ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ລັດຖະບານ ອະນຸຍາດ​​ໃຫ້ສຳ​ປະທານ​​ຖ່ານ​ຫີນລິກໄນ ແລະ ໂຄງການໄຟຟ້າຄວາມຮ້ອນ

ລັດຖະບານແຫ່ງ ສປປ ລາວ ໄດ້ຕົກລົງອະນຸຍາດ​ໃຫ້​ບໍລິສັດ​ ຟູໄຟ ມາຍ​ນິງ ຈຳ​ກັດ ສຳ​ປະ ທານ​ຖ່ານ​ຫີນ​ລິກໄນ ຢູ່​ເມືອງ​ຫົງ​ສາ ແລະ ອະນຸຍາດ​ໃຫ້​ ບໍລິ ສັດ ​ຫົງ​ສາ ພາວ​ເວີ້ ຈຳກັດ ດຳ​ເນີນ​ການ​ສຳ​ປະ ທານ ແລະ ກໍ່ສ້າງໂຄງການ​ ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ ຢູ່​ເມືອງ​ຫົງ​ສາ​ ແຂວງ​ໄຊ​ຍະ​ບູລີ ທີ່​ມີ​ກຳລັງ​ຕິດຕັ້ງ 1.878 ເມ​ກາ​ວັດ.
ສັນຍາການ​ສຳ​ປະທານ​​ສອງ​ໂຄງການ​ດັ່ງກ່າວ​ ໄດ​້ຖືກ​ລົງ​ນາມ​ໃນ​ວັນ​ທີ 30 ພະຈິກ 2009 ຢູ່ ນະຄອນ ຫລວງ ວຽງ​ຈັນ ລະຫວ່າງ ​ລັດຖະບານ​ແຫ່ງ ສປປ ລາວ ກັບ ບໍລິສັດ​ຜູ້​ລົງທຶນ ຊຶ່ງ​ແມ່ນ ທ່ານ ທອງ​ມີ ພົມວິ​ໄຊ, ລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງ​ແຜນການ ແລະ ການ​ລົງທຶນ, ທ່ານ ໄຊ​ປະ​ເສີດ ພົມ​ສຸພາ, ຫົວ​ໜ້າ​ກົມ ສົ່ງ​ເສີມ ​ແລະ ພັດທະນາ​ພະລັງງານ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ຕາງໜ້າ​ລັດຖະບານ ລາວ ​ແລະ ຜູ້​ຕາງໜ້າ​ບໍລິສັດ​ຜູ້​ລົງທຶນ ຄື​ບໍລິສັດ​ ຫົງ​ສາ​ ພາ​ວ​ເວີ້ ຈຳກັດ ແລະ ຟູ​ ໄຟ ມາຍ​ນິງ ຈຳກັດ ​ເປັນ​ຜູ້​ຮ່ວມ​ລົງ​ນາມ​ໃນ​ສັນຍາ ​ໂດຍການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີພິຍານ ຂອງ​ບັນດາ ​ລັດຖະມົນຕີ​ຊ່ວຍ ​ແລະ ພະນັກງານ​ວິຊາ​ການ​ທີ່​ກ່ຽວ ຂ້ອງ​ ເຂົ້າ​ຮ່ວມ.

ໂຄງການ​ກໍ່ສ້າງ​ໄຟຟ້າ ​ພະລັງງານ​ຄວາມ​ຮ້ອນຫົງ​ສາ​ ແມ່ນ​ຜົນ​ສືບ​ເນື່ອງມາ​ຈາກ​ການ​ເສີ່​ມ ຂະ ຫຍາຍສາຍ​ພົວພັນ​ຮ່ວມ​ມື ​ລະຫວ່າງ​ ລາວ-​ໄທ ໃນ​ການ​ຕ້ອງ​ສະ ໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ດ້ານ​ພະລັງ ງານ​ແກ່​ປະ​ເທດ​ໄທ ແລະ ​ເປັນ​ ການ​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະ​ນາ​ເສດຖະກິດ-ສັງຄົມ ຂ​ອງ ສປປ ລາວ ໂດຍລັດ ຖະບານ​ ສອງ​ປະ​ເທດ ​ໄດ້​ຮ່ວມ​ການ ​ສັນ​ບົດ​ບັນ​ທຶນ​ຄວາມ​ເຂົ້າ​ໃຈ (MOU) ໃນ​ເດືອນ​ທັນວາ 2007 ກ່ຽວ​ກັບ​ການ​ສະໜອງ​ໄຟຟ້າຈາກ ສປປ ລາວ ​ໃຫ້​ແກ່​ ປ​ະ​ເທດ​ ໄທ ​ແຕ່​ນີ້ຫາ 2015 ຈຳນວນ 7.000 ເມກາ​ວັດ. ໂຄງການ​ໄຟຟ້າ​ພະລັງງານ​ຄວາມ​ຮ້ອນ​ຫົງ​ສາ ຈະ​ເປັນ​ໂຄງການ ​ໜຶ່ງ ທີ່​ຈະ​ຂາຍ​ກະ​ແສ​ໄຟຟ້າ​ສົ່ງ​ອອກ ​ໃຫ້​ແກ່​ປະ​ ເທດ ​ໄທ ຊຶ່ງ​ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ​ ຕົກລົງ​ຊື້​ກະ​ແສ ​ໄຟຟ້າຈາກ​ໂຄງການ​ນີ້ ຈຳນວນ 1.473 ເມ​ກາ​ວັດ ແລະ ອີກ​ຈຳນວນປະມານ 100 ເມ​ກາ​ວັດ ຈະ​ຂາຍ​ໃຫ້​ລັດ​ວິ​ສາ​ຫະກິດ ​ໄຟຟ້າ​ລາວ ​ເພື່ອ​ການ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ ​ແລະ​ ອີກ​ຈຳນວນ​ໜຶ່ງ​ຈະນຳ​ໃຊ້​ເຂົ້າ​ໃນ​ການ​ຂຸດ​ຄົ້ນຖ່ານ​ຫີນລິກ​ໄນ ແລະ ການ​ຜະລິດ​ ຂອງ ​ໂຮ​ງໄຟຟ້າ.

