|

ໃນຕອນເຊົ້າຂອງວັນທີ
2 ກໍລະກົດ 2009 ນີ້, ບໍລິສັດ ປະກັນໄພ ແຫ່ງ
ປະເທດລາວ (ບປລ)ໄດ້ຈັດກອງປະຊຸມ
ສຳມະນາກ່ຽວກັບຄວາມສຳຄັນ ແລະ
ຜົນປະໂຫຍດຂອງການປະກັນ ໄພຂຶ້ນທີ່ຫ້ອງວ່າການແຂວງຈຳປາສັກ
ໂດຍການເປັນ
ປະທານ ຂອງທ່ານ ນີພອນ ວຽງປະເສີດ
ຫົວໜ້າຫ້ອງວ່າການແຂວງຈຳປາສັກ ແລະ ທ່ານ
ຫໍລະດີ ວໍລະຣາດ ຮອງຜູ້ອຳນວຍການ ບໍລິສັດ
ປະກັນໄພ ແຫ່ງ ປະເທດລາວ.
ຈຸດປະສົງໃນການຈັດປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອສະແດງໃຫ້ເຫັນເຖິງຄວາມສຳຄັນ
ແລະ ຜົນປະໂຫຍດຂອງ
ການເຮັດປະກັນໄພ
ພ້ອມທັງກ່າວເຖິງປະຫວັດຄວາມເປັນມາ ແລະ
ຜະລິດຕະພັນຂອງ ບປລ ເຊັ່ນ:
ປະກັນໄພທີ່ຢູ່ອາໃສ,
ປະກັນໄພທຸລະກິດຂະໜາດນ້ອຍ, ປະກັນໄພລົດ ແລະ
ປະກັນຊີວິດແບບສະສົມທຶນ.
ໃນງານປະຊຸມສຳມະນາດັ່ງກ່າວແມ່ນໄດ້ຮັບ
ຄວາມສົນໃຈຈາກຫຼາຍພາກສ່ວນ ທັງພາກລັດຖະບານ,
ອົງການຈັດຕັ້ງສາກົນ ແລະ ນັກທຸລະກິດ
ພາຍໃນແຂວງຈຳປາສັກ ລວມທັງໝົດຈຳນວນ 40
ກວ່າທ່ານ.
ເນື່ອງຈາກປະກັນໄພແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນຫຼາຍໃນການປົກປ້ອງຊັບສິນຂອງ
ທ່ານໃນການດຳເນີນ ຊີວິດ ແລະ ທຸລະກິດ,
ສະນັ້ນ ບປລ ຈຶ່ງໄດ້ພະຍາຍາມໃຫ້ຄວາມຮູ້ເຖິງ
ຄວາມຈຳເປັນ ແລະ ຄວາມສຳຄັນຂອງການເຮັດ
ປະກັນໄພໃຫ້ແກ່ປະຊາຊົນລາວໃຫ້ທົ່ວເຖິງ
ຊຶ່ງປະຈຸບັນ ບປລ ໄດ້ມີການຈັດງານເກືອບທົ່ວທຸກແຂວງໃນ
ສປປ ລາວ.
*
ຈາກ: ບປລ, ວັນທີ
2-07-2009 |