|
ອີງຕາມການລາຍງານຂອງຂະແຫນງອຸຕຸນິຍົມອຸທົກກະສາດແຂວງຈຳປາສັກໃຫ້ຮູ້ວ່າ:
ລະດັບນ້ຳຂອງໃນວັນທີ 15 ສິງຫາ
2008 ນີ້ ແມ່ນກາຍເຂດລະວັງໄພ ຈາກ 11 ແມັດຂຶ້ນເຖິງ
11,20 ແມັດ ເຊິ່ງຄາດຄະເນວ່າຍັງຈະສືບຕໍ່ຂຶ້ນອີກໃນ
1 ຫາ 2 ວັນຂ້າງຫນ້າຄື: ໃນວັນທີ 16
ລະດັບນ້ຳຈະສືບຕໍ່ຂຶ້ນອີກ 11,30 ແມັດ
ແລະ ວັນທີ 17 ສືບຕໍ່ຂຶ້ນອີກ 11,34
ແມັດ ສາເຫດຕົ້ນຕໍທີ່ພາໃຫ້ລະດັບນ້ຳຂຶ້ນນັ້ນ
ແມ່ນຍ້ອນຝົນຕົກຫນັກທາງພາກກາງ ແລະ
ພາກເຫນືອ ຈິ່ງເຮັດໃຫ້ນ້ຳໄຫລ ລົງມາເຕົ້າໂຮມຢູ່ພາກໃຕ້ຂອງແຂວງຈຳປາສັກ
ແລະ ບວກກັບຝົນຕົກລິນຢູ່ແຂວງໃນໄລຍະ
4-5 ວັນຜ່ານມານີ້ ດັ່ງນັ້ນ ຈຶ່ງໄດ້ເຕືອນມາຍັງອຳນາດການປົກຄອງ
ແລະ ປະຊາຊົນທີ່ອາໄສຢູ່ບ່ອນຕ່ຳ ຫລື
ໃກ້ເຂດສ່ຽງໄພ ຈົ່ງມີສະຕິເຝົ້າລະວັງ
ຕໍ່ສະພາບດັ່ງກ່າວ ໂດຍຕິດຕາມຂ່າວພະຍາກອນອາກາດຜ່ານທາງກົມອຸຕຸນິຍົມ,
ທາງວິທະຍຸ, ໂທລະພາບ, ຫນັງສືພິມ ຕ່າງໆ
ເພື່ອກຽມພ້ອມຮັບມືກັບສະພາບທີ່ອາດຈະເກີດຂຶ້ນຢ່າງທັນການ.
ໃນໂອກາດດຽວກັນທາງຂະແຫນງປູກຝັງພະແນກກະສິກຳ-ປ່າໄມ້ແຂວງກໍ່ໃຫ້ຮູ້ວ່າ:
ປັດຈຸບັນໄດ້ມີພື້ນທີ່ທຳການຜະລິດຂອງ
ປະຊາຊົນເຂດເມືອງປະທຸມພອນໄດ້ຮັບນ້ຳຖ້ວມ
ມີເຂດບ້ານມ່ວງ, ບ້ານຫວ້ຍນ້ຳໃສທ່າ
ແລະ ບ້ານໂຕະໂຫມະທ່າ ລວມ ມີເນື້ອທີ່ທັງຫມົດ
42 ເຮັກຕາ ເຊິ່ງເຂດດັ່ງກ່າວແມ່ນເຂດພື້ນທີ່ໆຕ່ຳ
ແຕ່ຍັງບໍ່ທັນໄດ້ຮັບລາຍງານເຖິງຜົນເສຍຫາຍ.
ສຳລັບພະຍາກອນອາກາດໃນໄລຍະ 7 ວັນຕໍ່ຫນ້ານີ້ຄື
: ວັນທີ 14-20 ສິງຫາ 2008 ນີ ຮ່ວງຄວາມກົດອາກາດຕ່ຳ
ທີ່ມີກຳລັງອ່ອນລົງສືບຕໍ່ພາດຜ່ານທົ່ວທຸກພາກຂອງລາວເຮົາ
ລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງອ່ອນ
ເຊິ່ງ ລັກສະນະດັ່ງກ່າວຕະຫລອດອາທິດຍັງຈະເຮັດໃຫ້ຝົນຕົກກະຈາຍໃນລະດັບຄ່ອຍບາງທ້ອງຖິ່ນ.
*
ຄັດຈາກ: ຫນັງສືພິມ ຂປລ, ສະບັບວັນທີ
19-08-2008 |