Lao music listen Lao music Lao star Lao girl Lao boy Lao entertain Lao event Lao gallery Lao concert Lao website  

ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ມະຫາສານບັນເທີງ
ເພັງ ດົນຕຣີ ນັກຮ້ອງ
ດາຣາ ນາງແບບ ຊາຍແບບ
ແຟຊັນ ແລະຊ໋ອບປິ້ງ
ເສື້ອຜ້າ
ເຄື່ອງປະດັບ
ເຄື່ອງສຳອາງ
ງານເດີນແບບ
ງານປະກວດຕ່າງໆ
ອຸປະກອນສື່ສານ
ການສຶກສາ
ກິລາ
ສັງຄົມຄອບຄົວ
ສຸຂະພາບ
ໂຄສະນາຜ່ານເວັບ
 
 



 

ມະຫາສານ>>ແວດວົງບັນເທິງ>>ການປະກາດລາງວັນ>>
ເບິ່ງຮູບພາບ ການເຕັ້ນ-ຮ້ອງເພັງ "ໄມເຄິລ" 2 ວັນກ່ອນຈາກໂລກ ພ້ອມທັງຊີວິດກັບລູກໆ

ຄຳໃຫ້ສຳພາດຄັ້ງສຸດທ້າຍ: "ຂອບໃຈທຸກໆ ຄົນ ມັນຕ້ອງຢ່າງນີ້ ຂ້ອຍຢາກຈະບອກວ່ານີ້ຈະເປັນຄອນເສີດຄັ້ງສຸດທ້າຍ ທີ່ລອນດອນ ເມື່ອຂ້ອຍເວົ້າວ່າ: ຕ້ອງເປັນຢ່າງນີ້ ມັນກໍ່ຕ້ອງເປັນຢ່າງນີ້ຈິງໆ ຂ້ອຍຈະຮ້ອງເພັງທີ່ແຟນເພລງ ຢາກຈະຟັງ ມັນຕ້ອງຢ່າງນີ້ ມັນຕ້ອງເປັນຢ່າງນີ້ຈິງໆ ແລະ ຂ້ອຍຈະພົບກັບພວກທ່ານ ໃນເດືອນ ກັນຍາ ແລະ ຂ້ອຍຮັກເຈົ້າຈິງໆ ພວກເຈົ້າຕ້ອງຮູ້ ມັນມາຈາກສຸດຂົ້ວຂອງໃຈຂ້ອຍ " ນີ້ຄົງຈະເປັນປະໂຫຍກສຸດທ້າຍທີ່ຣາຊາເພລງປ໊ອບຄົນນີ້ ໄດ້ກ່າວກັບແຟນເພລງຂອງຕົນໃນງານເປິດໂຕ ຄອນເສີດຄັ້ງລ່າສຸດທີ່ກຳລັງຈະເກີດຂື້ນໃນວັນທີ 13 ກັນຍາ ທີ່ຈະຮອດນີ້

02.26 ນາທີ ຕາມເວລາທີ່ລອສແອງເຈລິສ (ວັນພະຫັດຜ່ານມາ) ຊື່ຂອງຣາຊາເພລງປ໊ອບໄດ້ເປັນຂ່າວໃຫຍ່ອີກຄັ້ງ ເມື່ອຕາມຂ່າວຈາກສື່ອອກ ມາບອກວ່າ ໄມເຄິລ ແຈ໊ກສັນ ຖືກນຳໂຕສົ່ງໂຮງໝໍດ້ວຍອາການທີ່ຄົນທັງຫຼາຍຕ່າງສົງໄສ

ແລະຫຼັງຈາກນັ້ນກໍ່ມີຂ່າວອອກມາເລື້ອຍໆ ເຖິງການຈາກໄປຂອງ ໄມເຄິລ ແຈ໊ກສັນ ເຊິ່ງໄດ້ຖິ້ມລົມຫາຍໃນ ແລະ ປິດຕຳນານແຫ່ງທ່ວງທ່າ "ມູນວອລ໌ກ" ທີ່ໄດ້ກາຍເປັນເອກະລັກຂອງ ຣາຊາເພລງປ໊ອປຄົນນີ້ ໃຫ້ກາຍເປັນພຽງຄວາມຊົງຈຳຂອງບັນດາແຟນເພລງທີ່ມີຢ່າງລົ້ນເຫຼືອ ທົ່ວໂລກ

ຮູບພາບຖ່າຍຄັ້ງສຸດທ້າຍກ່ອນການເສຍຊີວິດຂອງ ໄມເຄິລ ແຈ໊ກສັນ ອອກມາເຜີຍແຜ່ ເຊິ່ງສະແດງໃຫ້ເຫັນວ່າເຂົາຍັງມີຄວາມກະຕືລືລົ້ນໃນ ການຊ້ອມ ເພື່ອຂື້ນສະແດງຄອນເສີດ ໃນເດືອນໜ້າຢ່າງເຕັມຂີດຄວາມສາມາດ ພ້ອມທັງມີການເປີດເຜີຍຮູບພາບຖ່າຍສ່ວນຕົນຂອງລູກໆ ທີ່ເຂົາເກັບເປັນຄວາມລັບມາຢ່າງຍາວນານ

