ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ລາວ-ມຽນມາ ຕົກລົງ​ຍົກ​ເວັ້ນວິຊາ ແລະ ການ​ເກັບ​ອາກອນ​ຊ້ຳ​ຊ້ອນ

ສປປ ລາວ ​ແລະ ສະຫະພາບ​ມຽນມາ ​ໄດ້ຕົກລົງ​​ເພີ່ມ​ທະວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ ​ໂດຍ​ສະ​ເພາະ​ການສົ່ງ​ເສີມການ​ຄ້າ​ ຊາຍ​ແດນ​ ຮ່ວມ​ກັນ ດ້ວຍ ​ການ ຈັດ​ໃຫ້​ມີ​ຕະຫລາດນັດ 1 ເທື່ອຕໍ່ອາທິດ​, ທັງສືບ ຕໍ່ການ​ຮ່ວມ​ມື​ໃນ​ຂະ​ແໜງການທ່ອງທ່ຽວ, ກິລາ, ວັດທະນະທຳ​-ສັງຄົມ ​ແລະ ອື່ນໆ. ພ້ອມ​ດຽວ ກັນ ນັ້ນກໍ ໄດ້​ ບັນ ລຸ​ຂໍ້​ຕົກລົງຮ່ວມ​ມື​ອີກ​ສອງ​ສະບັບ​ຄື: ສັນຍາ​ການ​ຍົກ​ເວັ້ນວີຊາສຳລັບ​ພົນລະ​ເມືອງ​ ທີ່​ຖືໜັງສື​ ຜ່ານ​ ແດນ​ທຳ​ມະ​ດາ ​ແລະ ສັນຍາ​ວ່າ​ດ້ວຍ​ການ ​ຫລີກເວັ້ນການ​ ເກັບ​ອາກອນ​ຊ້ຳ​ຊ້ອນ ​ລະຫວ່າງ​ ສອງ​ປະ ​ເທດ​ອີກ​ ດ້ວຍ.

ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ ວ່າ​ດ້ວຍ​ການ​ຮ່ວມ​ມືສອງ​ຝ່າຍ ລາວ-ມຽນມາ ຄັ້ງທີ 9 ໂດຍ ​ການ​ເປັນ​ປະທານຮ່ວມ​ ລະຫວ່າງ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ ​ກະຊວງ​ການ​ຕ່າງປະ​ເທດລາວ ​ແລະ ທ່ານ ອູ​ ນຽນ ວິນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ມຽນ ມາ ຊຶ່ງໄດ້​ຈັດ​ຂຶ້ນລະຫວ່າງ​ວັນ​ທີ 17-20 ພະຈິກ 2009 ທີ່ເມືອງຕອງຈີ ນະຄອນເນປີດໍ ສະຫະພາບ ມຽນມາ.

ນອກຈາກການຮ່ວມມືຂ້າງເທິງແລ້ວ ສອງຝ່າຍຍັງເຫັນ ດີສືບຕໍ່ຂະຫຍາຍການຮ່ວມມື ບາງບັນຫາ ທີ່ສຳຄັນ ເປັນຕົ້ນແມ່ນ ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ກະຊວງການ ຕ່າງປະ ເທດ, ຍົກ ລະ ດັບການຮ່ວມຂອງຄະນະກຳມາທິການ ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ມຽນ ມາ ຈາກຂັ້ນເມືອງເປັນຂັ້ນແຂວງ ແລະ ຂັ້ນ ສູນ ກາງ ແນໃສ່ເຮັດໃຫ້ຊາຍແດນຂອງສອງປະເທດ ມີຄວາມສະ ຫງົບ, ສ້າງຄວາມສະດວກໃຫ້ປະຊາຊົນໄດ້ໄປມາຫາສູ່ ແລະ ຄ້າຂາຍ ຮ່ວມກັນ. ສຳລັບ ການ ຮ່ວມ ມືດ້ານຄົມ ມະນາຄົມ ສອງຝ່າຍໄດ້ເຫັນດີຈະ ຮ່ວມກັນສ້າງ ຂົວຂ້າມແມ່ນ້ຳຂອງລະຫວ່າງ ສປປ ລາວ ແລະ ມຽນມາ ໂດຍຈະມີການຂົນຂວາຍ ຊອກຫາ ແຫລ່ງ ທຶນ ຈາກປະເທດທີສາມ ເພື່ອມາດຳເນີນການ ກໍ່ ສ້າງ.

ສ່ວນການ ຮ່ວມມື ທີ່ສູນພັດທະນາກະສິກຳ ແລະ ປ່າໄມ້ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍໄດ້ມີບາດ ກ້າວ ຂະຫຍາຍຕົວ
ໃນໂອກາດກອງປະຊຸມຄັ້ງນີ້ ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ແລະ ຄະນະ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ພົນເອກອາວຸໂສ ມອງ ເອ, ຮອງປະທານສະພາສັນຕິພາບ ແລະ ການພັດທະນາແຫ່ງລັດ, ລວມທັງທ່ານ ພົນ ເອກ ເທນ ເຊນ, ນາຍົກລັດຖະມົນຕີ ແຫ່ງ ສະຫະພາບ ມຽນມາ ຊຶ່ງຜູ້ນຳທັງສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍ ພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ແລະ ນັບມື້ມີຄວາມສະໜິດແໜ້ນ ເຕີບໃຫຍ່ຂະ ຫຍາຍຕົວດີຂຶ້ນເລື້ອຍໆ, ນຳເອົາຜົນ ປະໂຫຍດ ຕົວ ຈິງມາ ສູ່ປະຊາຊົນສອງຊາດ ລາວ-ມຽນມາ

* ຂ່າວຈາກ: ນັກຂ່າວ ປກສ ແຂວງ ຫຼວງພະບາງ ຮອ. ສົມບູນ ແສງມົງ  ລາຍງານ ວັນທີ 25-11-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564