ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ຄອບຄົວມະຫາສານ
ຄອບຄົວ ແລະ ສັງຄົມ
ການວາງແຜນຄອບຄົວ
ສາຍພົວພັນຄອບຄົວ
ິທີການລ້ຽງລູກ
ເພດສຶກສາ
ໂລກຕິດຕໍ່ທາງເພດສຳພັນ
ສຸຂະພາບທົ່ວໄປ
ໂລກ ແລະພະຍາດຕ່າງໆ
ຄອບຄົວຕົວແບບ
ກົດໝາຍໜ້າຮູ້
ການສຶກສາ
ກິລາ
ໂຄສະນາຜ່ານເວັບ
 

 

 
 
   ການຄົ້ນພົບຈຸດອ່ອນຂອງເຊື້ອ "ໄຂ້ຫວັດໃຫຍ່ທຸກສາຍພັນ" ຖືກທຳລາຍໄດ້ຈາກສານຕ້ານອະນຸມູນອິດສະຣະ
 


Sadis Matalon ນັກວິໄຈມະຫາວິທະຍາໄລອະລາບາມາ (www.sadismatalon.com)

ທີມງານວິໄຈຂອງອາເມລິກາ, ໄດ້ຄົ້ນພົບຈຸດອ່ອນເຊື້ອໄຂ້ຫວັດໃຫຍ່ທຸກສາຍພັນ ເຫັນໂປຣຕີນໄວຣັສທີ່ນຳເອົາເຊື້ອເຂົ້າທຳລາຍເຊລປອດ ແຕ່ສາມາດຢຸດໄດ້ ດ້ວຍສານຕ້ານອະນຸມູນອິດສະຣະ ເຊິ່ງສາມາດຊ່ວຍປ້ອງກັນບໍ່ໃຫ້ເຊລປອດຖືກທຳລາຍໄດ້ ອະນາຄົດສາມາດນຳໃຊ້ ເປັນແນວທາງຮັກສາ ຄົນເຈັບທີ່ຕິດເຊື້ອໄຂ້ຫວັດໃຫຍ່

ໄຊນາເດລີລາຍງານວ່າ: ທີມນັກວິທະຍາສາດຂອງມະຫາວິທະຍາໄລອະລາບາມາທີ່ເບີຣ໌ມິງແຮມ (University of Alabama at Birmingham)ເຂດລັດອະລາບາມາ ຂອງສະຫະລັດ ໄດ້ຄົ້ນພົບຈຸດອ່ອນຂອງເຊື້ອໄວຣັສໄຂ້ຫວັດໃຫຍ່ທຸກສາຍພັນ ທີ່ເຮັດໃຫ້ມັນສາມາດຖືກທຳລາຍໄດ້ດ້ວຍ ສານຕ້ານອະນຸມູນອິດສະຣະ ຫຼື ແອນຕິອອກຊິແດນ (antioxidant) ເຊິ່ງງານວິໄຈດັ່ງກ່າວໄດ້ຖືກພິມລົງໃນວາລະສານສະຫະພາບສະມາຄົມ ອະເມລິກາ ເພື່ອການທົດລອງທາງຊີວະວິທະຍາ (FASEB Journal)  ສະບັບເດືອນ ພະຈິກ 2009.

ງານວິໄຈດັ່ງກ່າວຍັງໄດ້ເພີ່ມຕຶ່ມວ່າ: ສານຕ້ານອະນຸມູນອິດສະຣະທີ່ພົບໃນພືດ ແລະ ອາຫານທົ່ວໄປທີ່ຄົນເຮົາບໍລິໂພກ ອາດເປັນກຸນແຈ ທີ່ສຳຄັນໃນການປ້ອງກັນເຊື້ອໄວຣັສໄຂ້ຫວັດໃຫຍ່ ບໍ່ໃຫ້ໄປທຳລາຍປອດຂອງຄົນທີ່ຕິດເຊື້ອໄຂ້ຫວັດໃຫຍ່ໄດ້

