ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ການນຳຂັ້ນຕ່າງໆ ລົງຊ່ວຍເຫລືອປະຊາຊົນ ທີ່ປະສົບກັບອຸທົກກະໄພ

    ໃນໂອກາດທີ່ປະຊາຊົນຊາວ ນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບຢ່າງແຮງ ຈາກອຸທົກກະໄພ ຫລືໄພນ້ຳ
ຖ້ວມ ໃນວັນທີ 16 ສິງຫາທີ່ຜ່ານມານີ້ ທ່ານ ບົວສອນ ບຸບຜາວັນ ກໍຄືນາຍົກລັດຖະມົນຕີ ແລະ ຄະນະສະມາຊິກສະພາ
ແຫ່ງຊາດເຂດ 1 ນະຄອນຫລວງວຽງຈັນ ໄດ້ສົມທົບກັບອຳນາດການປົກຄອງເມືອງຫາດຊາຍຟອງ ເຄື່ອນໄຫວຢ້ຽມຢາມ
ຖາມຂ່າວຄວາມທຸກສຸກຂອງພໍ່-ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບດັ່ງກ່າວຢູ່ 4 ບ້ານ ຄື: ບ້ານສິມມະໂນເຫນືອ-ໃຕ້ ບ້ານ
ຫາດກັນຊາ ແລະ ບ້ານດອນ ພ້ອມທັງໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກຈຳນວນຫນຶ່ງ ໃຫ້ແກ່ປະຊາຊົນ ເພື່ອເປັນ
ການປອບຂວັນ ແລະ ໃຫ້ກຳໃຈ ເຊິ່ງຕາມການລາຍງານໃນທົ່ວເມືອງ ແມ່ນຂາດນ້ຳທີ່ສະອາດໄວ້ດື່ມ ແລະ ໃຊ້ຈຳນວນ
10 ບ້ານ ທີ່ກວມເອົາ 912 ຄອບຄົວ ແລະ ບໍ່ມີໄຟຟ້າໃຊ້ 26 ບ້ານ.

      ຂ່າວແຈ້ງຕື່ມວ່າ: ໃນວັນທີ 16 ສິງຫາ 2008 ທ່ານ ສົມບັດ ເຢຍລີເຮີ ເລຂາຄະນະພັກນະຄອນຫລວງວຽງ
ຈັນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພໍ່-ແມ່ປະຊາຊົນ ຜູ້ທີ່ຖືກນ້ຳຖ້ວມຢູ່ເຂດບ້ານຫນອງສອງຫ້ອງ ເມືອງໄຊທານີ ນະ
ຄອນຫລວງວຽງຈັນ ພ້ອມທັງໄດ້ນຳເອົານ້ຳດື່ມ ແລະ ເຂົ້າສານຈ້າວ 1,8 ໂຕນ ແລະ ອາຫານແຫ້ງຈຳນວນຫນຶ່ງມອບໃຫ້
ແກ່ປະຊາຊົນທີ່ປະສົບໄພດັ່ງກ່າວ.

      ທ່ານ ຢູ ດາງຄ້າງ ນາຍບ້ານຫນອງສອງຫ້ອງ ໄດ້ລາຍງານໃຫ້ຮູ້ວ່າ: ນ້ຳໄດ້ເລີ່ມຖ້ວມບ້ານດັ່ງກ່າວມາແຕ່ວັນ
ທີ 12 ສິງຫາ 2008 ທີ່ມີປະຊາຊົນໄດ້ຮັບຜົນກະທົບ 288 ຄອບຄົວ ຂອງຈຳນວນທົ່ວບ້ານທັງຫມົດ 411 ຄອບຄົວ ແລະ
ໄດ້ຖືກຍົກຍ້າຍໄປຢູ່ບ່ອນປອດໄພຮຽບຮ້ອຍແລ້ວ ເຊັ່ນ: ມ.ສ ນາພອກ 74 ຄອບຄົວ ປະຖົມນາພອກ 78 ຄອບຄົວ ມ.ສ
ໂພນມາ 50 ຄອບຄົວ ແລະ ບາງຄອບຄົວແມ່ນໄດ້ໄປຢູ່ນຳພີ່ນ້ອງເປັນການຊົ່ວຄາວ.

