|
ຢາຖູແຂ້ວ...
ເປັນສິ່ງທີ່ຄູ່ກັນກັບແປງຖູແຂ້ວ ເພາະນອກຈາກຈະຊ່ວຍຮັກສາຄວາມສະອາດຂອງ
ແຂ້ວ ແລະ ເຫງືອກແລ້ວ,
ຍັງເຮັດໃຫ້ເຮົາຮູ້ສຶກ
ສົດຊື່ນຫຼັງຈາກຖູແຂ້ວແລ້ວ.
* ສ່ວນປະກອບໃນຢາຖູແຂ້ວ:
ປັດຈຸບັນຢາຖູແຂ້ວ ແມ່ນມີຫຼາຍຊະນິດທີ່ຂາຍຢູ່ຕາມຕະຫຼາດ
ຈຶ່ງເຮັດໃຫ້ມີຫຼາຍຄົນຖາມກັນວ່າ ຈະ
ເລືອກໃຊ້ຢາຖູແຂ້ວຊະນິດໃດດີ ການເລືອກໃຊ້
ຢາຖູແຂ້ວ ແມ່ນມີຫຼັກງ່າຍໆ ຄື: ເລືອກຕາມ
ຄວາມຕ້ອງການ ໂດຍເບິ່ງຈາກສ່ວນປະກອບສຳຄັນໃນຢາຖູແຂ້ວນັ້ນໆ
ໂດຍທົ່ວໄປຢາຖູແຂ້ວທີ່ນິຍົມໃຊ້ຈະມີລັກສະນະເປັນຄີມ
ເຊິ່ງປະກອບດ້ວຍຜົງຂັດທີ່ລະອຽດ ເພື່ອ
ຊ່ວຍກຳຈັດຄາບຫີນປູນ
ມີສານທີ່ເຮັດໃຫ້ເກີດຟອງ
ທີ່ຈະຊ່ວຍໃຫ້ຄາບຫີນປູນຖືກປັດອອກໄດ້ງ່າຍ
ມີການແຕ່ງກິ່ນ ແລະ ຣົດ ເພື່ອເປັນຕາໃຊ້ໄດ້ດີ
ນອກນີ້ຍັງມີສານ ເກັບຄວາມຊື້ນ
ສານຊ່ວຍຢຶດ ສານກັນບູດ ແລະ ສານຟລູອໍໄຣດ໌
* ການເລືອກໃຊ້ຢາຖູແຂ້ວ:
ສ່ວນປະກອບຂອງຢາຖູແຂ້ວ ແຕ່ລະຊະນິດຈະແຕກຕ່າງກັນ
ດັ່ງນັ້ນຈຶ່ງຄວນເລືອກໃຊ້ຕາມຈຸດປະສົງຂອງແຕ່ລະຄົນ
ດັ່ງນີ້:
1. ຊ່ວຍໃນການປ້ອງກັນແຂ້ວແມງ
ສ່ວນປະກອບໃນຢາຖູແຂ້ວທີ່ມີຜົນຕໍ່ການປ້ອງແຂ້ວແມງ
ຄື: ຟລູອໍໄຣດ໌ ໃນການກຳນົດໃຫ້ຕື່ມ
ຟລູອໍໄຣດ໌ ໃນຢາຖູແຂ້ວໄດ້ບໍ່ເກີນຮ້ອຍລະ
0.11 ຫຼື 1,110
ສ່ວນໃນສ່ວນປະກອບລ້ານສ່ວນ (ppm.) ແລະ
ຕ້ອງໄດ້ຮັບອະນຸຍາດຈາກ ອົງການອາຫານ ແລະ
ຢາ.