ຮູບພາບຖ່າຍເມື່ອວັນອັງຄານທີ່ຜ່ານມາ ຫຼື 2 ວັນກ່ອນການເສຍຊີວິດແບບກະທັນຫັນ ແລະ ຍັງຄົງເປັນປິດສະນາຂອງ ໄມເຄິລ ແຈ໊ກສັນ ເຊິ່ງເປັນຮູບພບາທີ່ເຂົາກຳລັງຊ້ອມເພື່ອການຂື້ນສະແດງຄອນເສີດ This is it ທີ່ຈະມີຂື້ນ ທີ່ ສະໜາມ O2 ໃນກຸງລອນດອນ 13 ກັນຍາ. ນີ້

ຮູບຖ່າຍທີ່ສະໜາມ Staples Centre ໃນລອສ ແອງເຈລິສ ນີ້ ເຖິງຈະສະແດງໃຫ້ເຫັນກ່ຽວຄວາມຈ່ອຍຜອມຂອງຕົວໄມເຄິລເອງ ແຕ່ກໍ່ເຫັນໄດ້ວ່າ ໄມເຄິລເອງກໍ່ມີກຳລັງແຮງ ແລະ ກຳລັງໃຈທີ່ດີ ສຳຫຼັບການຊ້ອມເພື່ອຄອນເສີດໃຫຍ່ທີ່ຈະເກີດຂື້ນ ໂດຍບໍ່ໄດ້ເຫັນຮ່ອງຮອຍ ຂອງຄວາມກັງວົນໃດໆ ບາງທ່ວງທ່າ ແລະ ລີລາອົດເຮັດໃຫ້ນຶກເຖິງຕອນສະໄໝ ໄມເຄິລ ຍັງໜຸ່ມໆ ຊຶ່ງຍິ່ງເຮັດໃຫ້ການເສີຍຊີວິດແບບ ກະທັນຫັນຂອງເຂົາເປັນປິດສະໜາຫຼາຍຂື້ນໄປອີກ

ຮູບພາບອີກຊຸດທີ່ນຳອອກມາເຜີຍແຜ່ເປັນຄັ້ງທຳອິດໄດ້ແກ່ຊີວິດຄອບຄົວ ທີ່ເປັນປິດສະໜາມາຫຼາຍປີຂອງໄມເຄິລ ໂດຍສະເພາະບົດບາດການ ເປັນພໍ່ຂອງໄມເຄິລ ທີ່ຫຼາຍຄົນຕ່າງສົງໄສຫຼາຍຢ່າງ ໂດຍສະເພາະການທີ່ມັກໃຫ້ລູກໆ ຂອງເຂົາສວມໃສ່ໜ້າກາໃນເວລາໄປທ່ຽວນຳກັນໃນທີ່ ສາທາລະນະ

ແຕ່ຮູບພາບລ່າສຸດທີ່ອອກມານີ້ ສະແດງໃຫ້ເຫັນພາບຂອງໄມເຄິລທີ່ບໍ່ຕ່າງຈາກພໍ່ທົ່ວໄປ ໃນງານປາຕີ້ຂອງເດັກໆ ລະຫວ່າງເຂົາ ແລະ ໝູ່ເພື່ອນໆ ພາຍໃນບ້ານ ທີ່ເບິ່ງແລ້ວເຂົາຈະຜ່ອນຄາຍໄດ້ດີກວ່າທີ່ເຫັນຕາມການປະກົດຕົວໃນທີ່ສາທາລະນະ

ຮູບດັ່ງກ່າວນີ້ເຊື່ອວ່າຖ່າຍມາໄດ້ 5-6 ປີທີ່ຜ່ານມາ ເພາະເວລານີ້ເດັກໆ ໃນຮູບໃຫຍ່ຂື້ນຫຼາຍແລ້ວ ເຊັ່ນ: ພຣິນຊ໌ 12 ປີ, ລູກສາວປາຣິສ 11 ປີ ແລະ ຄົນສຸດທ້າຍ ພຣິນຊ໌ທີ 2 ອາຍຸ  7 ປີ ເຊັ່ນດຽວກັບຕົວໄມເຄິລເອງທີ່ເບິ່ງຮູບແລ້ວຈະແຂງແຮງກວ່າຕົວຈິງຂອງເຂົາໃນໄລຍະ 2-3ປີ ມານີ້

* ຄັດຈາກ: manager.co.th ວັນທີ 1-07-09

   

2003 - 2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
webmaster@mahasan.com