| |
|
ວ່າກັນວ່າ ເລີ່ມຈາກຍຸກນີ້ໄປຫາອະນາຄົດ
ມະນຸດເຮົາ ຈະຕາຍຍ້ອນໂຣກລະບາດ
ຫຼືຕາຍຍ້ອນເຊື້ອພະຍາດໜ້ອຍລົງ
ແຕ່ຈະຕາຍຍ້ອນໂຣກ
ທີ່ບໍ່ແຜ່ລະບາດ
ຫຼືໂຣກທີ່ເກີດຂື້ນກັບຕົນເອງຫຼາຍຂື້ນ.
ໂຣກ 10 ຊະນິດຕໍ່ໄປນີ້ ເປັນໂຣກທີ່ເຮົາອາດ
ສ້າງມັນຂື້ນມາດ້ວຍຕົວເຮົາເອງ
ຊຶ່ງເພີ່ນເອີ້ນວ່າ ໂຣກຂອງຍຸກ
ໄອທີ (IT) ຫຼື ໂຣກຂອງຍຸກທີ່ຄົນບໍ່ມັກອອກແຮງງານນັ້ນເອງ. |
|
1.
ໂຣກຫົວໃຈ:
ຕົນໂຕບວມ,
ນ້ຳໜັກເພີ່ມຜິດປົກກະຕິ,
ນອນຫງາຍບໍ່ໄດ້
ຈະຮູ້ສຶກອຶດອັດຄືມີຄົນເຕັງໄວ້,
ເຮັດໃຫ້ທຽວລຸກທຽວນອນຕະຫຼອດຄົນ.
ສາເຫດສ່ວນໃຫຍ່ເກີດມາຈາກຫົວໃຈອ່ອນແຮງ
ແລະ ເສັ້ນເລືອດຫົວໃຈຕີບຕັນ,
ສົ່ງຜົນໃຫ້ກ້າມເນື້ອຫົວໃຈຕາຍ
ແລະ ນຳໄປສູ່ອາການຫົວໃຈວາຍ.
ຫົວໃຈຂາດເລືອດຈາກຫຼອດເລືອດ
ຫົວໃຈຕີບແໜ້ນໜ້າເອິກ,
ມັກແໜ້ນກາງເອິກ
ຊຶ່ງເກີດຂື້ນໃນຂະນະອອກກຳລັງກາຍ
ຫຼື ເຮັດວຽກໜັກ, ແຕ່ພໍຢຸດອອກກຳລັງກາຍບໍ່ພໍນາທີອາການແໜ້ນກໍເຊົາ,
ມີອາການປວດບໍລິເວນອື່ນນຳ ເຊັ່ນ:
ແຂນຊ້າຍ, ຄໍ, ກ້າມ,
ຫຼັງເມື່ອຍງ່າຍ, ຫາຍໃຈລຳບາກ
ຫຼື ມີອາການອື່ນທີ່ພົບເຊັ່ນ
ປຸ້ນທ້ອງ, ຮາກ, ເປັນລົມ.
2.
ໂຣກໝາກໄຂ່ຫຼັງ:
ອ່ອນເພຍຊຳເຮື້ອ,
ຖ່າຍເບົາເລື້ອຍໆ ໂດຍສະເພາະກາງຄືນ,
ນ້ຳປັດສາວະອອກໜ້ອຍ,
ກັ້ນປັດສາວະບໍ່ຢູ່,
ຮ່າງກາຍບວມ, ປວດຫຼັງ, ປວດແອວ,
ຂາປັ້ນເລື້ອຍໆ, ຕີນມືເຢັນ,
ນອນບໍ່ຫຼັບ, ເວລານອນແຂນຂາສັ່ນ
ຫຼື ສະເດີດຕື່ນເປັນປະຈຳ,
ຕີນບວມ, ຜິວໜ້າ ແລະ
ບໍລິເວນກ້ອງຕາໝົ່ນໝອງ,
ຜົມລົ່ນ.
ປົກກະຕິໄຕຈະເສື່ອມລົງ
ຕັ້ງແຕ່ອາຍຸ 30 ປີ
ຈະໄວຫຼືຊ້າຕ່າງກັນຂື້ນຢູ່ກັບປັດໃຈຫຼາຍຢ່າງ
ເຊັ່ນ: ກຳມະພັນ, ການໃຊ້ຊີວິດ,
ການກິນຢູ່, ການອົດນອນ,
ຄວາມຕຶງຄຽດ, ກິນຢາຫຼາຍເກີນໄປ,
ມັກກິນເຄັມ.
3.
ມະເຮັງຕັບ: ຕາ ແລະຜິວເປັນສີເຫຼືອງຈັດຈົນເຫັນໄດ້ຈະແຈ້ງ,
ທ້ອງປຸ້ງ, ຂາບວມ ທັງສອງຂ້າງ,
ແໜ້ນທ້ອງ, ທ້ອງບິດ, ເບື່ອອາຫານ,
ນ້ຳໜັກຫຼຸດ, ປວດບໍລິເວນທ້ອງ
ຫຼື ເຈັບສຽບທາງຂ້າງດ້ານຂວາ, ເມື່ອໃຊ້ມືຄຳ
ອາດ ຄຳພົບເຫັນກ້ອນໃດໜື່ງໄດ້. |
 |
4.
