|

ຂົວຫີນເຫີບແຫ່ງໃໝ່ ແຂວງວຽງຈັນ ໄດ້ຮັບການ
ຊ່ວຍເຫລືອລ້າຈາກລັດຖະ ບານຍີ່ປຸ່ນ ມີມູນຄ່າ
933
ລ້ານເຢັນ
(ສະກຸນເງິນຍີ່ປຸ່ນ),
ການກໍ່ສ້າງສຳເລັດເປັນການ
ປະກອບສ່ວນອັນສຳຄັນໃຫ້ແກ່ການພັດທະນາພື້ນຖານໂຄງລ່າງດ້ານ
ຄົມມະນາຄົມ
-
ຂົນສົ່ງພາຍໃນແຂວງວຽງຈັນກໍ່ຄື ສປປ ລາວ ໃຫ້ໄດ້ຮັບການຍົກລະດັບຕາມມາດ
ຕະຖານ ສາກົນ.
ໂຄງການກໍ່ສ້າງຂົວຫີນ ເຫີບແຫ່ງໃໝ່ຢູ່ຫ່າງຈາກຂົວ
ເກົ່າປະມານ
200
ແມັດ,
ເປັນ ຂົວເບຕົງເສີມເຫລັກອັດແຮງ ແບບຕໍ່ເນື່ອງ,
ລວງຍາວຂອງ ຂົວ
195
ແມັດ,
ກ້ວາງ
10
ແມັດ,
ມີທາງຍ່າງເບື້ອງລະ
1
ແມັດ,
ມີຈຸດຊົມວິວ,
ໄຟເຍືອງ ທາງຂົວ ແລະ ທາງເຂົ້າຫາຂົວ
ສອງເບື້ອງມີລວງຍາວ
755
ແມັດ,
ໜ້າທາງກ້ວາງ
11
ແມັດ ປູດ້ວຍເບຕົງເສີມເຫລັກ,
ພິທີ ເປີດການນຳໃຊ້ຂົວຫີນເຫີບ ແຫ່ງໃໝ່ຢ່າງເປັນທາງການໄດ້
ຈັດຂຶ້ນເມື່ອວັນທີ
28
ມັງກອນ
2010,
ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ.
ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ,
ທ່ານ ມາຊາອາ ກິ ມິຢາຊິຕະ ເອກອັກຄະລາຊະ
ທູດຍີ່ປຸ່ນປະຈຳລາວ,
ທ່ານ ຄຳເມິງ ພົງທະດີ ເຈົ້າແຂວງໆ ວຽງຈັນ,
ແຂກຖືກເຊີນ,
ຕະ ຫລອດຮອດອຳນາດການປົກ ຄອງເມືອງ,
ບ້ານ ແລະ ພໍ່ແມ່ ປະຊາຊົນເຂົ້າຮ່ວມ.
ໃນພິທີ,
ທ່ານ ສົມມາດ ພົນເສນາ ລັດ
ຖະມົນຕີວ່າການກະຊວງໂຍ ທາທິການ-ຂົນສົ່ງ
ໄດ້ກ່າວຄຳ ເຫັນ ມີບາງຕອນທ່ານກ່າວວ່າ:
ສາຍພົວພັນມິດຕະພາບ ແລະ
ການຮ່ວມມືລະຫວ່າງລາວ-ຍີ່
ປຸ່ນ ໄດ້ມີມາແຕ່ດົນນານແລ້ວ,
ລັດຖະບານ ແລະ ປະຊາຊົນຍີ່ ປຸ່ນ ໄດ້ໃຫ້ການຊ່ວຍເຫລືອແກ່
ລັດຖະບານ ແລະ ປະຊາຊົນ ລາວ
ຢ່າງຕໍ່ເນື່ອງໃນຫລາຍ ດ້ານ ແລະ ໄດ້ເພີ່ມທະວີຂຶ້ນ
ເລື້ອຍໆ ໂດຍສະເພາະແມ່ນ
ການຊ່ວຍເຫລືອລ້າຂອງລັດ ຖະບານຍີ່ປຸ່ນໃຫ້ແກ່
ສປປ ລາວ ໃນຂົງເຂດການກໍ່ສ້າງ
ພື້ນຖານໂຄງລ່າງທາງດ້ານ ເສດຖະກິດ,
ວັດທະນະທຳ-ສັງ
ຄົມເຊັ່ນ:
ໂຄງການກໍ່ສ້າງບັນ ດາຂົວຕາມທາງ
13
ໃຕ້,
ໂຄງ ການກໍ່ສ້າງຂົວຂ້າມແມ່ນ້ຳ ຂອງທີ່ປາກເຊ,
ໂຄງການກໍ່ ສ້າງເສັ້ນທາງເລກ
9
ຊ່ວງເຊໂນ-ເມືອງພີນ,
ໂຄງການກໍ່ສ້າງອາຄານຜູ້ໂດຍສານ ແລະ
ຫໍບັນຊາການບິນທີ່ສະໜາມ ບິນສາກົນວັດໄຕ,
ໂຄງການກໍ່ ສ້າງທາງເບີ
1
ນະຄອນຫລວງ ວຽງຈັນ,
ໂຄງການປັບປຸງລະ ບົບນ້ຳປະປາ,
ໂຄງການກໍ່ສ້າງ ໂຮງຫມໍ,
ໂຮງຮຽນ ແລະ ອື່ນໆ,
ນັບທັງໂຄງການກໍ່ສ້າງຂົວຫີນ ເຫີບ,
ໃນນັ້ນ ລັດຖະບານຍີ່ປຸ່ນ
ຍັງໄດ້ໃຫ້ການສະໜັບສະໜູນ ດ້ານການເງິນ ໃນການກໍ່ສ້າງ
ຂົວຂ້າມນ້ຳຂອງ ສະຫວັນນະ ເຂດ-ມຸກດາຫານ
ຫລື ຂົວມິດ ຕະພາບ
2
ຊຶ່ງເປັນການປະ ກອບສ່ວນອັນສຳຄັນຂອງລະ
ບຽງເສດຖະກິດຕາເວັນອອກ-
ຕາເວັນຕົກ ທີ່ຜ່ານ ສປປ ລາວ
ການຊ່ວຍເຫລືອອັນສຳຄັນ ແລະ
ສຸດທີ່ມີຄ່າຈາກລັດຖະ ບານ
ກໍ່ຄືປະຊາຊົນຍີ່ປຸ່ນນີ້ ໄດ້
ນຳເອົາຜົນປະໂຫຍດອັນໃຫຍ່
ຫລວງມາສູ່ການພັດທະນາປະ ເທດ ສປປ ລາວ
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
01-02-2010 |