ຢາຖູແຂ້ວສ່ວນຫຼາຍທີ່ຂາຍກັນທົ່ວໄປຈະມີຟລູອໍໄຣດ໌ຢູ່ນຳ
ແລະ ຫຼາຍຍີ່ຫໍ້ຈະມີຄຳວ່າ ເອັຟ (F)
ຕໍ່ທ້າຍ, ແຕ່ກໍ່ມີບາງຍີ່ຫໍ້ທີ່ມີຄຳວ່າ:
ເອັຟ ແຕ່ບໍ່ມີຟລູອໍໄຣດ໌ ສະນັ້ນ ເຮົາຈຶ່ງຄວນສຶກສາລາຍລະອຽດທີ່ຢູ່ຂ້າງກ່ອງໃນການເລືອກໃຊ້ໃຫ້ຖືກຕ້ອງ
ຮູບແບບຂອງຟລູອໍໄຣດ໌ທີ່ໃຊ້ມີ 2 ຊະນິດຄື:
ໂຊດ້ຽມຟລູອໍໄຣດ໌ກັບໂຊດ້ຽມໂມໂນຟລູອໍໄຣດ໌ຟອສເຟຕ
ໃນແຕ່ລະຍີ່ຫໍ້ຈະປະສົມຕາມສ່ວນຂອງ
ຟລູອໍໄຣດ໌ທັງສອງຕ່າງກັນ ຫຼື ໃຊ້ຢ່າງດຽວ
ສ່ວນຢາຖູແຂ້ວທີ່ໃຊ້ສຳຫຼັບເດັກນ້ອຍຈະມີປະລິມານຟລູອໍໄຣດ໌ຕ່ຳກວ່າ
1,000 PPM ເຊັ່ນ:
ຄອລເກດຈູເນຍມີຟລູອໍໄຣດ໌ 500 ppm. ໂຄໂດໂມເຈລມີຟລູອໍໄຣດ໌
850 ppm. ເພື່ອປ້ອງກັນອັນຕະລາຍທີ່ອາດເກີດຂື້ນເນື່ອງຈາກການທີ່ເດັກນ້ອຍມັກກືນຟລູອໍໄຣດ໌ເຂົ້າໄປຫລາຍ
ເກີນໄປ ແນວໃດກໍ່ຕາມປະສິດທິພາບໃນການປ້ອງກັນບໍ່ໃຫ້ເກີດແຂ້ວແມງກໍ່ຈະລຸດລົງໄດ້
2.
ຊ່ວຍໃນການບໍ່ໃຫ້ເກີດເຊື້ອທີ່ເປັນສາເຫດຂອງໂລກເຫງືອກ
ແລະ ແຂ້ວແມງ:
ໃນຢາຖູແຂ້ວຍີ່ຫໍ້ທີ່ມີການຕື່ມສານທີ່ຊ່ວຍໃນການລຸດເຊື້ອທີ່
ເປັນສາເຫດຂອງໂລກເຫງືອກ ແລະ ແຂ້ວແມງ ເຊັ່ນ:
ສານໄຕຣໂຄຊານ ເຊັ່ນ: ຄອລເກດໂທທອລ ໃຊ້ໄຕຣໂຄຊານເປັນສ່ວນປະກອບ
ຊຶ່ງຈະຄົງຕົວຢູ່ໃນຊ່ອງປາກໄດ້ດົນ 4-12
ຊົ່ວໂມງ
ພາຍຫຼັງການໃຊ້ສານອີກໂຕໜື່ງທີ່ມີປະສິດທິພາບໃນລຸດເຊື້ອໃນຊ່ອງປາກໄດ້
ເຊັ່ນ: ສານໄທມອລ
ຊຶ່ງເປັນສານລຸດເຊື້ອທີ່ມີຢູ່ໃນຢາຖູແຂ້ວ
ໃກ້ຊິດ ແລະ ເປັນສ່ວນປະກອບສຳຄັນຂອງນ້ຳຢາບ້ວນປາກລິສເຕີຣ໌ຣິນ
ອີກ, ເພາະສານໄທມອລຈະຄົງຕົວຢູ່ໃນຊ່ອງປາກ
ແລະ ຍັງຄົງມີລິດ
ໃນການລະງັບເຊື້ອໂລກພາຍຫຼັງການໃຊ້ປະມານ
2 ຊົ່ວໂມງ,
ສ່ວນສານອີກໂຕທີ່ກຳລັງມາແຮງກໍ່ຄື: ທີທີ
ອອຍສ໌ ມີຢູ່ໃນຢາຖູແຂ້ວໃກ້ຊິດ ແຕ່
ການຄົງຕົວໃນຊ່ອງປາກຈະຕ່ຳກັບໄທມອລ
