|

ຜົນງານການສຳຫຼວດຄັ້ງນີ້ແມ່ນ ເຮັດຕາມຄຳສະເໜີຂອງສາວໆເດີ
ເພາະຜ່ານມາ ພວກເຮົາເຄີຍສຳຫຼວດຄວາມຄິດເຫັນ
ຂອງສາວໆກ່ຽວກັບ "ຜູ້ຊາຍທີ່ຍິງມັກ" ເຂົາເຈົ້າຢາກໃຫ້ຖາມຜູ້ຊາຍແດ່
ວ່າຊັ້ນ!
ຜົນການສຳຫຼວດອອກມາວ່າ:
ພວກຜູ້ຊາຍສ່ວນໃຫຍ່ພາກັນມັກຜູ້ສາວລຸ້ນດຽວກັບເຂົາເຈົ້າ
ໂດຍກວມເອົາ 47 ສ່ວນຮ້ອຍ, ຮອງລົງມາ ແມ່ນຕ້ອງການຄົບກັບຍິງທີ່ມີອາຍຸໜຸ່ມກວ່າເຂົາເຈົ້າ
ປະມານ 5 ປີ, ແຕ່ວ່າມີເຖິງ 80
ຄົນທີ່ຕ້ອງການຜູ້ຍິງທີ່
ອາຍຸນ້ອຍກວ່າຕົນຫຼາຍເທົ່າໃດຍິ່ງດີ. ມີພຽງ
36 ຄົນ ເທົ່ານັ້ນທີ່ມັກຜູ້ຍິງທີ່ມີອາຍຸແກ່ກວ່າ.
ສ່ວນດ້ານຜິວພັນນັ້ນ ແມ່ນພາກັນມັກຜິວສອງສີຫຼາວກວ່າໝູ່
ໂດຍກວມເອົາ 28 ສ່ວນຮ້ອຍຂອງຜູ້ຖືກສຳຫຼວດ,
ຮອງລົງມາ ແມ່ນ "ຂາວນຽນ". ດ້ານຮູບຮ່າງ
ສ່ວນໃຫຍ່ພາກັນມັກສາວ ຮ່າງພຽວ,
ບໍ່ສູງບໍ່ເຕ້ຍ ແລະ ສາວຫຸ່ນພຽວ. ໜ້າຕາສາວໆ
ທີ່ຜູ້ຊາຍໝາຍປອງຫຼາຍທີ່ສຸດ ແມ່ນ "ໜ້າຮັກ"
ຊົງຜົມທີ່ຖືກໃຫ້ຄະແນນຫຼາຍກວ່າໝູ່ ແມ່ນຊົງໃດກໍໄດ້,
ຜູ້ຊາຍ 44 ສ່ວນຮ້ອຍ
ຕ້ອງການຜູ້ຍິງທີ່ບໍ່ຈຳເປັນຕ້ອງທຳສຳອາງຫຼາຍ.
ມາເບິ່ງດ້ານຄວາມສາມາດແລ້ວ ເຖິງແມ່ນວ່າ:
ຍຸກນີ້ຈະແມ່ນທັງຍິງ ແລະ ຊາຍ
ຫາເງິນຊ່ວຍກັນກໍຕາມ ແຕ່ວ່າ, ຜູ້ຊາຍ
ສ່ວນໃຫຍ່ກໍຍັງຢາກໄດ້ຍິງທີ່ເກັ່ງວຽກເຮືອນການຊານຢູ່
ໂດຍມີເຖິງ 113 ຄົນ ໝາຍເອົາຄຳຕອບນີ້ ແລະ
ອີກ 68 ຄົນ ບອກວ່າ ຕ້ອງການຜູ້ຍິງທີ່ "ເກັ່ງແຕ່ງກິນ".
ເມື່ອຖາມວ່າ: "ສິ່ງໃດທີ່ເຈົ້າກັງວົນໃນຫຼາຍ
ຖ້າເຈົ້າຈະແຕ່ງງານກັບຜູ້ຍິງໃດ ໜື່ງ" 198
ຄົນ ບອກວ່າ "ຢ້ານນິໄສໃຈຄໍຂອງຜູ້ຍິງ
ບໍ່ເປັນຄືຕອນທີ່ຍັງບໍ່ທັນໄດ້ແຕ່ງງານກັນ"
ຮອງລົງມາແມ່ນ: "ຢ້ານຜູ້ຍິງ
ບໍ່ສາມາດເປັນແມ່ທີ່ດີຂອງລູກ" ໂດຍມີ 85 ຄົນ
ໝາຍເອົາຄຳຕອບນີ້.
