|

ກອງບັນຊາການ ປກສ ເມືອງຫຼວງພະບາງໄດ້ເປີດກອງປະຊຸມ
ສະຫຼຸບວຽກງານປ້ອງກັນຄວາມສະຫງົບ 6 ເດືອນຕົ້ນປີ
ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2009
ຂອງຕົນຂຶ້ນຢ່າງເປັນທາງການໃນຕອນເຊົ້າ
ຂອງວັນທີ່ 24 ມິຖຸນາ 2009 ຢູ່ທີ່ສະໂມສອນ
ກອງບັນຊາການ ປກສ ເມືອງໂດຍພາຍໃຕ້ການເປັນປະທານ
ຂອງທ່ານ ພັນໂທ ຄູນແກ້ວ ແສງສຸລີ
ຄະນະປະຈຳພັກເມືອງ, ຫົວໜ້າກອງບັນຊາການ
ທະຫານເມືອງຫຼວງພະບາງ.
ເຂົ້າຮ່ວມໃນພິທີ ມີທ່ານ ພັນໂທ ສົມຈັນ
ດວງປະສິດ ຫົວໜ້າກອງບັນຊາການ ປກສ ເມືອງ,
ຄະນະກອງບັນຊາການ ປກສ ເມືອງ 3 ທ່ານ,
ຫ້ອງຄຸ້ມຄອງພົນລະເມືອງ-ປກສ ກຸ່ມບ້ານ,
ຫ້ອງສັນຕິບານ ປກສ ແຂວງ, ປກສ ກຸ່ມບ້ານ 8
ກຸ່ມໃນເທດສະບານເມືອງ, 14 ກຸ່ມບ້ານ
ນອກເທດສະບານ, ບັນດານາຍບ້ານ ແລະ ປກສ
ບ້ານອ້ອມຂ້າງ ເຂົ້າຮ່ວມ 141 ທ່ານ, ຍິງ 5
ທ່ານ.
ໃນພິທີ ພາຍຫຼັງທ່ານ ພັນໂທ ສົມຈັນ ດວງປະສິດ
ຫົວໜ້າກອງບັນຊາການ ປກສ ເມືອງໄດ້ກ່າວເປີດ
ກອງປະຊຸມຢ່າງເປັນທາງການ ແລ້ວທ່ານ ຮ້ອຍເອກ
ບຸນຖົມ ຫົວໜ້າຫ້ອງການກໍໄດ້ຂຶ້ນຜ່ານບົດສະຫຼຸບໃນການ
ປະຕິບັດໜ້າທີ່ວຽກງານ ປ້ອງກັນຄວາມສະຫງົບໃນ
6 ເດືອນຕົ້ນປີ 2009 ແລະ
ບົດແຜນການສູ້ຊົນປະຕິບັດ ໃນ 6 ເດືອນທ້າຍປີຕໍ່ໄປ.
ໂດຍສະເພາະແມ່ນໄດ້ເໜັ້ນນັກເຖິງບັນຫາການແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ,
ການປະຕິບັດ 4 ຄາດໝາຍ 11
ຂະບວນການທີ່ຄະນະພັກກະຊວງປ້ອງກັນຄວາມສະຫງົບວາງອອກ.
ພ້ອມນັ້ນ ແຕ່ລະພະແນກການ, ກຸ່ມບ້ານ,
ປກສ ບ້ານ, ນາຍບ້ານ ກໍໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນ
ໃນການຈັດຕັ້ງ ປະຕິບັດວຽກງານປ້ອງກັນຄວາມສະຫງົບ
ໃນຂອບເຂດຕົນເອງຮັບຜີດຊອບ ໂດຍໄດ້ຍົກໃຫ້ເຫັນສະພາບ
ປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນຂຶ້ນມາປຶກສາຫາລື
ເພື່ອຊອກຫາຊ່ອງທາງແກ້ໄຂ ແນ່ໃສ່ເຮັດໃຫ້ຕົວເມືອງ
ແລະບ້ານ ມີຄວາມສະຫງົບປອດໄພ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.
ຈາກນັ້ນ ໃນກອງປະຊຸມຍັງໄດ້ມອບໃບຊົມເຊີຍ,
ໃບຍ້ອງຍໍ ໃຫ້ແກ່ບຸກຄົນ, ບໍລິສັດ,
ຫ້າງຮ້ານ, ກຸ່ມບ້ານ, ປກສ ບ້ານ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນທຶນຮອນ
ເຫື່ອແຮງ ສະຕິປັນຍາ ເຂົ້າໃນການປົກປັກຮັກສາ
ແລະ ສ້າງສາປະເທດຊາດ.
ຕອນທ້າຍ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ
ພັນໂທ ໄຊພອນ ຄົມອາລຸນ ຄະນະປະຈຳພັກເມືອງ,
ຮອງເລຂາພັກເມືອງໆຫຼວງພະບາງ ຊຶ່ງກ່ອນອື່ນທ່ານກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດ
ໜ້າທີ່ ວຽກງານ ປ້ອງກັນຄວາມສະຫງົບໃນຜ່ານມາ
ພ້ອມທັງ ແນະນຳ ກຳລັງປ້ອງກັນຄວາມສະຫງົບ,
ກຸ່ມບ້ານ, ປກສ ບ້ານ ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ,
ກຽມພ້ອມ ທັບມ້າງທຸກກົນອຸບາຍທີ່ຫວັງມ້າງເພທຳລາຍປະເທດຊາດ
ກໍຄື ລະບອບສັງຄົມທີ່ດີງາມຂອງພວກເຮົາ,
ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຂອງສັງຄົມ
ໃຫ້ມີຄວາມສະຫງົບໂດຍພື້ນຖານ.
*
ຈາກ:
ຮອ. ສົມບູນ ແສງມົງ ນັກຂ່າວ ປກສ ແຂວງ
ຫຼວງພະບາງ, ວັນທີ
29-06-2009 |