3. ຊ່ວຍໃຫ້ແຂ້ວຂາວຂື້ນ:
ໂດຍການຂັດຄາບສີຂອງແຂ້ວອອກເຮັດໃຫ້ແຂ້ວຂາວສະອາດຂື້ນ
ຢາຖູແຂ້ວໃນກຸ່ມນີ້ມັກເນັ້ນໃນຜົງຖູຂັດແຂ້ວທີ່ມີ
ຄວາມຫຍາບກວ່າປົກກະຕິ ເຊັ່ນ: ໄດແຄລຊຽມ
ຟອສເຟຕ (ແຊຄທ໌) ອະລູນິນັມໄຮດຣອກໄຊດ໌
(ເດນິວິທ) ອະລູມິນັມອອກໄຊດ໌ (ຄອລເກດ ເຊນເຊຊັ່ນ)
ແຄລໄຊນ໌ອະລູມິນາ (ດາຣ໌ລີ່ ເຟຣຊ ແອນດ໌
ໄບຣທ໌) ຊິລິຄອນໄດອອກໄຊດ໌ (ໃກ້ຊິດ)
ອະລູມິນັ່ມຊິລິເກທ (Glister)
ສ່ວນທີ່ເຮັດໃຫ້ແຂ້ວຂາວຂື້ນອີກວິທີໜື່ງ
ຄື: ການຟອກສີແຂ້ວ (Bleeching)
ຈະມີພຽງສະປາຣ໌ເກິ້ລສູຕຣເປີຣ໌ອອກໄຊດ໌ ເທົ່ານັ້ນທີ່ມີຄາຣ໌ບາ
ໄມຄ໌ເປີຣ໌ອອກໄຊດ໌ ຮ້ອຍລະ 3
ຊຶ່ງເປັນສານທີ່ສາມາດຟອກສີແຂ້ວໃຫ້ຂາວຂື້ນໄດ້,
ແຕ່ແນວໃດກໍ່ຕາມ ໂອກາດທີ່ສານເປີຣ໌ອອກໄຊດ໌
ຈະກໍ່ໃຫ້ເກີດການແພ້ ແລະ
ລະຄາຍເຄື່ອງຕໍ່ເຫງືອກມີສູງ
ຈຶ່ງຄວນລະວັງໃນການເລືອກໃຊ້
ຜະລິດຕະພັນປະເພດນີ້
4. ຊ່ວຍລຸດອາການສຽວແຂ້ວ:
ມີການໃຊ້ສານ 2 ຊະນິດ ຄື: ສະຕຣອນຕຽມ
ຄໍໄຣດ໌ (ເຊັນໂຊດາຍສີແດງ) ແລະ ໂປຣຕັສຊຽມໄນເຕຣດ
ໃນການລຸດອາການສຽວແຂ້ວ ໂດຍຈະສາມາດແກ້ໄດ້
ຫຼັງກາຈໃຊ້ຢາຖູແຂ້ວປະມານ 20
ຄັ້ງຂື້ນໄປ ຊ່ວຍໃນການຮັກສາໂລກເຫງືອກ
ຈະມີການໃສ່ສານ ຫຼື ສະມູນໄພຕ່າງໆ ເຂົ້າໃນຢາຖູແຂ້ວ
ເພື່ອຊ່ວຍໃນການຮັກສາໂລກເຫງືອກ
ໂດຍຈະຊ່ວຍລຸດເຊື້ອ
Methyl-4-Esculetal Sodium
(ໄພໂອດອລທິລ) ການພລູ ຫຼື
Clove
oil
ສານບາງໂຕຈະເພີ່ມຄວາມແຂງແຮງຂອງເຫງືອກ ເຊັ່ນ:
ວິຕາມິນ P, ໂປຣວິຕາມິນບີ 5, Allantion,
ສ່ວນຄາໂມໄມລ໌
ຈະມີລິດໃນການລຸດການອັບເສບ
ທຣານເອກຊາມິຄ ເອຊິດ (ຊອລທ໌)
ຈະຊ່ວຍຫ້າມເລືອກ ເປັນຕົ້ນ
* ຢາຖູແຂ້ວແບບສະໝູນໄພ
ສະໝູນໄພທີ່ເອົາມາໃຊ້ໃນຢາຖູແຂ້ວ
ສ່ວນຫຼາຍຈະປະກອບດ້ວຍຂ່ອຍ ເຊິ່ງຮູ້ກັນມາຕັ້ງແຕ່ບູຮານ