ຜົນການສຳຫຼວດມີດັ່ງນີ້:
|
ອາຍຸ? (ໝາຍໄດ້ 1 ຄຳຕອບ) |
ຊົງຜົມ: (ໝາຍໄດ້ 1 ຄຳຕອບ) |
ໜ້າຕາ: (ໝາຍໄດ້ 1 ຄຳຕອບ |
245 ຄົນ: ລຸ້ນດຽວກັບຂ້ອຍ
98 ຄົນ: ໜຸ່ມກວ່າຂ້ອຍ 5 ປີ
80 ຄົນ:
ຍິ່ງໜຸ່ມກວ່າຂ້ອຍຫຼາຍຍິ່ງດີ
55 ຄົນ: ໜຸ່ມກວ່າຂ້ອຍ 10 ປີຂື້ນໄປ
23 ຄົນ: ແກ່ກວ່າຂ້ອຍ
16 ຄົນ: ຍິ່ງແກ່ຍິ່ງດີ |
169 ຄົນ: ຊົງຜົມແບບໃດ ບໍ່ສຳຄັນ
138 ຄົນ: ຜົມຍາວລຽບ
74 ຄົນ: ແຕ່ງຊົງຜົມຕາມກະແສ
ຂອງດາຣາຕ່າງປະເທດ
65 ຄົນ: ຜົມສັ້ນລຽບ
42 ຄົນ: ຜົມຍາວກູດ
22 ຄົນ: ຜົມສັ້ນກູດ
7 ຄົນ: ບໍ່ແຕ່ງຊົງຜົມຕາມກະແສ
ຂອງດາຣາຕ່າງປະເທດ |
159 ຄົນ: ໜ້າຮັກ
106 ຄົນ: ກ້ຽງໃສ
104 ຄົນ: ໜ້າທັ່ງດັງຄົມ
83 ຄົນ: ໜ້າຕາບໍ່ສຳຄັນ
65 ຄົນ: ຕ້ອງບໍ່ມີສິວ-ຝ້າ |
|
ຮູບຮ່າງ (ໝາຍໄດ້ 1 ຄຳຕອບ) |
ຜິວພັນ (ໝາຍໄດ້ 1 ຄຳຕອບ) |
ການເສີມຄວາມງາມ (ໝາຍໄດ້ຫຼາຍ ຄຳຕອບ) |
131 ຄົນ: ພຽວບໍ່ສູງບໍ່ເຕ້ຍ
109 ຄົນ: ຫຸ່ນພຽວມາກ່ອນ
72 ຄົນ: ອວບບໍ່ສູງບໍ່ເຕ້ຍ
68 ຄົນ: ພຽວສູງ
67 ຄົນ: ສູງອວບ
60 ຄົນ: ອວບມາກ່ອນ
10 ຄົນ: ອວບເຕ້ຍ
4 ຄົນ: ພຽວຕ່ຳ |
145 ຄົນ: ສອງສີ
137 ຄົນ: ຂາວນຽນ
109 ຄົນ: ຜິວພັນບໍ່ສຳຄັນ
98 ຄົນ: ຂາວໄວ້ກ່ອນ
28 ຄົນ: ດຳກ້ຽງ |
228 ຄົນ: ບໍ່ຈຳເປັນຕ້ອງທຳສຳອາງ
ຫຼາຍ
142 ຄົນ: ຖ້າມີເຈົ້າຂອງແລ້ວ
ບໍ່ຄວນສຳອາງຫຼາຍ
66 ຄົນ: ຕ້ອງທຳສຳອາງຢູ່ສະເໝີ
64 ຄົນ: ບໍ່ສົນໃຈວ່າຈະສຳອາງ ຫຼື
ບໍ່ສຳອາງ
48 ຄົນ: ບໍ່ຕ້ອງທຳສຳອາງເລີຍຍິ່ງດີ
35 ຄົນ: ມີຄູ່ ຫຼືບໍ່ມີຄູ່
ກໍຄວນທຳສຳອາງກັນໝົດ |
|
ການນຸ່ງເຄື່ອງ (ໝາຍໄດ້ຫຼາຍກວ່າ 1
ຄຳຕອບ) |
ນິໄສ: (ໝາຍໄດ້ຫຼາຍກວ່າ 1 ຄຳຕອບ) |
ສາວປະເທດໃດທີ່ເຈົ້າໄຝ່ຝັນ |
166 ຄົນ: ນຸ່ງໃຫ້ຖືກຕາມກາລະເທສະ
85 ຄົນ: ນຸ່ງແບບໃດກໍໄດ້
ຂໍພຽງແຕ່ມັນເດັ່ນລື່ນໝູ່
73 ຄົນ: ຖ້າມີເຈົ້າຂອງແລ້ວ
ຄວນນຸ່ງປົກປິດ
47 ຄົນ: ນຸ່ງສິ້ນ-ເສື້ອລາວ
38 ຄົນ: ນຸ່ງແບບໄຮໂຊໄປເລີຍ
38 ຄົນ: ນຸ່ງແບບປົກປິດເຮືອນຮ່າງ
ແລະ ຜິວພັນ
37 ຄົນ: ນຸ່ງເຄື່ອງໄປຕາມແຟຊັ່ນຂອງ
ດາຣາ
28 ຄົນ: ນຸ່ງແບບໃດກໍໄດ້ ຂໍພຽງແຕ່ບໍ່
ໃຫ້ມັນເດັ່ນລື່ນໝູ່
