|

(ຮູບປະກອບທາງອິນເຕີເນັດ)
ເພື່ອຮັບປະກັນຄວາມສະຫງົບປອດໄພ ມີຄວາມສະດວກ
ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ
ໃນໄລຍະ ຈັດງານມະຫະກຳກີລາຊີເກມ ນັບແຕ່ວັນທີ
9-18 ທັນວາ 2009.
ອີງຕາມຂໍ້ຕົກລົງ ເລກທີ 627
ຂອງເຈົ້າຄອງນະຄອນຫຼວງວຽງຈັນ ລົງວັນທີ 26
ຕຸລາ 2009 ວ່າດ້ວຍການກຳນົດ ສາຍທາງຂົນສົ່ງ
ແລະ ສະຖານີຈອດລົດ ໃນໄລຍະຈັດງານມະຫະກຳກີລາຊີເກມ
ຄັ້ງທີ 25 ປີ 2009
ສຳລັບແຂກທາງການ ການນຳຂັ້ນສູງ ແລະ
ນັກກີລາທຸກປະເພດ ນັບທັງພາຍໃນ ແລະ
ຕ່າງປະເທດ ທີ່ຈະ ອອກຈາກໂຮງແຮມ ຫຼື
ອອກຈາກບ້ານຊີເກມ (ດົງໂດກ) ໃຫ້ນຳໃຊ້ຖະໜົນລ້ານຊ້າງ
ຖະໜົນໄກສອນ ພົມວິຫານ
ຜ່ານສີ່ແຍກໄຟແດງດົງໂດກ ໄປຕາມຖະໜົນ 450 ປີ
ແລ້ວລ້ຽວເຂົ້າເສັ້ນທາງດ້ານຫຼັງສະໜາມກີລາແຫ່ງຊາດ
ຫຼັກ 16 ແລະ ຈອດຕາມສະຖານທີ່
ທີ່ອະນຸກຳມະການຄຸ້ມຄອງ ແລະ
ຈັດສັນບ່ອນຈອດລົດໄດ້ກຳນົດໄວ້ໃຫ້ ສຳລັບ
ການກຳນົດທິດທາງການສັນຈອນ ແລະ
ສະຖານທີ່ຈອດລົດມວນຊົນ ທັງພາຍໃນ ແລະ
ຕ່າງປະເທດ ແມ່ນໃຫ້ປະຕິບັດ ດັ່ງນີ້:
ລົດທີ່ມາຈາກບັນດາແຂວງພາກເໜືອ
ຖ້າຈະເຂົ້າຕົວເມືອງໃຫ້ມາຕາມຖະໜົນສີທອງ
ແລ້ວຜ່ານດົງນາໂຊກ ແລ້ວເຂົ້າເມືອງ ຫຼື
ຜ່ານສີໄຄ ໄປຕາມຖະໜົນສຸພານຸວົງ (ຖະໜົນຫຼວງພະບາງເກົ່າ)
ຫຼືເຂົ້າມາທາງໜອງບຶກ-ດົງໂດກ ແລ້ວລ້ຽວຂວາຢູ່ສີ່ແຍກໄຟແດງຕານມີໄຊກໍໄດ້
ຖ້າກໍລະນີຈະເບິ່ງການແຂ່ງຂັນກີລາ ແມ່ນໃຫ້ໄປຕາມເສັ້ນທາງ
ໜອງບຶກດົງໂດກ ແລ້ວລ້ຽວຊ້າຍຢູ່ສີ່ແຍກໄຟແດງຕານມີໄຊ
ແລ້ວໄປຕາມເສັ້ນທາງຕັດໃໝ່
ຜ່ານສີ່ແຍກອຸດົມຜົນ ເສັ້ນທາງລາດຄວາຍ-ດົງບັງ
ລ້ຽວຂວາຢູ່ຫຼັກ 19 ແລ້ວເອົາລົດມາຈອດໄວ້ຢູ່ບ່ອນຝາກລົດ
(ດ້ານໜ້າສະໜາມກີລາ).
