|
ນັບແຕ່ມະຫາສານໄດ້ເລີ່ມກໍ່ຕັ້ງ ແລະຈົດທະບຽນເວັບໃຊທ໌ມະຫາສານດອທ໌ຄອມ
(www.mahasan.com)
ແຕ່ປີ 2003
ຈົນມາເຖິງປະຈຸບັນພວກເຮົາເຫັນໄດ້ພ້ອມກັນວ່າ
ຈຳນວນຄົນໄດ້ຮູ້ຈັກນັບມື້ນັບຫຼາຍຂຶ້ນ
ບໍລິສັດໃນຄວາມໝາຍ ແລະ ຊື່ນີ້ ໝາຍເຖິງ ມະຫາສານ.ຄອມ
ທີ່ດຳເນີນທຸລະກິດ ພາຍໄຕ້ ລະບຽບກົດໝາຍ ແລະ
ລັດຖະທຳມະນູນ ຂອງ ສປປລາວ
ມີຂອບເຂດການບໍລິການໃຫ້ກັບລູກຄ້າພາຍໃນ ແລະ
ຕ່າງປະເທດ. ເປັນໄລຍະເວລາ 15 ປີຂື້ນໄປ.
ທຸກເອກະສານທີ່ເປັນທາງການຂອງບໍລິສັດ
ຈະຕ້ອງມີລາຍເຊັນຂອງອຳນວຍການ ຫລື ຜູ້ທີ່ໄດ້ຮັບສິດ ໃນການແຕ່ງຕັ້ງ
ຕາງໜ້າໃດໜຶ່ງເປັນຜູ້ເຊັນ ແລະ ມີກາປະທັບ ເອກະສານຈະຕ້ອງມີເຈັ້ຍໂລໂກ
ແລະ ສະໂລແກນຂອງບໍລິສັດ ຈຶ່ງຈະຖືວ່າໃຊ້ໄດ້.
ຖ້າເອກະສານໃດທີ່ສົ່ງເຖິງໜ່ວຍງານຂອງລັດຖະບານ ຫລື
ສຳນັກງານ ຕ່າງໆຂອງລັດ ແມ່ນຈະຕ້ອງໄດ້ເຮັດຕາມລະບຽບການຂອງລັດ
ແລະ ນະໂຍບາຍທີ່ກ່ຽວຂ້ອງນຳ. ພາສາທີ່ໃຊ້ເປັນ
ທາງການແມ່ນພາສາລາວ ແລະ ພາສາອັງກິດເປັນສຳຮອງ.
ລູກຄ້າ ແລະ ການບໍລິການລູກຄ້າ
ບໍລິສັດ, ໂຮງແຮມ, ໂຮງຮຽນ, ໂຮງງານ ແລະ ຫ້າງຮ້ານຕ່າງໆ,
ນັກຮຽນ-ນັກສຶກສາ ແລະ ບຸກຄົນທົ່ວໄປ. ໃນເລື່ອງການບໍລິການອອກແບບ
ແລະ ໂຄສະນາຜ່ານທາງອິນເຕີເນັທ ແລະ ໂຄສະນາຜ່ານສື່ຕ່າງໆ
ລວມທັງການ ໃຫ້ບໍລິການ ທີ່ປຶກສາ ຝຶກອົບຮົມ ແລະ
ການບໍລິການຖ່າຍທຳ, ຕັດຕໍ່ ແລະ ອື່ນໆທີ່ກ່ຽວຂ້ອງກັບ
e-commerce, e-eduaction
ແລະ ອື່ນໆ.
|