ໂຄງການ​ພະລັງງານ​ໄຟຟ້າ​ແຫ່ງ​ນີ້ ປະກອບ​ດ້ວຍຂາ​ຮຸ້ນ ບໍລິສັດ ບ້ານ​ປູ ພາວ​ເວີ ຈຳກັດ (BPP), ບໍລິ ສັດຜະລິດ​ໄຟຟ້າ ຣາຊະ​ບູຣີ ມະຫາຊົນ ຈຳກັດ (RATCH) ​ແລະ ລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວ ( ລຮລ). BPP ແລະ RATCH ຖື​ຮຸ້ນ​ຜູ້​ລະ 40% ຂອງ​ໂຄງການ ແລະ ສ່ວນ​ອີກ 20% ​ແມ່ນ​ຮຸ້ນ​ຂອງ ລຮລ. ແຕ່ລະ​ຝ່າຍ​ຈະ​ປະ ກອບສ່ວນ​ເຂົ້າ​ໃນ​ການ​ດຳ​ເນີນ ​ໂຄງການ ​ໂດຍ​ຈະ​ນຳ​ໃຊ້​ປະສົບ​ການ​ອັນ​ອຸດົມ​ຮັ່ງມີ​ຂອງ​ຕົນ ​ເຂົ້າ​ໃນ​ການ​ດຳ​ເນີນ​ໂຄງການ​ ໂດຍ​ການ​ຮັບປະກັນ ​ເຕັກ​ໂນ​ໂລ​ຊີ ທີ່ ທັນສະ​ໄໝ ແລະ ມີ​ປະສິດທິ​ຜົນ​ສູງ​ໃນ​ການ​ຜະລິດ.​​

ໂຄງການ​ຈະ​ຕິດຕັ້ງລະບົບ ​ແລະ ອຸປະ​ກອບ​ຄວບ​ຄຸມ​ສິ່ງ​ແວດ​ລ້ອມ​ຢ່າງ​ຄົບ​ຊຸດ ​ເພື່ອ​ຮັບປະ​ກັນ​ເຮັດ​ ໃຫ້​ໂຄງ ການ ​ປະ ຕິບັດ​ໃຫ້​ສອດຄ່ອ ງ​ກັບ​ມາດ​ຕະຖານ​ດ້ານ​ສິ່ງ​ແວດ​ລ້ອມທີ່​ຮັດກຸມ. ໂຮງ​ໄຟຟ້າ​ປະກອອບດ້ວຍ​ເຄື່ອງ​ຈັກ​ປັ່ນ​ໄຟຟ້າ 3 ໜ່ວຍ ​ແຕ່ລະ​ໜ່ວຍ​ມີ​ກຳລັງ​ການ ​ຜະລິດ 626 ເມກາ​ວັດ ຊຶ່ງ​ໄດ້​ກຳນົດ​ມື້ສົ່ງ​ຂາຍ​ກະ​ແສ​ໄຟຟ້າ​ຢ່າງ​ເປັນ​ທາງ​ການ (COD) ທີ່​ແຕກຕ່າງ​ການ​ຄື: ຈັກ​ໜ່ວຍ​ທີໜຶ່ງ​ໃນ​ເດືອນ​ມີນາ ປີ 2015, ຈັກ​ໜ່ວຍ ທີ​ສອງ​ໃນ​ເດືອນສິງຫາ ປີ 2015 ແລະ ຈັກ​ໜ່ວຍ​ທີສາມ ​ໃນ​ເດືອນ ທັນວາ​ປີ 2015.

* ຄັດຈາກ: ຂປລ, ສະບັບວັນທີ 03-12-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564