ການພັດທະນາແຫຼ່ງ ທ່ອງທ່ຽວພູສ່າເຫລົ້າ
ບ້ານຄັນ ແຍງ ເມືອງໂພນທອງ ແລະ
ການພັດທະນາແຫລ່ງທ່ອງ
ທ່ຽວອຸທິຍານພູບາຈຽງ ສຸດທີ່
ມີຄວາມຫມາຍສຳຄັນ ເພາະ ເປັນຈຸດທີ່ພົ້ນເດັ່ນສະແດງ
ອອກເຖິງມູນເຊື້ອສາມັກຄີ
ຂອງການພັດທະນາຢູ່ແຂວງ ຈຳປາສັກ,
ຍ້ອນແນວນັ້ນໃນ ໄລຍະຜ່ານມາ ຄະນະນຳຂອງ ແຂວງຈິ່ງໄດ້ຊີ້ນຳຢ່າງໃກ້ຊິດ
ກ່ຽວກັບການພັດທະນາ
2
ຈຸດ ດັ່ງກ່າວ.
ເພື່ອເຮັດໃຫ້ວຽກງານ ໂຄງການພັດທະນາໄດ້ຮັບ
ການຈັດຕັ້ງປະຕິບັດຢ່າງມີປະ
ສິດທິຜົນສູງເຈົ້າແຂວງຈຳປາສັກຈິ່ງໄດ້
ອອກຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຄະນະກຳມະການ
ຮັບຜິດຊອບຊີ້ນຳໂຄງການ ພັດທະນາທັງ
2
ຈຸດດັ່ງ ກ່າວ,
ໂຄງການພັດທະນາແຫຼ່ງ
ທ່ອງທ່ຽວພູສ່າເຫລົ້າມີນາຍົກ
ລັດຖະມົນຕີເປັນປະທານກິດຕິ ມະສັກ,
ມີເຈົ້າແຂວງຈຳປາສັກ ເປັນຫົວຫນ້າ,
ສ່ວນໂຄງການ ພັດທະນາອຸທິນຍານພູບາ
ຈຽງມີເຈົ້າແຂວງຈຳປາສັກເປັນ ປະທານ,
ພະແນການກົມກອງ ທີ່ກ່ຽວຂ້ອງເປັນຄະນະ,
ເມື່ອ ອອກຂໍ້ຕົກລົງດັ່ງກ່າວແລ້ວຈິ່ງ ໄດ້ເປີດກອງປະຊຸມປຶກສາຫາ
ລື ເພື່ອແບ່ງງານແບ່ງຄວາມ
ຮັບຜິດຊອບໃຫ້ແຕ່ລະພາກ
ສ່ວນທີ່ຖືກແຕ່ງຕັ້ງ,
ເຊິ່ງກອງ ປະຊຸມໄດ້ຈັດຂຶ້ນຢູ່ຫ້ອງວ່າ
ການປົກຄອງແຂວງເມື່ອອາ ທິດຜ່ານມານີ້.
ທ່ານ ສອນໄຊ ສີພັນດອນ ເຈົ້າແຂວງໆຈຳປາສັກ
ໃນ ນາມຫົວຫນ້າຄະນະກຳມະ
ການທີ່ຖືກແຕ່ງຕັ້ງ ແລະ ປະ
ທານກອງປະຊຸມກ່າວວ່າ:
ຜ່ານມາ ເຖິງແມ່ນວ່າພະອາ ຈານມະຫາສຸວັນ
ຈັນທະລາດ ປະທານ ອພສ ແຂວງໄດ້ເປັນ
ຫົວຈັກຫລັກແຫລ່ງໃນການ ພັດທະນາ ໂດຍນຳໃຊ້ກຳລັງ
ແຮງຂອງພະສົງສຳມະເນນ ແລະ
ທຶນຮອນທີ່ອອກຕົນຍາດ ໂຍມມາບໍລິຈາກ ເພື່ອເຮັດໃຫ້
ການພັດທະນາມີຄວາມອຸດົມ ສົມບູນ,
ມີຄວາມສວຍສົດງົດ ງາມ,
ແຕ່ເພື່ອໃຫ້ສອດຄ່ອງ
ກັບຫລັກການພັດທະນາຕ້ອງ
ມີການສຳຫລວດເກັບກຳຂໍ້ມູນ ໃນຂອບເຂດ ເພື່ອກຳນົດພື້ນທີ່
ດັ່ງກ່າວຂອງອົງການຄຸ້ມຄອງ
ມະຫາພາກຢ່າງລະອຽດ ເພື່ອ
ສ້າງເປັນມໍລະດົກຕົກທອດ
ຮອດເຊັ່ນລູກເຊັ່ນຫລານ,
ສ່ວນການພັດທະນາແຫລ່ງ
ທ່ອງທ່ຽວອຸທິຍານພູບາຈຽງຈະ
ກາຍເປັນໃຈກາງຂອງນະຄອນ ປາກເຊ ໃນອະນາຄົດ
ແລະ ມີ ຄວາມສຳຄັນໃນການສ້າງພື້ນ
ທີ່ສີຂຽວ,
ສ້າງເປັນບ່ອນພັກ ຜ່ອນຊົມວີວ ເຊື່ອມຈອດກັບ
ສວນວັດທະນະທຳຫລັກ
7,
ສະຫນາມກ໋ອບພູບາງຈຽງ ແລະ ແຫລ່ງທ່ອງທ່ຽວຕາດແຊ
ຫລັກ
8
ຕື່ມອີກ,
ດັ່ງນັ້ນຈຶ່ງໄດ້ ຄົ້ນຄວ້າການພັດທະນາໃຫ້
ເປັນລະບົບຄົບຊຸດລະອຽດນັບ ແຕ່ການເກັບກຳຂໍ້ມູນ,
ການ ສຳຫລວດອອກແບບ,
ການ ຊອກແຫລ່ງທຶນ ແລະ ການດຳ ເນີນການຈັດຕັ້ງປະຕິບັດໂຄງ
ການບໍ່ໃຫ້ມີຜົນກະທົບຕໍ່ສະ ພາບແວດລ້ອມ
ແລະ ທຳມະ ຊາດ.
ໃນໂອກາດດຽວກັນນີ້ ທ່ານ ຄຳພົນ ນວນແສງສີ
ຫົວ ຫນ້າພະແນກທ່ອງທ່ຽວແຂວງ
ຍັງໄດ້ລາຍງານສະພາບການ
ພັດທະນາແຫລ່ງທ່ອງທ່ຽວພູ
ສ່າເຫລົ້າໃນໄລຍະຜ່ານມາ,
ຈາກນັ້ນກໍ່ລາຍງານການສຳ
ຫລວດເກັບກຳຂໍ້ມູນແຫລ່ງ
ທ່ອງທ່ຽວພູສ່າເຫລົ້າ ແລະ ແຫລ່ງທ່ອງທ່ຽວອຸທິຍານພູບາ
ຈຽງ ເພື່ອສືບຕໍ່ພັດທະນາໃນ ຊຸມປີຕໍ່ຫນ້າ,
ພ້ອມນີ້ກໍ່ໄດ້ຜ່ານ
ສັນຍາວ່າດ້ວຍການສຳຫລວດ
ອອກແບບໂຄງການຕື່ມອີກ ເພື່ອໃຫ້ກຳມະການແຕ່ລະ
ທ່ານປະກອບຄຳຄິດຄຳເຫັນ ໃຫ້ສົມບູນຂຶ້ນຕື່ມ.
(ໂດຍ:
ທູນທອງໃຈ)