Lao music listen Lao music Lao star Lao girl Lao boy Lao entertain Lao event Lao gallery Lao concert Lao website  

ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ມະຫາສານບັນເທີງ
ເພັງ ດົນຕຣີ ນັກຮ້ອງ
ດາຣາ ນາງແບບ ຊາຍແບບ
ແຟຊັນ ແລະຊ໋ອບປິ້ງ
ເສື້ອຜ້າ
ເຄື່ອງປະດັບ
ເຄື່ອງສຳອາງ
ງານເດີນແບບ
ງານປະກວດຕ່າງໆ
ອຸປະກອນສື່ສານ
ການສຶກສາ
ກິລາ
ສັງຄົມຄອບຄົວ
ສຸຂະພາບ
ໂຄສະນາຜ່ານເວັບ
 
 


 

ມະຫາສານ>>ແວດວົງບັນເທິງ>>ງານປະກວດ>>
ນາງສາວລາວ ປີ 2009 (Miss Lao 2009)

 

ໂຄງການນາງສາວລາວແມ່ນ ໂຄງການທີ່ສືບເນື່ອງມາຈາກໂຄງການນາງສາວອາພອນລາວ ເຊິ່ງເລີ່ມແຕ່ປີ 2006-2008 ໂດຍສູນກາງ ສະຫະ ພັນແມ່ຍິງລາວ ແລະ ບໍລິສັດເຄແອນຊີ ຈຳກັດ ຈັດຕັ້ງຂຶ້ນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກມວນຊົນ ສາມາດໂຄສະນາ ເຜີຍແຜ່ ສົ່ງເສີມການອະນຸລັກຮັກສາວັດທະນະທຳການນຸ່ງຖືຂອງແມ່ຍິງລາວທົ່ວປະເທດ ແຕ່ມັນກໍພຽງເປັນຕົວແທນດ້ານການນຸ່ງຖືເທົ່ານັ້ນ ບໍ່ສາມາດ ເປັນຕົວແທນຢ່າງຮອບດ້ານແກ່ຍິງສາວລາວທົ່ວປະເທດໄດ້ ສະນັ້ນ ຄະນະກຳມະການຈັດງານຈຶ່ງຄົ້ນຄວ້າ ແລະ ປ່ຽນຊື່ຈາກ "ນາງສາວອາພອນລາວ" ມາເປັນ "ນາງສາວລາວ" ເພື່ອຕອບສະໜອງກັບສະພາບການໃນໄລຍະໃໝ່ ແຕ່ຮູບແບບການນຸ່ງຖື ການຈັດງານ ອີງໃສ່ຮູບການເກົ່າແຕ່ປີ 2009 ເປັນຕົ້ນໄປ ໂດຍໄດ້ຮັບການຊີ້ນຳຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ມອບໃຫ້ກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ ເປັນເຈົ້າການ.

ການຄັດເລືອກນາງສາວລາວ ປີ 2009 ໄດ້ເລີ່ມດຳເນີນມາຕັ້ງແຕ່ວັນທີ 14 ກັນຍາ ຈາກທົ່ວປະເທດຄັດເຫລືອພຽງ 24 ນ້ອງນາງສາວ. ແລະ ຄໍ່າຄືນວັນທີ 21 ພະຈິກ 2009 ໄດ້ຈັດງານປະກວດຮອບຊີງຊະນະເລີດຂຶ້ນທີ່ ໂຮງແຮມດອນຈັນພາເລສ ແລະ ຜົນການປະກວດມີດັ່ງລຸ່ມນີ້:

ນາງສາວລາວປະຈຳປີ 2009, ນາງສາວຜິວໃສ ສຸຂະພາບດີ ແລະ ຂວັນໃຈຊາງພາບ (ຄວບ 3 ຕຳແໜ່ງ)

M01 ນາງ ໄພລິນດາ ພິລາວັນ ອາຍຸ 19 ປີ ສັດສ່ວນ 32 24 36
ນັກສຶກສາ ວິທະຍາໄລ ລັດຕະນະ ປີທີ 5
(ນະຄອນຫລວງວຽງຈັນ)

