|

ຜົນການວິໄຈໃໝ່ຂອງຜູ້ຊ່ຽວຊານຈາກມະຫາວິທະຍາໄລອີຣາສະມຸດສ໌
ເມືອງຣອຕເຕີດຳ ປະເທດເນເທີແລນ ຄົ້ນພົບວ່າ
ຄວາມສຸກສາມາດເຮັດໃຫ້ຄົນເຮົາມີຊີວິດຍືນຍາວຕໍ່ໄປໄດ້ອີກຫຼາຍປີ
ເພາະຄົນທີ່ມີຄວາມສຸກ
ຈະບໍ່ມັກເຈັບໄຂ້ລົ້ມປ່ວຍ
ຄົນທີ່ມີຄວາມສຸກມັກເປັນພວກທີ່ເອົາໃຈໃສ່ຕໍ່ສຸຂະພາບຂອງຕົນເອງ
ໝັ່ນກວດເຊັກນ້ຳໜັກ ເພື່ອຈະຮູ້ແຕ່ທຳອິດ
ຖ້າເກີດອາການເຈັບປ່ວຍຂື້ນ
ຄົນທີ່ມີຄວາມສຸກຍັງເປັນພວກທີ່ສູບຢາ ແລະ
ດື່ມແອກອລຮໍ ພໍປະມານ ມີຮ່າງກາຍແຂງແຮງ,
ມີໂລກກະທັດທີ່ກວ້າງ,
ມີຄວາມເຊື່ອໝັ້ນໃນຕົນເອງ ຈຶ່ງເຮັດໃຫ້
ສຸຂະພາບກາຍ ແລະ ຈິດໃຈດີໄປນຳກັນ
ຄົນທີ່ມີຄວາມສຸກ
ຈຶ່ງມັກມີອາຍຸຍືນຍາວກວ່າປົກກະຕິ
ກົງກັນຂ້າມກັບຄົນທີ່ມີ ຄວາມທຸກໃຈ
ຊຶ່ງຈະສົ່ງຜົນໃຫ້ຄວາມດັນເລືອດສູງຂື້ນ ແລະ
ພູມຕ້ານໂລກຕ່ຳລົງ
ຈາກການທົດລອງຜົນການສຶກສາ 30 ຢ່າງ
ທີ່ເຮັດຂື້ນທົ່ວໂລກ ໃນໄລຍະເວລາຕັ້ງແຕ່ 1
ປີ ໄປຈົນຮອດ 60 ປີ, ເຫັນວ່າ
ຄວາມສຸກຈະເຮັດໃຫ້ຄົນເຮົາມີອາຍຸຍືນຍາວຂື້ນປະມານ
7.5 ເຖິງ 10 ປີ ແຕ່ສິ່ງທີ່ເຮັດໃຫ້ນັກວິໄຈສົງໄສອີກ
ກໍ່ຄື: ສິ່ງໃດທີ່ເຮັດໃຫ້ຄົນເຮົາມີຄວາມສຸກ
ແລະ ຍ້ອນຫຍັງ?
ຄົນທີ່ຢູ່ໃນປະເທດພັດທະນາແລ້ວ
ຊຶ່ງມີຄວາມຈະເລີນທາງ ວັດຖຸ
ຈຶ່ງບໍ່ຄ່ອຍພໍໃຈກັບຊີວິດຂອງຕົນເອງ ເທົ່າທີ່ຄວນ
ນັກເສດຖະສາດໃນປັດຈຸບັນ ເລີ່ມຫັນມາໃຫ້ຄວາມສຳຄັນກັບຄວາມສຸກຂອງຊີວິດ
ແທນທີ່ຈະເນັ້ນໃນເລື່ອງອຳນາດ ໃນການຊື້ ເຊັ່ນ:
ແຕ່ກ່ອນຜົນວິໄຈພົບເຫັນວ່າ
ທັນທີທີ່ຄົນເຮົາມີອຳນາດໃນການຊື້ເພິ່ມຂື້ນ
ເຖິງ 10.000 ໂດລາ ຕໍ່ປີ
ການຊື້ວັດຖຸສິ່ງຂອງມາຕອບສະໜອງຄວາມຕ້ອງການຂອງຕົນເອງ
ກໍ່ຈະເລີ່ມກໍ່ໃຫ້ເກີດຄວາມສຸກພຽງຫນ້ອຍດຽວເທົ່ານັ້ນ
ຄວາມສຸກຂອງຄົນເຮົາ ໂດຍແທ້ຈິງແລ້ວຢູ່ກັບເລື່ອງຂອງມິດຕະພາບ
ແລະ
ການຢູ່ຮ່ວມກັນໃນສັງຄົມທີ່ຊ່ວຍເຫຼືອເຊິ່ງກັນ
ແລະ ກັນ ເປັນສັງຄົມທີ່ມີເສລີພາບ ເປັນປະຊາທິປະໄຕ
ລວມເຖິງການໄດ້ລັດຖະບານທີ່ດີມາບໍລິຫານປະເທດຊາດ
ແລະ
ຕ້ອງເປັນສັງຄົມທີ່ມີການບັງຄັບໃຊ້ກົດໝາຍຢ່າງຈິງຈັງ
ທ່ຽງທຳ,
ຜົນວິໄຈນີ້ຍັງໄດ້ຮຽກຮ້ອງໃຫ້ລັດຖະບານຈຳເປັນຕ້ອງ
ສອນປະຊາຊົນ ໃຫ້ຮູ້ເຖິງແນວທາງໃນການດຳເນີນຊີວິດແບບມີຄວາມສຸກ
ທີ່ເໜັ້ນການພັດທະນາຄຽງຄູ່ໄປກັບການຄົ້ນຫາ
ຄວາມຂອງຊີວິດ.
*
ຄັດຈາກ: ກະປຸກ.ຄອມ, ວັນທີ
21-08-2008 |