|
ໃນວັນທີ 26
ມິຖຸນາ 2009
ນີ້
ທີ່ໂຮງແຮມລາວພລາຊາ, ໂດຍການເປັນປະທານຂອງທ່ານ
ນາງ
ວຽງທອງ
ສີພັນດອນ
ລັດຖະມົນຕີຊ່ວຍວ່າການກະ
ຊວງການ ເງິນ,
ທ່ານ
ດຣ.ຈັດ
ສະຕິນ
ຢີຟູຫລິນ
ຮອງປະທານ
ອາວຸໂສ
ຫົວຫນ້າ ເສດຖະກິດ
ທະນາຄານໂລກ.
ມີບັນດາເອກ
ອັກຄະລັດຖະ
ທູດປະເທດຕ່າງໆປະຈຳ
ສປປ
ລາວ,
ຫົວ
ຫນ້າຫ້ອງການ,
ຫົວຫນ້າແລະ
ຮອງກົມ,
ຕາງຫນ້າ ຈາກສະ
ຖາບັນການເງິນສາກົນ
ແລະອົງ
ການຈັດຕັ້ງສາກົນ
ພ້ອມດ້ວຍ ແຂກທີ່ຖື
ເຊີນເຂົ້າຮ່ວມ.
ໃນພິທີດັ່ງກ່າວທ່ານນາງ
ວຽງທອງ
ສີພັນດອນ ໄດ້ເວົ້າ
ວ່າ:
ນັບແຕ່ວິກິດການເສດຖະ
ກິດການເງິນຂອງໂລກໄດ້ເກີດ
ຂຶ້ນ ໃນທ້າຍປີ
2008 ເປັນຕົ້ນ
ມາ ແມ່ນໄດ້ສົ່ງຜົນກະທົບທາງ
ກົງ ແລະ
ທາງອ້ອມຕໍ່ການພັດ
ທະນາເສດຖະກິດ
ສັງຄົມ
ຂອງຫລາຍປະເທດ,
ຊຶ່ງຍັງສືບ
ຕໍ່ແຜ່ລາມໄປຢ່າງກວ້າງຂວາງ ແລະ
ບໍ່ທັນສາມາດຄາດຄະເນ
ໄດ້ຢ່າງຊັດເຈນວ່າ
ວິກິດການ
ດ້ານການເງິນຈະສິ້ນສຸດລົງໃນ ເວລາໃດ.
ສປປ
ລາວ
ທີ່ເປັນ
ປະເທດກຳລັງພັດທະນາ,
ໃນ
ຫລາຍຂົງເຂດກໍ່ໄດ້ຮັບຜົນກະ
ທົບຈາກວິກິດການ,
ສະແດງ ໃຫ້ເຫັນ
ການປະຕິບັດແຜນ ເສດຖະກິດ
ສັງຄົມແລະແຜນ
ຈັດຕັ້ງປະຕິບັດງົບປະມານ ແຫ່ງລັດ
ໃນສົກປີ
200809 ດັ່ງນີ້:
ການລົງທຶນຈາກຕ່າງ
ປະເທດຕົກຢູ່ໃນສະພາບທົດ
ຖອຍ,
ລວມໄປເຖິງບາງໂຄງການ
ທີ່ກຳລັງຈັດຕັ້ງປະຕິບັດຂາດ
ສະພາບຄ່ອງດ້ານການເງິນ ແລະ
ບໍ່ສາມາດຈັດຕັ້ງ
ປະຕິ
ບັດໄດ້ຢ່າງຕໍ່ເນື່ອງ.
ການຕົກຕໍ່າຂອງລາຄາ
ວັດຖຸດິບ ໃນຕະຫລາດໂລກ
ໂດຍສະເພາະລາຄາທອງແດງ
ກໍ່ສົ່ງຜົນກະທົບໃຫ້ແກ່ຕົວເລກ
ການຈັດເກັບ
ລາຍຮັບ
ຈາກ
ການສົ່ງອອກຫລຸດລົງລວມໄປ ເຖິງການຈັດເກັບລາຍຮັບງົບ
ປະມານທັງຫມົດຫລຸດລົງຈາກ ແຜນການ,
ຊຶ່ງມີຫລາຍຫົວ
ຫນ່ວຍທຸລະກິດພາຍໃນກໍ່ຄື
ການລົງທຶນຕ່າງປະເທດຕົກຢູ່ ໃນສະພາບຂາດທຶນຫມູນວຽນ.
ຕົວເລກການຂາດດຸນງົບ
ປະມານເພີ່ມຂຶ້ນຈາກ
3,33% ເປັນ
5%.
ອັດຕາການເຕີບໂຕຂອງ ເສດຖະກິດ
(ລວມຍອດຜະລິດ
ຕະພັນພາຍໃນ
GDP) ຕາມ
ການຄາດຄະເນໃນ
6 ເດືອນ
ຕົ້ນປີ
ປັບລົງຈາກ 7,9%
ມາ ເປັນ
7,1%.ປະຈຸບັນ ສປປ
ລາວ
ຢູ່ໃນ ໄລຍະການຈັດຕັ້ງປະຕິບັດ
ແຜນພັດທະນາເສດຖະກິດ
ສັງຄົມ 5 ປີ
ຄັ້ງທີ 6 ໃຫ້ປະສົບ
ຜົນສຳເລັດຢ່າງມີປະສິດທິຜົນ
ສູງໃນສະພາບທີ່ວິກິດການ ເສດຖະກິດການເງິນໂລກ
ຍັງ ແຜ່ລາມ
ແລະ ການກະກຽມ
ແຜນພັດທະນາເສດຖະກິດ
ສັງຄົມ 5
ປີຄັ້ງທີ 7 ໃຫ້ມີ
ຄວາມສອດຄ່ອງກັບສະພາບ
ຕົວຈິງ ແລະ
ຍຸດທະສາດການ
ພັດທະນາປະເທດ
ຮອດປີ 2020,
ຈຶ່ງເປັນໂອກາດດີ
ທີ່
ພວກເຮົາຈະໄດ້ຮັບຟັງທັດສະ
ນະແນວຄວາມຄິດຂອງ
ທ່ານ
ດຣ.
ຈັດສະຕິນ
ຢີຟູ
ຫລິນ,
ຊຶ່ງ ເປັນຜູ້ທີ່ມີປະສົບການ
ແລະ
ຜົນງານຈາກການຂຽນບົດ
ຄວາມດ້ານເສດຖະກິດ.
ໃນນັ້ນ,ບົດຄວາມທີ່ພົ້ນເດັ່ນ
ແລະ ສ້າງຊື່ສຽງໃຫ້ແກ່
ທ່ານ
ດຣ.
ຈັດສະຕິນ ແມ່ນ:
ປະຕິຫານ
ສປ
ຈີນ:
ຍຸດທະສາດການພັດ
ທະນາ ແລະ
ການປະຕິຮູບ ເສດຖະກິດ
ແລະ ການພັດ
ທະນາເສດຖະກິດ
ແລະ ໄລ ຍະຂ້າມຜ່ານ:
ແນວຄວາມຄິດ,
ຍຸດທະສາດ ແລະ
ຄວາມເປັນ ໄປໄດ້.
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
30-06-2009 |