ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ກອງທຶນພັດທະນາຂັ້ນບ້ານ ກັບການແກ້ໄຂຄວາມທຸກຍາກ

ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ກ່ຽວກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ສຳ
ເລັດໂດຍພື້ນຖານ ໃນປີ 2010 ໃນປີ 2003 ລັດຖະບານໄດ້ມອບໝາຍໃຫ້ 4 ອົງການຈັດຕັ້ງມະຫາຊົນຄື: ສູນກາງແນວລາວ
ສ້າງຊາດ ສູນກາງສະຫະພັນແມ່ຍິງລາວ ສູນກາງກຳມະບານລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ດຳເນີນ
ການຄົ້ນຄ້ວາສ້າງນິຕິກຳຕ່າງໆ ພ້ອມທັງມີການທົດລອງສ້າງຕັ້ງກອງທຶນພັດທະນາຂັ້ນບ້ານຢູ່ໃນ 4 ເມືອງຂອງນະຄອນ
ຫຼວງວຽງຈັນ ຜ່ານການຈັດຕັ້ງປະຕິບັດໃນເບື້ອງຕົ້ນເຫັນວ່າ ມີຄວາມຄ່ອງຕົວດີພໍສົມຄວນ ຈາກນັ້ນໃນທ້າຍປີດຽວກັນກໍໄດ້ມີ
ການຍົກລະດັບດ້ານວິຊາການໃຫ້ພະນັກງານກອງທຶນໃນທົ່ວປະເທດ ເພື່ອປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນ
ເປັນຕົ້ນແມ່ນດ້ານກົດລະບຽບ ການຂົນຂວາຍ ການຄຸ້ມຄອງ ແລະ ການຕິດຕາມກວດກາ.

 

ໝາກຜົນໃນການຈັດຕັ້ງປະຕິບັດວຽກງານໄລຍະເລີ່ມຕົ້ນ ແມ່ນສາມາດຂົນຂວາຍສ້າງຕັ້ງກອງທຶນພັດທະນາຂັ້ນ
ບ້ານຢູ່ 16 ແຂວງ 43 ເມືອງ 163 ບ້ານ 7.400 ຄອບຄົວ ແລະ ມີທຶນໝູນວຽນຂອງປະຊາຊົນເອງ 1,5 ຕື້ກ່ວາກີບ ອັນເຮັດ
ໃຫ້ຜູ້ທຸກຍາກສາມາດເຂົ້າເຖິງແຫຼ່ງທຶນ ເພື່ອທຳການຜະລິດຈຳນວນໜຶ່ງ ມາຮອດ ປີ 2004 ລັດຖະບານໄດ້ເຫັນຄວາມສຳ
ຄັນ ແລະ ມອບໝາຍໃຫ້ 4 ອົງການດັ່ງກ່າວ ສືບຕໍ່ປະຕິບັດວຽກງານຂົນຂວາຍສ້າງຕັ້ງກອງທຶນພັດທະນາຂັ້ນບ້ານຢູ່ໃນ 47
ເມືອງທຸກຍາກກ່ວາໝູ່ ຊຶ່ງໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຄື: ສູນກາງແນວລາວສ້າງຊາດ ຮັບຜິດຊອບ 7
ແຂວງ 17 ເມືອງ ສູນກາງກຳມະບານລາວ 3 ແຂວງ 10 ເມືອງ ສູນກາງສະຫະພັນແມ່ຍິງລາວ 5 ແຂວງ 10 ເມືອງ ແລະ
ສູນກາງຊາວໜຸ່ມຮັບຜິດຊອບ 3 ແຂວງ 10 ເມືອງ ມາຮອດປັດຈຸບັນ ສາມາດສ້າງຕັ້ງກອງທຶນໄດ້ 315 ບ້ານ ໃນ 47 ເມືອງ
ເປົ້າໝາຍ ມີສະມາຊິກຫຼາຍກ່ວາ 20.000 ຄອບຄົວ ໂດຍລັດຖະບານໄດ້ປ່ອຍເງິນເຂົ້າໃນກອງທຶນນີ້ ຈຳນວນ 45 ຕື້ກ່ວາກີບ
ຊຶ່ງເປັນທຶນໝູນວຽນໃຫ້ປະຊາຊົນນຳໃຊ້ເຂົ້າໃນການປູກຝັງ-ລ້ຽງສັດ ແລະ ເຮັດການຜະລິດອື່ນໆ ເພື່ອເປັນສິນຄ້າໃຫ້ສາ
ມາດແກ້ໄຂຄວາມທຸກຍາກໂດຍໄວ.

ນອກຈາກນີ້ ຍັງໄດ້ສົມທົບກັບກອງທຶນຫຼຸດຜ່ອນຄວາມທຸກຍາກ ເພື່ອກໍ່ສ້າງຍົກລະດັບພະນັກງານຢູ່ 4 ແຂວງ
ພາກກາງ ແລະ ພາກໃຕ້ຄື: ແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ແລະ ແຂວງຈຳປາສັກ ໂດຍໄດ້ນຳພາສ້າງຕັ້ງກອງ
ທຶນໄດ້ 270 ບ້ານ ມີສະມາຊິກ 8.800 ກ່ວາຄອບຄົວ ມີທຶນປະກອບສ່ວນຂອງປະຊາຊົນ 800 ລ້ານກ່ວາກີບ ໄດ້ຮ່ວມມືກັບ
ໂຄງການພັດທະນາກະສິກຳເພື່ອປັບປຸງກອງທຶນ ແລະ ປ່ອຍສິນເຊື່ອຈຳນວນ 8 ຕື້ກ່ວາກີບໃຫ້ບ້ານເປົ້າໝາຍລຶບລ້າງຄວາມ
ທຸກຍາກໃນ 210 ບ້ານ 15 ເມືອງຢູ່ 5 ແຂວງຄື: ຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ແລະ ແຂວງອັດຕະປື ມາ
ຮອດປັດຈຸບັນສາມາດເວົ້າໄດ້ວ່າ ກອງທຶນດັ່ງກ່າວແມ່ນມີຄວາມຍືນຍົງ ມີການຄຸ້ມຄອງບໍລິຫານດີ ແລະ ນຳໃຊ້ຢ່າງມີປະສິດ
ທິຜົນ

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 29-06-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564