|
ໃນວັນທີ 29
ມິຖຸນາ 2009 ທ່ານ ບຸນຈັນ ສິນທະວົງ,
ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ເຂົ້າຮ່ວມພິທີເປີດການ
ບໍລິການ ລົດເມແລ່ນດ້ວຍໝໍ້ໄຟ ແຕ່ຕະຫລາດເຊົ້າ-ດົງໂດກ
ເພື່ອຮັບໃຊ້ນັກສຶກສາ ປັນຍາຊົນ ແລະ ມວນຊົນ
ນະຄອນຫລວງວຽງຈັນ, ດ້ວຍລາຄາປະຢັດ ວ່ອງໄວ
ທັງຫລຸດຜ່ອນມົນລະພິດ ທາງ ອາກາດ ແລະ
ຫລຸດຜ່ອນຄ່າໃຊ້ຈ່າຍ ລົງຕື່ມອີກ ໃນລາຄາ
1.500 ກີບ/ປີ້/ຄົນ.
ທ່ານ ຄຳພູນ
ເຕເມລາດ, ຜູ້ອຳນວຍການໃຫຍ່
ລັດວິສາຫະກິດລົດເມ ເປີດເຜີຍວ່າ:
ລົດເມທີ່ນຳມາ ຮັບໃຊ້ບໍລິການ ມວນຊົນຄັ້ງນີ້
ແມ່ນຊື້ມາຈາກ ສປ ຈີນ ຈຳນວນ 13 ຄັນ ໃນມູນຄ່າທັງໝົດ
170.856 ໂດລາສະ ຫະລັດ. ໃນເບື້ອງຕົ້ນ
ຈະໃຫ້ບໍລິການປະມານ 80 ຖ້ຽວ/ວັນ, ເປັນລົດເມ
10 ບ່ອນນັ່ງ, ຄວາມໄວ 40 ກິໂລ ແມັດ/ຊົ່ວໂມງ,
ຄັນໜຶ່ງສາມາດ ແລ່ນໄດ້ 80 ກິໂລແມັດ/ຄັ້ງ.
ການບໍລິການລົດເມຊະນິດນີ້ ຈະເປັນທາງເລືອກ ໃໝ່ຂອງນັກສາ
ກໍຄືມວນຊົນ ນະຄອນຫລວງວຽງຈັນ. ເປົ້າໝາຍຫລັກ
ແມ່ນເພື່ອຮັບໃຊ້ນັກຮຽນນັກສຶກສາມະຫາວິທະຍາໄລດົງໂດກ
ເປັນການຫລຸດ ຜ່ອນຄ່າໃຊ້ຈ່າຍຂອງຜູ້ປົກຄອງ.
ໃນໂອກາດດັ່ງກ່າວ
ທ່ານ ບຸນຈັນ ສິນທະວົງ ກ່າວວ່າ:
ປະຕິບັດຕາມການຊີ້ນຳຂອງລັດຖະບານ ໃຫ້
ນະຄອນຫລວງ ວຽງຈັນເປີດການນຳໃຊ້
ລົດເມແລ່ນດ້ວຍໝໍ້ໄຟ ເປັນການທົດລອງນຳໃຊ້ເຕັກໂນໂລຊີໃໝ່
ທີ່ທັນສະໄໝ ລາຄາປະຢັດ, ນຳໃຊ້ພະລັງງານໄຟຟ້າ
ຫລຸດຜ່ອນການນຳໃຊ້ນ້ຳມັນລົງເທື່ອລະກ້າວ,
ທັງເປັນ ການຫລຸດຜ່ອນມົນລະພິດໃນຕົວເມືອງ ເພື່ອຮັກສາສິ່ງແວດລ້ອມ
ຊຶ່ງໄດ້ສອດຄ່ອງກັບການປະຕິບັດ 6 ສ
ຂອງນະຄອນຫລວງວຽງຈັນຄື: ສ ສະອາດ, ແກ້ໄຂຄວາມຫຍຸ້ງຍາກທາງອຸບັດເຫດ
ໃນຂົງເຂດນັກສຶກສາມະ ຫາວິທະຍາໄລແຫ່ງຊາດ.
ນອກຈາກຫລຸດຜ່ອນຄ່າໃຊ້ຈ່າຍແລ້ວ
ຍັງອຳນວຍຄວາມສະດວກໃນການເດີນທາງ ນຳອີກ. ໃນຜ່ານມາ
ມີຕົວເລກ ການເສຍຊີວິດບໍ່ຕ່ຳກວ່າ 10
ຄົນຕໍ່ປີ. ຢ່າງໃດກໍຕາມ ທ່ານຮອງເຈົ້າຄອງນະ
ຄອນຫລວງວຽງຈັນ ຍັງໄດ້ກ່າວເນັ້ນໃຫ້
ລັດວິສາຫະກິດລົດເມ ເອົາໃຈໃສ່ບົວລະບັດຮັກສາ
ແລະ ນຳໃຊ້ໃຫ້ ເກີດຜົນປະໂຫຍດສູງ,
ຫາກໂຄງການເລີ່ມຕົ້ນນີ້ມີ ໝາກຜົນ
ກໍຈະໄດ້ວາງແຜນຂະຫຍາຍ ການບໍລິການສູ່ເສັ້ນ
ທາງສາຍອື່ນໆ ຕາມຄວາມເໝາະສົມ
*
ຄັດຈາກ: ຫນັງສືພິມ ຂປລ, ສະບັບວັນທີ
30-06-2009 |