|

ການສຳຫຼວດໄດ້ຄົ້ນພົບວ່າ:
ຜູ້ຍິງມີຄວາມຕ້ອງການທາງເພດ
ສວນທາງກັບຜູ້ຊາຍ, ໝາຍຄວາມວ່າ: ໃນໄວທີ່ຜູ້ຊາຍມີ
ຄຸນນະພາບຕ່ຳລົງ
ຜູ້ຍິງຊ້ຳພັດຕ້ອງການຄວາມສຸກຈາກຜູ້ຊາຍຫຼາຍຂື້ນ.
ທ່ານເຄີຍຄິດສົງໄສບໍວ່າ, ໃນຊີວິດຄູ່ນັ້ນບາງເທື່ອກໍມີອາລົມຫວານຊຶ້ງທີ່ຜູ້ຍິງຢາກກຸກກິກກັບຜົວ,
ແຕ່ບາງເທື່ອກໍຢາກໄລ່ຜົວ ໜີໃຫ້ຫ່າງຕົວ ເຫດທີ່ເປັນເຊັ່ນນັ້ນກຳເພາະຮ່າງກາຍມີອິດທິພົນຕໍ່ອາລົມ
ຊຶ່ງຈະປ່ຽນໄປຕາມອາຍຸທີ່ຫຼາຍຂື້ນ ເຊັ່ນ:
20 ປີຂື້ນໄປ: ໃນເກນອາຍຸທີ່ຕ່ຳກວ່າ 20 ປີ
ສາວໄວລຸ້ນສ່ວນຫຼາຍມີຄວາມລັງເລໃຈ,
ມີຄວາມຫວັງທີ່ແອບແຝງດ້ວຍຄວາມ ຢ້ານກົວ ແລະ
ມີຄວາມກັງວົນໃນຄວາມສຸກສົມຫວັງຂອງຊີວິດ, ແຕ່ເມື່ອຮອດອາຍຸ
20 ປີ ຄວາມຄິດກໍເລີ່ມປ່ຽນໄປ
ຄືເລີ່ມມີຄວາມໝັ້ນໃຈຫຼາຍຂື້ນ ເພາະມີປະສົບການສ່ວນຕົວແດ່ແລ້ວ,
ບໍ່ວ່າຈະເປັນຮັກທີ່ຮ້ອນແຮງ ຫຼື
ຄວາມກ້າທີ່ຈະ ສະແດງອອກຕໍ່ເພດກົງກັນຂ້າມ. ແຕ່ບາງຄັ້ງກໍເກີດມີຄວາມສັບສົນທາງດ້ານຄວາມຄິດ
ແລະ ກໍຈະຄ່ອຍໆມີສະຕິຂື້ນມາ
ຊຶ່ງບໍ່ແມ່ນເລື່ອງແປກທີ່ສາວໆ ໃນໄວນີ້ຈະມັກກຸກກິກກັບຜູ້ບ່າວໃນຍາມຫວ່າງ.
ສະຫຼຸບແລ້ວ,
ຄວາມປາດຖະໜາທີ່ແທ້ຈິງທາງເພດຂອງສາວໄວ 20
ປີຕົ້ນໆນັ້ນ ຍັງບໍ່ຊັດເຈນ ແລະ
ມັກມີຄຳຖາມທີ່ຂາດ ຄວາມໝັ້ນໃຈໃນຕົວເອງ ວ່າ:
"ຂ້ອຍມີສະເໜີບໍ່, ຂ້ອຍເຮັດອັນນີ້ຖືກຕ້ອງບໍ່,
ເຂົາເຫັນວ່າ ຂ້ອຍດີພໍສຳລັບເຂົາບໍ່? "
30 ປີຂື້ນໄປ: ເມື່ອມາເຖິງໄວນີ້
ຜູ້ຍິງຈະມີຄວາມເຊື່ອໝັ້ນຫຼາຍກວ່າເກົ່າ
ອາດເນື່ອງມາຈາກປະສົບການຫຼາຍໆຢ່າງທີ່ຜ່ານ
ມາ ຈຶ່ງເລີ່ມຮູ້ບາງສິ່ງບາງຢ່າງຫຼາຍຂື້ນ, ເປັນໄວທີ່ພັດທະນາການໄປສູ່ຄວາມມີສະເໜ່ຂອງຕົວເອງ.
ນອກຈາກນັ້ນ ຍິງໃນໄວນີ້
ສ່ວນຫຼາຍມີຄວາມຕ້ອງການມີເພດສຳພັນຫຼາຍທີ່ສຸດ
ຄື: ມີຄວາມຢາກຮູ້ຢາກເຫັນ ແລະ ມັກທົດລອງ
ກ່ຽວກັບການມີເພດສຳພັນຫຼາຍໆຮູບແບບ.
ຜູ້ຍິງໃນໄວນີ້ລະ
ທີ່ມີທ່າອ່ຽງໃນການຄົບຊູ້ສູ່ຊາຍ, ນອກຈາກນີ້
ຜູ້ຊ່ຽວຊານຍັງ ຄົ້ນພົບວ່າ: ຜູ້ຍິງໃນໄວ 30
ປີຂື້ນໄປ
ມັກຈະປະສົບຄວາມສຳເລັດໃນການເຖິງຈຸດສຸດຍອດຂອງການຮ່ວມເພດຫຼາຍ.
ແຕ່ເຖິງຢ່າງໃດກໍຕາມຍິງໃນໄວນີ້ຍັງມີຄວາມສຸກສະຫງົບ
ແລະ ມີຄວາມຮັບຜິດຊອບຕໍ່ຄອບຄົວ ແລະ ວຽກງານ.
40 ຂື້ນໄປ:
ຜູ້ຍິງໃນໄວນີ້ມີສະມັດຕະພາບສູງສຸດທັງກາຍ
ແລະ ໃຈ ຈຶ່ງໄດ້ປຽບໃນເລື່ອງຂອງປະສົບການ ແລະ
ພວກເຂົາ ກໍຮູ້ວ່າ
ຈະຫາຄວາມສຸກກັບການມີເພດສຳພັນແນວໃດ ຫຼື
ຈະຍົ້ວຍວນຜູ້ຊາຍຈັ່ງໃດ? ຜູ້ຍິງໃນໄວນີ້
ມີຄວາມໝັ້ນໃຈທີ່ຈະ ເສບສຸກທາງເພດ.
ພວກເຂົາຄົ້ນພົບວ່າ ການມີເພດສຳພັນແບບໄວ
ພາໃຫ້ມີຄວາມຕື່ນເຕັ້ນ, ພວກເຂົາຫາກໍຮູ້ວ່າ
ການມີເພດສຳພັນທີ່ສວຍງາມບໍ່ຈຳເປັນຕ້ອງມີຄວາມພຽບພ້ອມທຸກຢ່າງ.
*
ຄັດຈາກ: ວາລະສານອັບເດດ, ສະບັບທີ 8,
2009, ໜ້າທີ 38 |