ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ໂຄງການກໍ່ສ້າງຫໍຫຼັກເມືອງວຽງຈັນ ຈະໄດ້ວາງສີລາລຶກກໍ່ສ້າງຢ່າງເປັນທາງການ


(ຮູບພາບຈຳລອງ ຫໍຫຼັກເມືອງວຽງຈັນ)

ວັນທີ 22 ກຸມພາ 2010 ນີ້ ທ່ານ ໜູນແກ້ວ ອໍລະບູນ ລັດຖະມົນຕີວ່າການກະຊວງຖະແຫຼ່ງຂ່າວ ແລະ ວັດທະນະທຳ ປະທານຄະນະກຳມະການຮັບຜິດຊອບໂຄງການກໍ່ສ້າງຫໍຫຼັກເມືອງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ກ່ຽວກັບ ໂຄງການກໍ່ສ້າງຫໍຫຼັກເມືອງວຽງຈັນ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ເຊິ່ງທ່ານໄດ້ກ່າວວ່າ: ໂຄງການ ກໍ່ສ້າງຫໍຫຼັກເມືອງວຽງຈັນ ຢູ່ທີ່ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນໂຄງການຂອງລັດຖະບານ ໂດຍແມ່ນກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ເປັນເຈົ້າຂອງໂຄງການ ເຊິ່ງຈະໄດ້ຈັດພິທີວາງສີລາລຶກການກໍ່ສ້າງຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 24 ກຸມພາ 2010 ນີ້.

ຄວາມເປັນມາຂອງໂຄງການດັ່ງກ່າວນີ້ ເກີດຂື້ນພາຍຫຼັງທີ່ໄດ້ມີການຄົ້ນພົບເສົາຫຼັກເມືອງບູຮານທີ່ເຮັດດ້ວຍຫີນ ຈຳນວນ 193 ຫຼັກ ໃນຄັ້ງວັນທີ 16 ມັງກອນ 2007 ໄລຍະຕໍ່ມາໃນວັນທີ 29 ທັນວາ 2009 ໃນຂະນະທີ່ມີການຂຸດສຳຫຼວດ ເພື່ອກະກຽມພື້ນທີ່ໃຫ້ແກ່ການກໍ່ສ້າງຫໍຫຼັກເມືອງວຽງຈັນນີ້ ນັກບູຮານວິທະຍາກົມມໍລະດົກ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ກໍໄດ້ພົບເຫັນຫໍຫຼັກເມືອງອີກເທື່ອໃໝ່ ເປັນຈຳນວນປະມານ 225 ຫຼັກ ແລະ ຄັ້ງທີ 3 ໃນວັນທີ 7 ມັງກອນ 2010 ເປັນຈຳນວນ 55 ຫຼັກ ລວມທັງ 3 ຄັ້ງ ເປັນຈຳນວນ 473 ຫຼັກ.

ວັດຖຸປະສົງ: ຂອງການສ້າງຫໍຫຼັກເມືອງວຽງຈັນນີ້ ແມ່ນເພື່ອໃຫ້ເປັນສະຖານທີ່ເຕົ້າໂຮມ ແລະ ຈັດວາງສະແດງເສົາຫຼັກ ເມືອງວຽງຈັນບູຮານທັງໝົດທີ່ໄດ້ຂຸດຄົ້ນ ນອກຈາກຫໍຫຼັກເມືອງແລ້ວ ໃນໂຄງການນີ້ ຍັງປະກອບມີຫໍວາງສະແດງສອງຊັ້ນ ທີ່ຈະປຸກສ້າງຂຶ້ນພາຍໃນບໍລິເວນດຽວກັນ ຫໍຫຼັກເມືອງວຽງຈັນ ເຊິ່ງຈະໃຊ້ສຳລັບຈັດວາງສະແດງວັດຖຸບູຮານຕ່າງໆ ທີ່ຢັ້ງຢືນເຖິງປະຫວັດສາດຂອງນະຄອນຫຼວງວຽງຈັນ ໃນຍຸກສະໄໝອານາຈັກລ້ານຊ້າງ ເຊິ່ງຫໍຫຼັກເມືອງ ແລະ ຫໍວາງສະແດງທັງໝົດນີ້ ຈະກາຍເປັນສະຖານທີ່ທາງວັດທະນະທຳ ແລະ ທ່ອງທ່ຽວແຫ່ງໃໝ່ ໃນນະຄອນຫຼວງວຽງຈັນ ອີງໃສ່ຄວາມໝາຍຄຸນຄ່າ ແລະ ລັກສະນະພິເສດຂອງຫໍຫຼັກເມືອງວຽງຈັນນີ້ ຖືໄດ້ວ່າຈະກາຍເປັນປູຊະນີຍະສະຖານ ປະຫວັດສາດທີ່ສຳຄັນອີກແຫ່ງໜື່ງ ຂອງຊາດລາວເຮົາ.

ມູນຄ່າລວມໃນການກໍ່ສ້າງຫໍຫຼັກເມືອງ ຫໍວາງສະແດງ ພ້ອມດ້ວຍການຕິດຕັ້ງການວາງສະແດງບູຮານວັດຖຸ ແລະ ສິ່ງ ອຳນວຍຄວາມສະດວກຕ່າງໆ ພາຍໃນສະຖານທີ່ທັງໝົດນີ້ ລວມປະມານ 15 ຕື້ກີບ ເຊິ່ງນອກຈາກງົບປະມານສະໜັບ ສະໜູນຈາກພັກ ແລະ ລັດຖະບານແລ້ວ ກໍຍັງຈະໄດ້ລະດົມທຶນຈາກທົ່ວສັງຄົມປະກອບສ່ວນນຳຕື່ມອີກ ເຊິ່ງຄາດວ່າ ໂຄງການກໍ່ສ້າງທັງໝົດນີ້ ຈະໃຫ້ສຳເລັດສົມບູນໃນທ້າຍປີ 2011 ການປະກອບສ່ວນຂອງທຸກພາກສ່ວນສັງຄົມເຂົ້າໃນ ກິດຈະການຂອງໂຄງການກໍ່ສ້າງ ຫໍຫຼັກເມືອງວຽງຈັນນີ້ ຈະເປັນປັດໄຈທີ່ສຳຄັນຍິ່ງໃນການຊຸກຍູ້ເຮັດໃຫ້ໂຄງການນີ້ ປະສົບຜົນສຳເລັດຢ່າງຈົບງາມ ເພື່ອໃຫ້ເປັນສົມບັດລວມຂອງປວງຊົນລາວຕະຫຼອດໄປ.

* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 23-02-2010

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564