"ການແພ່ລະບາດຂອງໂລກໄຂ້ຫວັດໃຫຍ່ສາຍພັນໃໝ່ (H1N1) ແລະ ການແພ່ກະຈ່າຍເຊື້ອຢ່າງໄວໄປທົ່ວໂລກ ສິ່ງສຳຄັນທີ່ພວກເຮົາ ຈຳເປັນຕ້ອງມີຄວາມເຂົ້າໃຈຫຼາຍຂື້ນຄື: ເຊື້ອໄວຣັສທີ່ເຂົ້າໄປທຳລາຍປອດຂອງຄົນທີ່ຕິດເຊື້ອໄດ້ແນວໃດ? ແລະ ຊອກຫາວິທີການຮັກສາໃໝ່ ທີ່ໄດ້ຜົນ ແລະ ຫຼາຍກວ່ານັ້ນຄື: ງານວິໄຈຂອງພວກເຮົາໄດ້ສະແດງໃຫ້ເຫັນວ່າສານຕ້ານອະນຸມູນອິດສະຣະ ອາດມີສ່ວນຊ່ວຍໃນການຮັກສາ ໂລກໄຂ້ຫວັດໃຫຍ່ທີ່ໄດ້ຜົນດີຫຼາຍຂື້ນ" ແຊດິສ ມາຕາລອນ (Sadis Matalon) ສຈ.ດ້ານສຣີຣະວິທະຍາ ມະຫາວິທະຍາໄລອະລາບາມາ ເຊິ່ງເປັນໜື່ງໃນທີມວິໄຈໄດ້ກ່າວ.

ນັກວິໄຈສຶກສາເຫັນວ່າ: ເຊື້ອໄຂ້ຫວັດໃຫຍ່ເຂົ້າໄປທຳລາຍປອດຂອງຄົນທີ່ຕິດເຊື້ອຈາກໂປຣຕີນເອມ2 (M2 ໂປຣຕີນ) ຂອງມັນເອງ ໂດຍໃຊ້ ເປັນໂຕນຳທາງເຂົ້າສູ່ເຊລເຊື່ອບຸຂອງຜິວປອດຊັ້ນໃນ ຫຼື ອິພິເທີລຽນເຊລ (epithelial cells) ເຊິ່ງໂປຣຕີນເອມ2 ຈະໄດ້ລົບກວນການ ທຳງານຂອງເຊລ ເຊື່ອບຸຂອງຜິວປອດຊັ້ນໃນ ໃນການກຳຈັດຂອງເຫຼວທີ່ຢູ່ຂ້າງໃນປອດ ທີ່ຈະເຮັດໃຫ້ເກີດອາການປອດອັກເສບ ແລະ ບັນຫາ ອື່ນໆທີ່ຈະເກີດຂື້ນໃນປອດໄດ້

ໃນການສຶກສາວິໄຈຈົນສາມາດຄົ້ນພົບຂໍ້ມູນດັ່ງກ່າວ ນັກວິໄຈໄດ້ທຳການທົດລອງ 3 ຂັ້ນຕອນ: ຂັ້ນທຳອິດສີດໂປຣຕີນເຂົ້າໃນປອດທີ່ຖືກ ທຳລາຍ ເຂົ້າໄປໃນໄຂ່ກົບ ເພື່ອກວດສອບການທຳງານຂອງໂປຣຕີນດັ່ງກ່າວ, ຂັ້ນທີ 2 ນັກວິໄຈສີດໂປຣຕີນເອມ2 ແລະ ໂປຣຕີນຈາກປອດ ເຂົ້າໄປໃນໄຂ່ກົບພ້ອມກັນ ແລະ ພົບວ່າການທຳງານຂອງໂປຣຕີນປອດລຸດລົງຢ່າງເຫັນໄດ້ຊັດ

ຈາກນັ້ນນັກວິໄຈໃຊ້ເຕັກນິກທາງຊີວະວິທະຍາໂລເມກຸນທົດລອງແຍກເອົາສ່ວນຂອງໂປຣຕີນເອມ2 ທີ່ເຊື່ອວ່າເປັນສ່ວນທີ່ທຳລາຍໂປຣຕີນປອດ ອອກມາ ແລ້ວທົດລອງສີດເຂົ້າໄປໃນໄຂ່ກົບຄືເກົ່າ ກໍ່ພົບວ່າໂປຣຕີນປອດຍັງຄົງທຳງານໄດ້ຄືເກົ່າ ແລະ ບໍ່ຖືກທຳລາຍ

ຂັ້ນສຸດທ້າຍ: ນັກວິໄຈທົດລອງສີດໂປຣຕີເອມ2 ທີ່ສົມບູນ ພ້ອມກັບໂປຣຕີນປອດເຂົ້າໄປໃນໄຂ່ກົບນຳກັນ ໂດຍສີດຢາທີ່ຊ່ວຍກຳຈັດ ອະນຸມູນອິດສະຣະເຂົ້າໄປນຳ ພົບວ່າສາມາດຊ່ວຍປ້ອງກັນບໍ່ໃຫ້ໂປຣຕີນເອມ2 ທຳລາຍໂປຣຕີນປອດໄດ້ ແລະ ເມື່ອເອົາໄປທົດລອງອີກ ໂດຍໃຊ້ເຊລປອດຂອງຄົນກໍ່ໄດ້ຜົນຄືກັນ