ສ່ວນລົດທີ່ມາຈາກບັນດາແຂວງພາກໃຕ້
ທີ່ມີຈຸດປະສົງທີ່ຈະເຂົ້າເມືອງ
ສຳລັບລົດເບົາໃຫ້ລ້ຽວຊ້າຍຢູ່ຫຼັກ 21 ໄປຕາມເສັ້ນທາງໂຄກສະອາດ
ຜ່ານນາຄວາຍມາຮອດສາມແຍກຫົວຂົວ ຫຼື
ຈະຜ່ານເສັ້ນທາງໂຄກສະອາດ-ບ້ານໂຊກ-ຊຳເຄ້
ມາຫາສາມແຍກວັງຊາຍ ໄປທາງໜອງໜ່ຽງ ໄປຫາ 3 ແຍກຫົວຂົວ
ແລ້ວເຂົ້າເມືອງ ສະເພາະລົດບັນທຸກໜັກ ຫຼື
ເບົາ ຖ້າຈະເຂົ້າເມືອງ ໃຫ້ລ້ຽວຂວາຢູ່ຫຼັກ
19 ໄປຕາມເສັ້ນທາງດົງບັງຜ່ານລາດຄວາຍ
ອອກສີ່ແຍກອຸດົມຜົນ ໄປຕາມທາງຕັດໃໝ່
ຫາສີ່ແຍກໄຟແດງຕານມີໄຊແລ້ວເຂົ້າເມືອງ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
11-11-2009
(ຕໍ່ຈາກສະບັບກ່ອນ).
ສ່ວນຜູ້ທີ່ຈະອອກຈາກຕົວເມືອງ ເພື່ອໄປເບິ່ງກີລາຢູ່ຫຼັກ
16 ແມ່ນຈະໃຫ້ນຳໃຊ້ລົດເມບໍລິການຂົນສົ່ງມວນຊົນ
ແລ່ນຜ່ານ ຖະໜົນໄກສອນ ພົມວິຫານ ຖະໜົນ 13
ໃຕ້ ຈອດຂື້ນລົງຢູ່ດ້ານໜ້າສະໜາມກີລາແຫ່ງຊາດ
ຫຼັກ 16 ຖ້າໃຊ້ ລົດສ່ວນຕົວ
ໃຫ້ໄປຕາມເສັ້ນທາງ ໜອງໜ່ຽງ ຫຼື
ຫົວຂົວຜ່ານນາຄວາຍ ຫຼື
ຈະຜ່ານຊຳເຄ້-ບ້ານ ໂຊກ ໂຄສະອາດ
ລ້ຽວຊ້າຍຢູ່ຫຼັກ 21 ມາຕາມຖະໜົນ 13 ໃຕ້
ຈອດລົດໄວ້ຢູ່ສະຖານທີ່ຮັບຝາກລົດ
ຢູ່ໜ້າສະໜາມກີລາ ລົດທີ່ມາຈາກ ທາງໜອງທາ
ໜອງບຶກ ແມ່ນຜ່ານສີ່ແຍກໄຟແດງຕານມີໄຊ ໄປຕາມ
ເສັ້ນທາງຕັດໃໝ່ ຜ່ານສີ່ແຍກອຸດົມຜົນ
ໄປຕາມເສັ້ນ ທາງລາດຄວາຍ-ດົງບັງ ແລ້ວລ້ຽວຂວາຢູ່ຫຼັກ
19 ມາຕາມເສັ້ນທາງ 13 ໃຕ້ ແລ້ວນຳລົດມາຈອດຢູ່ສະຖານ
ທີ່ຮັບຝາກລົດຢູ່ໜ້າສະໜາມກີລາ ແລະ
ລົດຈາກເມືອງຫາດຊາຍຟອງ ຫຼື ຂົວມິດຕະພາບລາວ-ໄທ
1: ຖ້າລົດສ່ວນຕົວ ໃຫ້ມາຕາມທາງເບີ 1 (ຖະໜົນທ່າເດື່ອ)
ຜ່ານດົງຄຳຊ້າງ ໂນນຫວາຍ-ຊຽງດາ-ຫົວຂົວ-ຊຳເຄ້-ໂຄກສະອາດ
ລ້ຽວຊ້າຍຢູ່ຫຼັກກິໂລແມັດ 21 ແລ້ວມາສະໜາມກີລາ
ຢ່າງໃດກໍຕາມ ເພື່ອສະແດງເຖິງນ້ຳໃຈຮັກຊາດ
ຮັບຜິດຊອບ
ມີຄວາມຕື່ນຕົວສູງຕໍ່ສະພາບຮຽກຮ້ອງຕ້ອງການ
ແລະ ເຖິງຄວາມຕັ້ງໜ້າປະກອບສ່ວນ ເຮັດໃຫ້ຊີເກມ
ຄັ້ງທີ 25 ຂອງປະຊາຊົນທັງຊາດລາວ
ມີຜົນສຳເລັດຈົບງາມ
ດ້ວຍນ້ຳໃຈສາມັກຄີຊາດທີ່ຜ່ອງໃສ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
13-11-2009 |