ສ່ວນທີ່ເອົາມາໃຊ້ຄື: ກິ່ງນ້ອຍໆ ຫຼື ເປືອກ
ເນື່ອງຈາກເຫັນວ່າເປືອກຂ່າຍມີສານເທນນິນ
ທີ່ມີລິດໃນການລະງັບເຊື້ອໂລກໄດ້ ໃນຂະນະດຽວກັນກໍ່ຈະຊ່ວຍເຄືອບແຂ້ວໄດ້ອີກ
ການພູ ສ່ວນທີ່ເອົາມາໃຊ້ມັກຈະເປັນດອກ
ຊຶ່ງມີນ້ຳມັນ
ມີລິດໃນການລະງັບເຊື້ອທີ່ອ່ອນ
ນອກຈາກນີ້ກໍ່ມີ ເກືອ, ກະດອງປາໝຶກ ໃຊ້ເປັນຜົງ
ຂັດແຂ້ວ ພິມເສນ ກາລະບູນ ຊະເອມ ໃຊ້ໃນການປຸງແຕ່ງລົດຊາດ
ສ່ວນສະໝູນໄພຕ່າງປະເທດທີ່ເອົາມາປະສົມໃນຢາຖູແຂ້ວ
ຄື: ຄາໂມໄມລ໌ ຊຶ່ງມີລິດຕ້ານການອັບເສບ
ເມີຣ໌ເປບເປີຣ໌ມິ້ນທ໌ ເສຈ ເອຄຊິນາເຊຍ ແຣທທາເນຍ
ເຊິ່ງເປັນສະໝູນໄພທີ່ນຳມາປະສົມໃນຢາຖູແຂ້ວ
ເພື່ອຊ່ວຍ ໃນການຮັກສາໂລກເຫງືອກ, ໂສມ
(Ginseng) ເປັນສະໝູນໄພທີ່ມັກໃຊ້ເປັນຢາບຳລຸງກຳລັງກໍ່ມີການເອົາມາປະສົມໃນຢາຖູແຂ້ວ
ເປັນຕົ້ນ
ບັນຫາຈາກການໃຊ້ຢາຖູແຂ້ວ:
ບັນຫາຈາກການໃຊ້ຢາຖູແຂ້ວ ໂດຍປົກກະຕິແລ້ວຈະມີໜ້ອຍ
ສ່ວນທີ່ອາດເຫັນແນ່ ຄື: ການແພ້ຢາຖູແຂ້ວ
ເຍື່ອອ່ອນໃນຊ່ອງປາກຈະເກີດ ອາການແພ້
ຫຼື ລະຄາຍເຄືອງ ບາງຄົນອາດມີອາການບວມ
ລິມປາກແດງ
ສາເຫດເກີດຈາການແພ້ສານບາງຢ່າງທີ່ມີໃນຖູແຂ້ວ
ເຊັ່ນ: ບາງຄົນຈະແພ້ເມນທອລ
ຊຶ່ງເປັນສານແຕ່ງກິ່ນ ແລະ ລົດຢາຖູແຂ້ວ
ຫຼື ອາດຈະແພ້ຟລູອໍໄຣດ໌ໃນຢາຖູແຂ້ວ
ວິທີແກ້ໄຂກໍ່ຄື: ປ່ຽນໄປໃຊ້
ຢາຖູແຂ້ວອື່ນທີ່ບໍ່ມີສານໂຕນັ້ນ
ການໃຊ້ຢາຖູແຂ້ວບາງຊະນິດເພື່ອກຳຈັດຄາບຢາສູບ
ແລະ ເສດອາຫານ ຊຶ່ງຈະມີຜົງຂັດຫຼາຍ
ກໍ່ອາດຈະເກີດບັນຫາເຮັດໃຫ້ແຂ້ວຄອນໄດ້
ຈຶ່ງບໍ່ຄວນໃຊ້ທຸກໆວັນ
ຢາຖູແຂ້ວຍບາງຊະນິດປະສົມສະໝູນໄພທີ່ມີລິດເປັນຢາຮັກສາແຜເຮັດໃຫ້ເຫງືອກເບິ່ງຄືກັບແໜ້ນໜາຂື້ນ
ຊຶ່ງຕ້ອງລະວັງ ເພາະອາດມີຫີນປູນຢູ່ລຸ່ມເຫງືອກ
ທີ່ຍັງບໍ່ທັນຂູດອອກ
ອາດມີການຕິດເຊື້ອເກີດຂື້ນໄດ້. |