"ເຖິງວ່າວັກຊີນຈະຍັງເປັນວິທີທຳອິດໃນການຕໍ່ສູ້ກັບໂລກໄຂ້ຫວັດໃຫຍ່ໃນໄລຍະຍາວທີ່ຈະມາເຖິງ ແຕ່ຜົນງານວິໄຈນີ້ໄດ້ເປີດທາງສູ່ການຮັກສາ ແບບໃໝ່ຢ່າງໄດ້ຜົນ ດ້ວຍການບາດກ້າວທີ່ບໍ່ຢຸດຢັ້ງເຊື້ອໄວຣັສ ຫຼັງຈາກທີ່ເຮົາມີອາການປ່ວຍແລ້ວ ແລະ ຕ້ອງຂອບໃຈເຖິງຜົນງານວິໄຈ ທີ່ເປັນອີກເຫດຜົນໜື່ງທີ່ເຮັດໃຫ້ເຮົາດື່ມໄວນ໌ເພື່ອສຸຂະພາບ" ເຈຣັລດ໌ ເວສແມນ (Gerald Weissmann) ຫົວໜ້າບັນນາທິການວາລະສານ FASEB Journal  ກ່າວ

ດັ່ງນັ້ນ, ສານຕ້ານອະນຸມູນອິດສະຣະ ຄື: ສານທີ່ມີຄຸນສົມບັດຊ່ວຍປ້ອງກັນ ແລະ ຢັບຢັ້ງການເກີດປະຕິກິຣິຍາອອກຊິເດຊັນຂອງ ອະນຸມູນອິດສະຣະ ເພາະເມື່ອຮ່າງກາຍໃຊ້ອອກຊິເຈນໃນກະບວນການເຜົາຜານອາຫານ ຈະມີອະນຸມູນອິດສະຣະເກີດຂື້ນນຳ ນອກຈາກນັ້ນ ຍັງມີປັດໄຈອື່ນໆທີ່ເຮັດໃຫ້ເກີດອະນຸມູນອິດສະຣະໃນຮ່າງກາຍໄດ້ ເຊັ່ນ: ຄວັນຢາສູບ ແລະ ມົນລະພິດໃນອາກາດ ອະນຸມູນອິດສະຣະ ເຫຼົ່ານີ້ສາມາດເຮັດປະຕິກິຣິຍາກັບໂປຣຕີນ ໄຂມັນ ແລະ ດີເອນເອ ໃນຮ່າງກາຍ ເຮັດໃຫ້ໂມເລກູນດັ່ງກ່າວເສຍຫາຍ ແລະ ເກີດໂລກຕ່າງໆ ໄດ້

ການທີ່ຮ່າງກາຍຂອງຄົນເຮົາໄດ້ຮັບສານຕ້ານອະນຸມູນອິດສະຣະເປັນປະຈຳ ຈະຊ່ວຍປ້ອງກັນຄວາມເສຍຫາຍໃນຮ່າງກາຍທີ່ເກີດຂື້ນ ຈາກ ອະນຸມູນອິດສະຣະໄດ້ ເຊິ່ງສານຕ້ານອະນຸມູນອິດສະຣະມີຫຼາຍຊະນິດ ເຊັ່ນ: ວິຕາມິນເອ, ວິຕາມິນຊີ, ວິຕາມິນອີ, ເບຕາແຄໂຣທີນ, ຊີລີນຽມ ແລະ ສານປະກອບຟີນອລລິກ ເປັນຕົ້ນ. ເຊິ່ງສາມາດພົບເຫັນໄດ້ທົ່ວໄປໃນອາຫານ, ຜັກ, ໝາກໄມ້, ລວມທັງຊາສະມູນໄພຕ່າງໆ


ເຊື້ອໄຂ້ຫວັດໃຫຍ່ຊະນິດເອ ຖ່າຍດ້ວຍກ້ອງຈຸລະທັດອິເລັກຕອນ (ໄຊນ໌ເດລີ/CDC/F.A. Murphy)

* ຄັດຈາກ: manager.co.th, ວັນທີ 4-11-2009

   
   

<<  [1]  [2]  [3]  >>

 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 021 263 563 ແຟັກ: 021 263564 ອີເມລ໌: info@mahasan.com

Last Update: Tuesday, May 27, 2008