ຮອງອັນດັບ 3 (ສອງຄົນ) ຮອງອັນດັບ 1 ແລະ 2
M12 ນ. ສຸພາພອນ ອິນທະວົງ ອາຍຸ 19 ປີ ສັດສ່ວນ 34 24 37 ຕຳແໜ່ງ ຮອງອັນດັບ 3 (ນະຄອນຫລວງວຽງຈັນ)
M17 ນ. ຈັນປະສົງ ສິດທິພັນ ອາຍຸ 18 ປີ ສັດສ່ວນ 32 24 34 ຕຳແໜ່ງ ຮອງອັນດັບ 3 ແລະ ຂວັນໃຈປະຊາຊົນ
(ແຂວງ ອັດຕະປື)
M03 ນ. ວົງພະຈັນ ວົງວິໄລສັກ ອາຍຸ 21 ປີ ສັດສ່ວນ 32 27 36 ຕຳແໜ່ງ ຮອງອັນດັບ 1 ແລະ ຂວັນໃຈມິດຕະພາບ
(ແຂວງ ຈຳປາສັກ)
M04 ນ. ນິພາພອນ ພົມມະຈັນ ອາຍຸ 20 ປີ ສັດສ່ວນ 32 24 34 ຕຳແໜ່ງ ຮອງອັນດັບ 2 (ແຂວງ ວຽງຈັນ)
 


M01 ນາງ ໄພລິນດາ ພິລາວັນ


M03 ນ. ວົງພະຈັນ ວົງວິໄລສັກ

M04 ນ. ນິພາພອນ ພົມມະຈັນ

M17 ນ. ຈັນປະສົງ ສິດທິພັນ

M12 ນ. ສຸພາພອນ ອິນທະວົງ
   
ປະທານຈັດງານ ແລະ ຜູ້ໃຫ້ການສະໜັບສະໜູນ ນາງສາວລາວ 2009 ແລະ ຮອງອັນດັບ 1-2-3
ບິດາ ແລະ ມານດາ ນາງສາວລາວ ບັນດາຄະນະກຳມະການຕັດສິນ
  • ສຳລັບຜູ້ທີ່ໄດ້ຊະນະເລີດນາງສາວລາວປະຈຳປີ 2009 ໄດ້ຮັບເງິດສົດ 50 ລ້ານກີບ ລົດເກງຍີ່ຫໍ້ BYD ມູນຄ່າ 85 ລ້ານກີບ ຊຸດຄຳໜັກ 3 ບາດ ພ້ອມມົງກຸດ ສາຍສະພາຍ ແລະ ດອກໄມ້ກຽດຕິຍົດ
  • ຮອງອັນດັບ 1 ໄດ້ຮັບລາງວັນລວມ 20 ລ້ານກີບ ພ້ອມສາຍສະພາຍ ແລະ ດອກໄມ້ກຽດຕິຍົດ
  • ຮອງອັນດັບ 2 ໄດ້ຮັບລາງວັນລວມ 15 ລ້ານກີບ ພ້ອມສາຍສະພາຍ ແລະ ດອກໄມ້ກຽດຕິຍົດ
  • ຮອງອັນດັບ 3 ມີ 2 ລາງວັນ ໄດ້ຮັບລາງວັນລວມລາງວັນລະ 10 ລ້ານກີບ ພ້ອມສາຍສະພາຍ ແລະ ດອກໄມ້ກຽດຕິຍົດ
  • ນອກນັ້ນຍັງມີລາງວັນຂວັນໃຈປະຊາຊົນ, ລາງວັນຂວັນໃຈຊ່າງພາບ, ລາງວັນຂວັນໃຈມິດຕະພາບ, ລາງວັນຜິວໃສສຸຂະພາບດີ ລາງວັນລະ 5 ລ້ານກີບ
  • ສຳລັບຜູ້ຕົກຮອບກໍຈະໄດ້ຮັບເງິນສົດ 3 ລ້ານກີບ

ງານປະກວດດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ, ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ປະທານຄະນະຊີ້ນຳໂຄງການປະກວດນາງສາວລາວ ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາບໍລິສັດຫ້າງຮ້ານທີ່ໃຫ້ການສະໜັບສະໜູນ ແລະ ນັກສື່ມວນຊົນທຸກຂະແໜງ ເຂົ້າຮ່ວມຢ່າງພ້ອມພຽງ.

* ໂດຍ: ທີມງານມະຫາສານ ດອທ໌ຄອມ

2003 - 2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
webmaster@mahasan.com