24 ຄົນ: ຖ້າເປັນສາວ ຕ້ອງນຸ່ງສັ້ນ
ແລະຢົ້ວສາຍຕາ
18 ຄົນ: ບໍ່ສົນໃຈໃນການນຸ່ງຖືຂອງ
ຜູ້ຍິງ
6 ຄົນ: ຖ້າຫຸ່ນບໍ່ດີ
ຕ້ອງນຸ່ງປົກປິດຫຸ່ນ |
125 ຄົນ: ເປັນກັນເອງ
121 ຄົນ: ອາລົມດີ
95 ຄົນ: ຍິ້ມເກັ່ງ
73 ຄົນ: ມັກເວົ້າຕະຫຼົກ
60 ຄົນ: ບໍ່ມັກນິນທາຄົນອື່ນ
52 ຄົນ: ມັກຊ່ວຍເຫຼືອຜູ້ຄົນ
51 ຄົນ: ໃຫ້ກຽດຜູ້ຊາຍ
49 ຄົນ: ບໍ່ອາຍ
30 ຄົນ: ສະຫງຽມຄ່ຽມຄົມ
23 ຄົນ: ຂີ້ງອນ ຈຶ່ງໜ້າຮັກດີ
14 ຄົນ: ບໍ່ຂີ້ງອນ ເພາະຄ້ານເອົາໃຈ
11 ຄົນ: ບໍ່ມີຄວາມຂຸນນາງຍິ່ງດີ
9 ຄົນ: ອາຍ
7 ຄົນ: ຕີຫຼົບທົບໄດ້
6 ຄົນ: ຂຸນນາງແດ່ ຈຶ່ງງາມ
|
203 ຄົນ: ສາວລາວ
141 ຄົນ: ບໍ່ເລືອກເຊື້ອຊາດ
ຂໍພຽງແຕ່ໃຈມັກ
39 ຄົນ: ສາວຍີ່ປຸ່ນ
36 ຄົນ: ສາວເກົາຫຼີ
32 ຄົນ: ສາວຫວຽດນາມ
30 ຄົນ: ສາວລາວຢູ່ຕ່າງປະເທດ
10 ຄົນ: ສາວຊາວຜິວຂາວ
9 ຄົນ: ສາວໄທ
5 ຄົນ: ສາວຊາວຜິວດຳ
2 ຄົນ: ສາວຈີນ |
|
ຄວາມສາມາດ (ໝາຍໄດ້ຫຼາຍກວ່າ 1
ຄຳຕອບ) |
ສິ່ງໃດທີ່ເຈົ້າກັງວົນໃຈຫຼາຍ
ຖ້າເຈົ້າຈະແຕ່ງງານກັບຜູ້ຍິງໃດໜື່ງ?
(ໝາຍໄດ້ຫຼາຍກວ່າ 1 ຄຳຕອບ) |
113 ຄົນ: ເກັ່ງວຽກເຮືອນການຊານ
98 ຄົນ: ເກັ່ງເອົາໃຈຄົນ
89 ຄົນ: ຮຽນໜັງສືເກັ່ງ
76 ຄົນ: ເກັ່ງເຂົ້າແຂກເຂົ້າຄົນ
68 ຄົນ: ເກັ່ງແຕ່ງກິນ
44 ຄົນ: ຄວາມສາມາດ ບໍ່ສຳຄັນ
43 ຄົນ: ເກັ່ງຄ້າຂາຍ
24 ຄົນ: ເກັ່ງກິລາ
25 ຄົນ: ເກັ່ງສິລະປະ |
198 ຄົນ: ຢ້ານນິໄສໃຈຄໍຂອງເຂົາ
ບໍເປັນຄືຕອນທີ່ຍັງບໍ່ທັນໄດ້ແຕ່ງງານກັນ
85 ຄົນ: ຢ້ານເຂົາ
ບໍ່ສາມາດເປັນແມ່ທີ່ດີຂອງລູກ
76 ຄົນ: ຢ້ານເຂົາລັກຫຼິ້ນຊູ້
69 ຄົນ: ຢ້ານເຂົາໄປນ້ອນກັບແຟນເກົ່າ
ກ່ອນຈະແຕ່ງງານກັບເຮົາ
63 ຄົນ: ບໍ່ຢ້ານຫຍັງທັງນັ້ນ ເພາະຂ້ອຍເກັ່ງໃນການຄຸ້ມຄອງຄູ່ຮັກ
37 ຄົນ:
ຢ້ານເຂົາຈະຫຼິ້ນກິນຟຸມເຟືອຍ ເມື່ອເຂົາເປັນຜູ້ກຳເງິນທີ່ຜົວຫາມາ
36 ຄົນ: ຢ້ານເຂົາລັກຫຼິ້ນການພະນັນ
ເວລາເຮົາບໍ່ຢູ່ໃກ້ເຂົາ
22 ຄົນ: ຢ້ານເຂົາເສຍຫຸ້ນ ເພາະຜູ້ຍິງທີ່ແຕ່ງງານແລ້ວບໍ່ມັກອອກກຳລັງກາຍ
ແລະ ກິນບໍ່ເລືອກ. |
*
ຄັດຈາກ: ວາລະສານອັບເດດ, ສະບັບທີ 8,
2009, ໜ້າທີ 28, |