      ຂ່າວແຈ້ງໃຫ້ຊາບຕື່ມວ່າ: ໃນວັນດຽວກັນນີ້ ຄະນະສະມາຊິກສະພາແຫ່ງຊາດເຂດ 1 ນະຄອນຫລວງວຽງຈັນ
ກໍໄດ້ເຄື່ອນໄຫວຢ້ຽມຢາມຖາມຂ່າວ ຄວາມທຸກສຸກຂອງປະຊາຊົນ ເຊິ່ງປັດຈຸບັນແມ່ນໄດ້ພັກເຊົາຢູ່ສະຖານທີ່ຊົ່ວຄາວ ໂຮງ
ຮຽນຊົນລະປະທານຕາດທອງ ປະຖົມຕາດທອງ ແລະ ບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ
ລວມມີ 93 ຄອບຄົວ ພ້ອມນີ້ກໍໄດ້ໄປຢ້ຽມຢາມປະຊາຊົນຢູ່ເມືອງນາຊາຍທອງ 3 ຈຸດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ
ຄື: ບ້ານນາດີ 12 ຄອບຄົວ ແລະ ເນື້ອທີ່ການຜະລິດທົ່ວບ້ານເສຍຫາຍ 228 ເຮັກຕາ ໃນນີ້ມີຫນອງປາ 4 ເຮັກຕາ ເນື້ອທີ່
ນາ 140 ເຮັກຕາ ສ່ວນບ້ານພັດທະນາມີ 28 ຄອບຄົວໄດ້ຮັບຜົນກະທົບທົ່ວບ້ານ ແລະມີເນື້ອທີ່ການຜະລິດເສຍຫາຍ 229
ເຮັກຕາ ສ່ວນບ້ານແສນດິນຖືວ່າໄດ້ຮັບຜົນກະທົບຢ່າງຫນັກ ເພາະນ້ຳໄດ້ຖ້ວມເຮືອນຂອງປະຊາຊົນທັງຫມົດ 238 ຄອບ
ຄົວ ແລະ ມີເນື້ອທີ່ການຜະລິດເສຍຫາຍທັງຫມົດ 1.445 ເຮັກຕາ.

     ການຢ້ຽມຢາມຖາມຂ່າວ ຄວາມທຸກສຸກຂອງປະຊາຊົນແຕ່ລະແຫ່ງນັ້ນ ການນຳຂັ້ນຕ່າງໆກໍໄດ້ສະແດງ
ຄວາມເສຍໃຈ ແລະ ເຫັນອົກເຫັນໃຈທີ່ສຸດ ຕໍ່ພໍ່-ແມ່ປະຊາຊົນ ພ້ອມທັງໄດ້ໃຫ້ກຳລັງໃຈ ໂດຍສະເພາະແມ່ນໃຫ້ທິດຊີ້ນຳໃນ
ການກະກຽມຟື້ນຟູສະພາບຊີວິດຈິດໃຈ ແລະ ການຜະລິດຄືນໃຫມ່ ໂດຍສະເພາະກໍແມ່ນການເຮັດນາຕ່າວ ການປູກພືດ
ທີ່ເປັນສິນຄ້າ ການລ້ຽງສັດ ແລະ ການເຮັດນາແຊງ ໃນລະດູການທີ່ຈະມາເຖິງ ພ້ອມດຽວກັນ ຍັງໄດ້ແນະນຳໃຫ້ຮັກສາສຸ
ຂະພາບຢ່າງເອົາຈິງເອົາຈັງ ໂດຍສະເພາະແມ່ນເດັກນ້ອຍ ເພາະພະຍາດອາດຈະມານຳນ້ຳ ຕົ້ນຕໍກໍແມ່ນພະຍາດຖອກ
ທ້ອງ ໄຂ້ຫວັດ ໄຂ້ຍຸງ ຕາແດງ ແລະ ອື່ນໆ.

     ຂ່າວແຈ້ງໃຫ້ຊາບອີກວ່າ ໃນວັນດຽວກັນນີ້ ທ່ານ ຄຳປະດິດ ເຂັມມານິດ ຫົວຫນ້າພະແນກທ່ອງທ່ຽວນະຄອນ
ຫລວງວຽງຈັນ ກໍໄດ້ນຳເຄື່ອງອຸປະໂພກ ແລະ ບໍລິໂພກຈຳນວນຫນຶ່ງ ມອບໃຫ້ແກ່ເມືອງນາຊາຍທອງ ໄຊທານີ ສີສັດຕະ
ນາກ ຫາດຊາຍຟອງ ແລະ ສີໂຄດຕະບອງ ແລະ ຍັງໄດ້ຢືນຢັນຕື່ມວ່າ: ຈະສືບຕໍ່ປຸກລະດົມຫົວຫນ່ວຍທຸລະກິດອ້ອມຂ້າງ
ປະກອບສ່ວນເພື່ອຈະໄດ້ນຳເອົາເຄື່ອງດັ່ງນັ້ນ ໄປຊ່ວຍເຫລືອຕື່ມອີກ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 19-08-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564