|

ພິທີເປີດງານມະຫາ ກຳສົ່ງເສີມການທ່ອງທ່ຽວ
5
ແຂວງພາກກາງ ຄັ້ງທີ
III
ໄດ້ ຈັດຂຶ້ນໃນວັນທີ
28
ມັງກອນ
2010
ນີ້ ທີ່ເດີ່ນພະທາດສີໂຄດຕະບອງ,
ເມືອງທ່າແຂກ ແຂວງຄຳມ່ວນ,
ໂດຍມີທ່ານ ອາຊາງ ລາວລີ ຮອງນາຍົກລັດ
ຖະມົນຕີແຫ່ງ ສປປ ລາວ,
ມີ ທ່ານ ຄຳໃບ ດຳລັດ ເຈົ້າ ແຂວງໆຄຳມ່ວນ,
ທ່ານ ສົມ ພົງ ມົງຄົນວິໄລ ລັດຖະມົນຕີ ປະຈຳ
ສ.ນ.ຍ,
ປະທານອົງການທ່ອງທ່ຽວແຫ່ງຊາດ,
ທ່ານ ຫມູນແກ້ວ
ອໍລະບູນລັດຖະມົນຕີວ່າການກະຊວງຖະແຫລງຂ່າວ
-
ວັດທະນະທຳ ພ້ອມດ້ວຍ ແຂກຖືກເຊີນຈາກ ສູນກາງ
ແລະ ຊາວເມືອງທ່າ ແຂກແຂວງຄຳມ່ວນເຂົ້າຮ່ວມ.
ໃນພິທີທ່ານ ຄຳໃບ ດຳລັດ ເຈົ້າແຂວງໆຄຳມ່ວນໄດ້
ຂຶ້ນມີຄຳເຫັນກ່າວລາຍງານ ວ່າ:
ງານມະຫາກຳສົ່ງເສີມການທ່ອງທ່ຽວ
5
ແຂວງພາກກາງຄື:
ນະຄອນ ຫລວງວຽງຈັນ ແຂວງວຽງຈັນ,
ບໍລິຄຳໄຊ.
ຄຳ ມ່ວນ,
ສະຫວັນນະເຂດແມ່ນ
ຈັດຂຶ້ນເພື່ອສົ່ງເສີມການທ່ອງ
ທ່ຽວລາວເຊື່ອມໂຍງເຂົ້າກັບ ພາກພື້ນ ແລະ
ສາກົນ,
ທັງນີ້ ເພື່ອແນໃສ່ໂຄສະນາ ແລະ
ສົ່ງເສີມການທ່ອງທ່ຽວທຳມະ ຊາດ,
ວັດທະນະທຳ ແລະ ປະ ຫວັດສາດໃຫ້ມີຄວາມເຊື່ອມ
ຕໍ່ກັນໃນ
5
ແຂວງພາກກາງ ກໍ່ຄືແຂວງອື່ນໆ ທີ່ຢູ່ໃນສປປ
ລາວ ແລະ ປະເທດເພື່ອນບ້ານ ໃກ້ຄຽງ ເຊິ່ງ
5
ແຂວງພວກ ເຮົາມີແຫລ່ງທ່ອງທ່ຽວທາງ ທຳມະຊາດ
ແລະ ປະຫວັດ ສາດທີ່ໂດດເດັ່ນເປັນມິ່ງເມືອງ
ແລະ ມີຊື່ສຽງໃນລະດັບຊາດ ແລະ
ລະດັບສາກົນນອກຈາກ
ນັ້ນກໍ່ຍັງມີຮ້ານວາງສະແດງ ສິນຄ້າ
571
ຮ້ານ,ຈາກບັນດາ
ແຂວງ ແລະ ປະເທດເພື່ອນ ບ້ານ,ໃນນັ້ນມີຮ້ານວາງສະ
ແດງສິນຄ້າຫັດຖະກຳ,
ກະສິ ກຳ,
ອຸດສາຫະກຳ ແລະ ສິນ ຄ້າທ່ອງທ່ຽວ,
ມີການສະແດງ ສິລະປະວັດທະນະທຳ,
ການ ແຂ່ງຂັນກິລາ,
ການສະແດງ ຂອງກ້ອນກຳລັງຕ່າງໆ,
ມີ ການນຳທ່ຽວ,
ການດຳເນີນ ກອງປະຊຸມວິຊາການເຊື່ອມ ຕໍ່
5
ແຂວງພາກກາງຄັ້ງທີ
IV
ເຊິ່ງຈະດຳເນີນໄປລະຫວ່າງ ວັນທີ
26
ຫາ
30
ມັງກອນ
2010,
ພິເສດແມ່ນອຳນາດ ການປົກຄອງແຂວງໄດ້ຖືເລີກ
ງາມຍາມດີນີ້ປະກາດການ
ສ້າງຂະບວນການສ້າງເມືອງ
ທ່າແຂກເປັນເມືອງທ່ອງທ່ຽວ ຮອບດ້ານ.
ໃນໂອກາດນີ້ທ່ານ ສົມພົງ ມົງຄົນວິໄລ,
ປະທານ ອົງການທ່ອງທ່ຽວແຫ່ງຊາດ ໄດ້ໃຫ້ກຽດກ່າວເປີດງານມະ
ຫາກຳສົ່ງເສີມການທ່ອງທ່ຽວ
5
ແຂວງພາກກາງ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນທ່າມກາງ
ການທ່ອງທ່ຽວຂອງ ສປປລາວ ເຮົາສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ,
ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນສຸດທີ່ມີ
ຄວາມເອກອ້າງ
ທະນົງໃຈທີ່ໄດ້ ຮ່ວມກັບອົງການທ່ອງທ່ຽວ ແຫ່ງຊາດ
ຮ່ວມກັບ
4
ແຂວງ ພາກກາງ ຈັດງານມະຫາກຳ ສົ່ງເສີມ
ການທ່ອງທ່ຽວ
5
ແຂວງພາກກາງນີ້ຂຶ້ນ,
ສະເພາະແຂວງຄຳມ່ວນກໍ່ຖືເອົາ ໂອກາດນີ້ເປີດຂະບວນການ
ສ້າງເມືອງທ່າແຂກ
ໃຫ້ເປັນ ເມືອງທ່ອງທ່ຽວຂຶ້ນທີ່ບໍລິເວນ ເດີ່ນພະທາດສີໂຄດຕະບອງ,
ເມືອງທ່າແຂກ ແຂວງຄຳມ່ວນ ໃນຄັ້ງນີ້,
ໃນປີຫນ້າແຂວງບໍລິ
ຄຳໄຊໄດ້ຮັບກຽດເປັນເຈົ້າພາບຈັດງານມະຫາກຳສົ່ງເສີມການທ່ອງທ່ຽວຄັ້ງຕໍ່ໄປ.
ໃນພິ ທີ,
ທ່ານ ອາຊາງ ລາວລີ ຮອງ ນາຍົກລັດຖະມົນຕີແຫ່ງ
ສປປ ລາວ ແລະ ທ່ານ ຄຳໃບ ດຳລັດ,
ເຈົ້າແຂວງໆຄຳມ່ວນ
ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ
9
ບາດ ເພື່ອເປີດງານມະຫາກຳ
ສົ່ງເສີມການທ່ອງທ່ຽວ ຢ່າງເປັນທາງການ.
(ໂດຍ:
ພູວັນ)
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
01-02-2010 |