ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ປຸກລະດົມທົ່ວສັງຄົມ ມີສ່ວນຮ່ວມ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ

ການສໍ້ລາດບັງຫລວງ ສ້າງຄວາມເສຍຫາຍແກ່ໝົດທັງຊາດ ແລະ ປະຊາຊົນທຸກໆຄົນ ຂອງ ຊາດໜຶ່ງໆ, ອັນໄດ້ສົ່ງຜົນ ກະທົບຕໍ່ການຕັດສິນ ໃຈ ທາງດ້ານເສດຖະກິດ, ຖ່ວງດຶງບໍ່ໃຫ້ມີການລົງທຶນ, ຫລຸດ ຜ່ອນຄວາມສາມາດແຂ່ງຂັນລົງ ແລະ ໃນທີ່ສຸດເຮັດໃຫ້ການເຕີບໂຕຂອງເສດຖະກິດຫລ້າຫລັງ. ຍ້ອນ ເຫດ ຜົນ ທາງດ້ານສັງຄົມ, ກົດໝາຍ, ການເມືອງ ແລະ ເສດຖະກິດມີການພົວພັນກັນ, ການສໍ້ລາດບັງຫລວງ ໃນຂະ ແໜງໃດໜຶ່ງ ຈະກີດກັ້ນໂດຍກົງ ຕໍ່ການພັດ ທະນາຂອງທຸກໆ ຂະແໜງການ.

ໃນຕອນບ່າຍວັນທີ 1 ທັນວາ 2009 ທີ່ຫໍວັດທະນະທຳແຫ່ງຊາດ ອົງການກວດກາລັດຖະບານ ຈັດພິທີ ສະເຫລີມ ສະຫລອງວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 6 ປີ (09/12/2003-09/12/2009) ໂດຍ ການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ອາຊາງ ລາວລີ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະ ບານ, ມີຜູ້ຕາງໜ້າຈາກອົງການ ສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ປະຈຳລາວ, ມີ ບັນດາກະຊວງ-ອົງການ, ພະນັກງານ ທະຫານຕຳ ຫລວດເຂົ້າຮ່ວມ. ທັງນີ້ ກໍເພື່ອເປັນການເສີມຂະຫຍາຍ ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ, ໂຄສະນາ ປຸກລະດົມໃຫ້ທຸກຊັ້ນຄົນ, ທຸກ ອົງການຈັດຕັ້ງໃນ ສັງ ຄົມ ໄດ້ມີສ່ວນຮ່ວມໃນການ ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ.

ທ່ານ ອາຊາງ ລາວລີ ໄດ້ໃຫ້ການຢືນຢັນວ່າ: ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ມີທັດສະນະຢ່າງ ຈະແຈ້ງວ່າ: ການສໍ້ລາດບັງຫລວງ ມີຜົນກະທົບຕໍ່ການສ້າງ ສາພັດທະນາປະເທດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ, ເຮັດໃຫ້ປະຊາຊົນຂາດຄວາມໄວ້ວາງໃຈ, ຂາດຄວາມເຊື່ອໝັ້ນຕໍ່ການບໍລິຫານ ຂອງລັດຖະບານ.

ຍ້ອນແນວນັ້ນ ລັດຖະບານ ຈິ່ງໄດ້ວາງນະໂຍບາຍໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໂດຍຖື ເປັນວຽກໜຶ່ງທີ່ສຳຄັນ, ຈຳເປັນຕ້ອງໄດ້ແກ້ໄຂ ແລະ ຈະຕ້ອງໄດ້ເຮັດຢ່າງຕໍ່ເນື່ອງ ທັງເປັນໜ້າທີ່ຂອງທົ່ວປວງ ຊົນ, ເປັນຜູ້ຮັບຜິດຊອບໂດຍກົງໃນການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ໂດຍໃຫ້ປະຊາຊົນ ພົນລະເມືອງມີ ສ່ວນຮ່ວມ. ເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ດັ່ງກ່າວ ລັດຖະບານໄດ້ມີການຊີ້ນຳ-ນຳພາຢ່າງໃກ້ ຊິດ ໂດຍໄດ້ມີ ການສຶກສາອົບຮົມເຜີຍ ແຜ່ກົດໝາຍເພື່ອປູກຈິດສຳນຶກ ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາ ຊົນພົນລະເມືອງ ໄດ້ຮັບຮູ້, ເຂົ້າໃຈຕໍ່ວຽກງານຕ້ານການສໍ້ລາດບັງຫລວງ, ໄດ້ ປັບ ປຸງກົນໄກ, ລະບຽບການໃນ ການຄຸ້ມຄອງບໍລິຫານ, ປັບປຸງພາລະບົດບາດ, ໜ້າທີ່, ຂອດເຂດສິດຂອງບັນດາກະຊວງ-ອົງການ ແລະ ຢູ່ ທ້ອງຖິ່ນ ເຮັດໃຫ້ ການບໍລິຫານລັດ ມີການຄ່ອງຕົວຂຶ້ນກວ່າເກົ່າ, ສາມາດສະກັດກັ້ນຊ່ອງຫວ່າງທີ່ເປັນໜໍ່ແໜງ ພາໃຫ້ມີການສໍ້ລາດບັງຫລວງໄດ້ຈຳນວນໜຶ່ງ./

* ຄັດຈາກ: ຂປລ, ສະບັບວັນທີ 03-12-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564