ມະເຮັງລຳໄສ້:
ລະບົບການຍ່ອຍອາຫານຜິດປົກກະຕິ, ເຈັບທ້ອງຮຸນແຮງ,
ນ້ຳໜັກຫຼຸດລົງ ໄວວາ,
ມີເລືອດປົນອອກມາກັບອາຈົມ.
5.
ມະເຮັງໝົດລູກ ຫຼືປາກໝົດລູກ:
ມີເລືອດອອກຈາກຮູຊ່ອງຄອດ
ທັງໆທີ່ບໍ່ມີປະຈຳເດືອນ, ເຈັບປວດ ແລະ
ມີເລືອດອອກຫຼັງການມີ ເພດສຳພັນ ຫຼື
ມີອາການບວມໄຂ່ໃນທ້ອງ.
6.
ມະເຮັງຮັງໄຂ່:
ມີບັນຫາກ່ຽວກັບລຳໄສ້, ເບັງທ້ອງ,
ບໍ່ຫຍ່ອຍອາຫານ, ນ້ຳໜັກຫຼຸດ ແລະ
ປະຈຳເດືອນ ມາບໍ່ເປັນປົກກະຕິ ຫຼື
ມີອາການ ເຈັບປວດພາຍຫຼັງມີເພດສຳພັນ.
7.
ມະເຮັງຊວງເອິກ: ຫົວນົມບວມ
ຫຼື ເນື້ອຊວງໜ້າເອິກໜາຂື້ນ, ມີກ້ອນບວມ,
ສຳຜັດໄດ້ເມື່ອໃຊ້ມືຄຳບໍລິເວນ
ກ້ອງຂີ້ແຮ້, ບາງຄັ້ງອາດ ມີຕຸ່ມ ຫຼື
ສິວເກີດຂື້ນທີ່ເຕົ້ານົມ ແລະ ນານເຊົາ,
ມີເລືອດ ຫຼື
ຂອງແຫຼວບາງຢ່າງໄຫຼອອກຈາກຫົວນົມ.
8.
ມະເຮັງເມັດເລືອດ: ໂຕຈ່ອຍຜອມ,
ເມື່ອຍງ່າຍ, ເກີດອາການບວມຊ້ຳຕາມຜິວໜັງ
ໂດຍບໍ່ຮູ້ສາເຫດ ແລະ
ມັກເກີດຮ່ວມກັບອການປວດ ຕາມຂໍ້ຕ່າງໆ,
ເບັງທ້ອງ ແລະ ເມື່ອໃຊ້ມືຄຳຈະພົບກ້ອນບວມທີ່ດ້ານຊ້າຍຂອງທ້ອງ.
9.
ຫຼອດເລືອດສະໝອງອັກເສບ:
ຮ່າງກາຍມຶນຊາ, ອ່ອນແຮງ ໂດຍບໍ່ຮູ້ສາເຫດ,
ວິນຫົວ, ປວດຫົວຢ່າງຮຸນແຮງແບບໄວພະລັນ,
ເວົ້າບໍ່ ຂອດ, ລີ້ນແຂງ, ຕາມົວ,
ມັກແນມເຫັນພາບຊ້ອນ
ອາການຂອງໂຣກເກີດຂື້ນໄດ້ທຸກຮູບແບບ
ຊຶ່ງຂື້ນຢູ່ກັບຕຳແໜ່ງທີ່ເກີດຂື້ນກັບສະໝອງທີ່
ເຮັດໜ້າທີ່
ບັນຊາພາກສ່ວນຕ່າງໆຂອງຮ່າງກາຍ.
ໝາຍຄວາມວ່າຖ້າສະໝອງສ່ວນໃດຂອງຮ່າງກາຍ
ມັນກໍຈະສົ່ງຜົນຕໍ່ສ່ວນນັ້ນໆ ຂອງ
ຮ່າງກາຍ.
10. ໂຣກເບົາຫວານ:
ຖ່າຍເບົາເລື້ອຍໆຕອນເດິກ
ແລະ ພົບວ່ານ້ຳຍ່ຽວມີມົດຕອມ,
ອ່ອນເພຍລົງ, ຢາກກິນອາຫານຕະຫຼອດ, ແຕ່ນ້ຳໜັກ
ຫຼຸດລົງ ເນື່ອງຈາກຮ່າງກາຍນຳເອົານ້ຳຕານໄປໃຊ້ເປັນພະລັງງານບໍ່ໄດ້,
ບາດແຜຫາຍເຊົາຊ້າ, ເຫັນພາບບໍ່ແຈ້ງ,
ຕາມົວ.
*
ຄັດຈາກ: ວາລະສານ ອັບເດດ, ສະບັບທີ 11,
2009, ໜ້າທີ36 |