ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຂົວ​ມິດຕະພາບ 3 ຄຳ​ມ່ວນ ​- ນະຄອນພະນົມ ສຳເລັດແລ້ວ 32%

ເມື່ອບໍ່ດົນມານີ້ ທ່ານ ໄຊຊະນະ ຟ້າສະຫວັດ ຜູ້ປະ ສານງານໂຄງການກໍ່ສ້າງຂົວ ມິດຕະພາບ 3 ຄຳມ່ວນ - ນະ ຄອນພະນົມ ໄດ້ລາຍງານ ຄວາມຄືບຫນ້າໃນການກໍ່ສ້າງ ວ່າ: ໂຄງການກໍ່ສ້າງຂົວມິດຕະ ພາບ 3 ໄດ້ເລີ່ມລົງມືຈັດຕັ້ງປະ ຕິບັດມາແຕ່ວັນທີ 26 ພຶດສະ ພາ 2009 ເຊິ່ງມີໄລຍະກໍ່ສ້າງ 900 ວັນ ຄາດວ່າຈະໃຫ້ສຳ ເລັດຕາມສັນຍາໃນວັນທີ 11 ພະ ຈິກ 2011 ແຕ່ມາເບິ່ງຫນ້າ ວຽກຕົວຈິງໃນການກໍ່ສ້າງ, ມາ ຮອດປະຈຸບັນລວມຜົນງານປະ ຕິບັດໄດ້ 32% ຖ້າທຽບໃສ່ ແຜນການແລ້ວແມ່ນສາມາດ ປະຕິບັດໄດ້ລື່ນຄາດຫມາຍ 18% ທັງນີ້ກໍ່ຍ້ອນໄດ້ຮັບການ ຮ່ວມມືຈາກຫນ່ວຍປະສານ ງານທັງສອງຝ່າຍ, ໂດຍສະ ເພາະທາງການນຳຂອງແຂວງ ກໍ່ໄດ້ໃຫ້ຄວາມສະດວກ ແລະ ທີ່ສຳຄັນກໍ່ຄືໂຄງການໄດ້ມີ ຄວາມພ້ອມໃນດ້ານບຸກຄະລາ ກອນ, ພະນັກງານ ບໍລິສັດ ວິ ສະວະກອນອ້ອມຂ້າງສົມບູນ ແລະ ມີຄວາມພ້ອມທາງດ້ານ ອຸປະກອນຮັບໃຊ້ໃນການກໍ່ ສ້າງເປັນຢ່າງດີ, ຜ່ານການຈັດ ຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາທາງໂຄງການໄດ້ປະ ສົບຜົນສຳເລັດບັນດາຫນ້າ ວຽກທີ່ສຳຄັນ ເປັນຕົ້ນແມ່ນ ການຖົມດິນຈາກຫົວຂົວຫາ ເສັ້ນທາງເລກທີ 13 ໃຕ້ສຳ ເລັດ 70% ວຽກງານກໍ່ສ້າງພື້ນ ຖານໂຄງລ່າງອາຄານດ່ານໄດ້ ສຳເລັດການເຮັດເສົາແລ້ວຈຳ ນວນຫນຶ່ງ, ສ່ວນເສົາຂົວຢູ່ກາງ ນ້ຳຈຳນວນ 4 ຕົ້ນ ໄດ້ສຳເລັດ ເຂັມເຈາະຢູ່ກາງນ້ຳແລ້ວ 100% ເວົ້າລວມແລ້ວສຳລັບ ເຂັມເຈາະເທິງບົກ ແລະ ໃນ ແມ່ນ້ຳຂອງແມ່ນເຮັດສຳເລັດ ແລ້ວ 100% ຂະຫນາດຂອງ ຂົວກວ້າງ 13 ແມັດ, ມີຄວາມ ຍາວທັງຫມົດ 1.423 ແມັດ, ໂດຍແມ່ນ ບໍລິສັດ ອີຕາລຽນ ໄທ ເປັນຜູ້ຮັບເຫມົາກໍ່ສ້າງເຊິ່ງ ແມ່ນທຶນຊ່ວຍເຫລືອລ້າຂອງ ລັດຖະບານໄທ 100% ທີ່ສະ ຫນັບສະຫນູນງົບປະມານໃນ ການກໍ່ສ້າງ ດຳເນີນໂຄງການ  ທັງຫມົດປະກອບດ້ວຍການ ສຶກສາຄວາມເຫມາະສົມທາງ ດ້ານເສດຖະກິດ, ວິສະວະກຳ ແລະ ຜົນກະທົບທາງດ້ານສິ່ງ ແວດລ້ອມໃນວົງເງິນ 20 ລ້ານ ບາດ, ການອອກແບບລາຍລະ ອຽດກໍ່ສ້າງໃນວົງເງິນ 30 ລ້ານ ບາດ ແລະ ດຳເນີນການກໍ່ສ້າງ ໃນວົງເງິນ 1.760 ລ້ານບາດ, ໂດຍມອບໃຫ້ກົມທາງຫລວງ ກະຊວງຄົມມະນາຄົມຂອງໄທ ເປັນຫນ່ວຍງານຮັບຜິດຊອບ.

 (ໂດຍ: ສິນສ້າງ ໄຊຍະລາດ)

* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 05-03-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564