ໃນລະຫວ່າງວັນທີ 12-13 ກຸມພາ 2010 ນີ້
ຢູ່ທີ່ ແຂວງຫຼວງພະບາງໄດ້ຈັດກອງປະຊຸມດ້ານວິຊາການ
ເພື່ອຄົ້ນຄວ້າ ປະກອບຄຳເຫັນ ໃສ່ຮ່າງນະໂຍບາຍກ່ຽວກັບວຽກງານຄວາມປອດໄພ,
ສຸຂະພາບແຮງງານ ແລະ
ຄວາມສ່ຽງຢູ່ໃນຂົງເຂດ
ອຸດສາຫະກຳຂະໜາດນ້ອຍ ແລະ ຂະໜາດກາງ
ຂອງບັນດາປະເທດສະມາຊິກອາຊຽນ +3
ຂຶ້ນໂດຍການເປັນ ປະທານຂອງ ທ່ານ ບຸນຄົງ
ຫຼ້າສຸກັນ
ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ
ສະຫວັດດີການສັງຄົມ, ທ່ານ ສາຍສະໝອນ
ຄົມທະວົງ ຮອງເຈົ້າແຂວງຫຼວງພະບາງ ແລະ
ມີຜູ້ແທນແຮງງານຂອງ 5
ປະເທດສະມາຊິກອາຊຽນ ແລະ 2
ປະເທດຄູ່ເຈລະຈາ (ຍີ່ປຸ່ນ ແລະ ເກົາຫຼີ)
ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ເປັນຄັ້ງທີ 3 ໂດຍສືບຕໍ່ຈາກກອງປະຊຸມ
ຄັ້ງທີ 1 ແລະ ທີ 2
ທີ່ຈັດຂຶ້ນຢູ່ປະເທດມາເລເຊຍ ໃນປີ 2007
ແລະ 2008 ເພື່ອປະກອບຄຳເຫັນໃສ່ຮ່າງນະໂຍບາຍດັ່ງກ່າວ
ໃຫ້ຄົບຖ້ວນ ແລະ ແທດເໝາະກັບສະພາບແວດລ້ອມ
ຂອງແຕ່ລະປະເທດ. ເນື້ອໃນຂອງນະໂຍບາຍສະບັບນີ້
ແມ່ນໄດ້ກຳນົດກ່ຽວກັບການສົ່ງເສີມໃຫ້ມີການຮ່ວມມືກັນຢ່າງໃກ້ຊິດ
ລະຫວ່າງຄະນະກຳມະການສຸຂະພາບ ແລະ
ຄວາມປອດໄພແຮງງານ ຂອງປະເທດສະມາຊິກ,
ສົ່ງເສີມໃຫ້ມີການຝຶກ ອົບຮົມ ແລະ
ຄົ້ນຄວ້າ, ແລກປ່ຽນຂໍ້ມູນຂ່າວສານດ້ວຍເທັກໂນໂລຢີທີທັນສະໄໝຮ່ວມກັນ,
ພາຍຫຼັງທີ່ຮ່າງນະໂຍບາຍ
ສະບັບນີ້ໄດ້ຖືກຮັບຮອງຈາກຄະນະກຳມະການດ້ານສຸຂະພາບ
ແລະ ຄວາມປອດໄພແຮງງານ ອາຊຽນສຳເລັດ
ມັນຈະເປັນ ເອກະສານສຳຄັນ ແລະ ເປັນຄູ່ມືໃຫ້ແກ່ຜູ້ໃຊ້ແຮງງານຂອງບັນດາປະເທດສະມາຊິກ
ນຳໄປຈັດຕັ້ງປະຕິບັດຢູ່ໃນຫົວໜ່ວຍ
ແຮງງານດ້ວຍມາດຕະຖານດຽວກັນ.
ທັງນີ້ເພື່ອແນ່ໃສ່ປົກປ້ອງຊີວິດ ແລະ
ສຸຂະພາບຂອງຜູ້ອອກແຮງງານໃນສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ
ປາດສະຈາກຄວາມສ່ຽງຈາກການສູນເສຍຕ່າງໆ, ເປັນການກະຕຸກຊຸກຍູ້ສົ່ງເສີມ
ຄຸນນະພາບຂອງການຜະລິດ ແລະ
ຄຸນນະພາບຊີວິດຂອງຜູ້ອອກແຮງງານໃນບັນດາປະເທດອາຊຽນໃຫ້ດີຂຶ້ນ.
ກອງປະຊຸມດັ່ງກ່າວແມ່ນ ໄດ້ຮັບການສະໜັບສະໜູບ
ດ້ານງົບປະມານຈາກກະຊວງສາທາລະນະສຸກ, ແຮງງານ
ແລະ ສະຫວັດດີການສັງຄົມ ແຫ່ງປະເທດຍີ່ປຸ່ນ.