງເຂດການສຶກສາຊັ້ນສູງ
(Strengthening Higher Education Project
(SHEP) ຂື້ນ
ຈຸດປະສົງຂອງໂຄງການແມ່ນເພື່ອປັບປຸງພັດທະນາການສຶກສາຊັ້ນສູງຮອບດ້ານ
ທັງຢູ່ຂັ້ນມະຫາພາກ ແລະ ຈຸລະພາກ
ຊຶ່ງລວມມີການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານພັດທະນາ
ແລະ ຍົກລະດັບບຸກຄະລາກອນ ການປະກອບ
ເຄື່ອງມືອຸປະກອນຮັບໃຊ້ຫ້ອງການ
ການກໍ່ສ້າງປັບປຸງວຽກງານຕ່າງໆ
ຢູ່ມະຫາວິທະຍາໄລຈຳປາສັກ ການພັດທະນາ
ບຸກຄະລາກອນຢູ່ ມະຫາວິທະຍາໄລແຫ່ງຊາດ ແລະ
ມະຫາວິທະຍາໄລສຸພານຸວົງ ທີ່ຫຼວງພະບາງ ແລະ
ວຽກງານອື່ນໆ.
ຕໍ່ມາໄດ້ເຊັນບົດບັນທຶກຄວາມເຂົ້າໃຈ
ຊຶ່ງມີກອບລວມໃນການພັດທະນາຂະແໜງການຕ່າງໆ ໃນ
ສປປ ລາວ ລະຫວ່າງ ກະຊວງແຜນການ ແລະ
ການລົງທຶນ ແລະ ທະນາຄານພັດທະນາອາຊີ (ADB) ໃນວັນທີ
6 ມິຖຸນາ 2008 ໂດຍມີ
ເອກະສານໂຄງການຊ່ວຍເຫຼືອຕ່າງໆໃນຂະແໜງການສຶກສາ
ໃນນັ້ນ
ກໍມີສ່ວນກ່ຽວກັບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່
ຂົງເຂດການສຶກສາຊັ້ນສູງ.
ບົນພື້ນຖານການປຶກສາຫາລືລະຫວ່າງກະຊວງສຶກສາທິການ
ກັບທະນາຄານພັດທະນາອາຊີ (ADB) ໃນຂອບເຂດ
ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຂົງເຂດການສຶກສາຊັ້ນສູງນັ້ນ
ໄດ້ມີການຕົກລົງລິເລີ່ມເກັບກຳຂໍ້ມູນ
ຊຶ່ງໄດ້ເລີ່ມປະຕິບັດ ໃນວັນທີ 15-17 ມິຖຸນາ
2008 ໂດຍທາງທະນາຄານພັດທະນາອາຊີ ໄດ້ສົ່ງທິມງານຜູ້ຕາງໜ້າມາສົມທົບກັບກະຊວງ
ສຶກສາທິການ ເພື່ອລົງໄປເກັບກຳຂໍ້ມູນຢູ່
ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ
ມະຫາວິທະຍາໄລ ຈຳປາສັກ ແຂວງຈຳປາສັກ ໄປພ້ອມກັບວຽກງານດັ່ງກ່າວນີ້
ໄດ້ມີການປະຊຸມເພື່ອສະຫຼຸບຜົນຂອງການສຳຫຼວດຄັ້ງນີ້
ໃນວັນທີ 26 ມິຖຸນາ 2008
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
02-06-2009 |