ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ພ້ອມ​ກັນ​ເປັນ​ເຈົ້າພາບ​ທີ່​ດີ​ ໃນ​ມະຫະກຳ​ຊີ​ເກ​ມຄັ້ງທີ 25 ເພື່ອ​ຮັບປະກັນ​ຄວາມ​ສະຫງົບ ​ແລະ ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ

ເພື່ອ​ພ້ອມ​ກັນ​ເປັນ​ເຈົ້າພາບ​ທີ່​ດີ​ ໃນ​ງານ​ມະຫະກຳ​ກິລາ​ຊີ​ເກ​ມຄັ້ງທີ 25 ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບ​ ຮຽບຮ້ອຍ​ດີ​ ນະຄອນຫລວງ​ວຽງ​ຈັນ ຮ່ວມກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະ ຫງົບ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທ​ດ ​ໄດ້​ຈັດ ​ກອງ​ປະຊຸມ​ພ້ອມ​ກັນ​ເປັນ​ເຈົ້າພາບ​ທີ່​ດີ​ ເພື່ອ​ຮັບປະກັນ​ໃຫ້​ແກ່​ງານ​ມະຫະກຳ​ຊີ​ເກ​ມຄັ້ງທີ 25 ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະຫງົບ ​ແລະ ​​ເປັນ​ລະບຽບ​ຮຽບຮ້ອຍ​ດີ​ ໃນ​ວັນ​ທີ 8 ພະຈິກ 2009 ຢູ່​ທີ່​ຫໍ​ວັດທະນະ​ທຳ​ແຫ່ງ​ຊາດ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມບັດ ​ເຢຍລີ​ເຮີ, ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ, ຫົວໜ້າຄະນະ​ບັນດາ​ ການ​ປ້ອງ​ກັນ​ງານ​ມະຫະກຳ​ຊີ​ເກ​ມຄັ້ງທີ 25 ໃນ​ນະຄອນຫລວງ​ວຽງ​ຈັນ ແລະ ທົ່ວ​ປະ​ເທດ, ທ່ານ ພົນຈັດຕະວາ ຕຸລາ ອິນ​ທາ​ທິລາດ, ລັດຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ພົນ​ຈັດຕະວາ ສຸ​ວອນ ເລື່ອງບຸນ​ມີ, ກົມ​ໃຫຍ່​ເສນາ​ທິການ​ກອງທັບ ກະຊວງ​ປ້ອງ​ກັນ​ປະ​ເທດ, ມີ​ບັນດາ ​ຮອງ ​ເຈົ້າ​ຄອງ, ​ເຈົ້າ​ເມືອງ, ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ ​ແລະ ບັນດາ​ນາຍ ບ້ານ​ຈາກ ​ບ້ານ​ຕ່າງໆ​ ພ້ອມ​ດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ພາຍຫລັງ​ທີ່​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ ຈາກ​ຫົວໜ້າ​ຜູ້​ຮັບຜິດຊອບວຽກ​ງານ​ການ​ປ້ອງ​ກັນ​ ​ແລະ ແຜນ ການ​ປ້ອງ​ກັນ​ໃນຕໍ່ໜ້າ​ ຂອງ​ງານ​ມະຫະກຳ​ຊີ​ເກ​ມຄັ້ງທີ 25 ແລ້ວ ທ່ານ ສົມບັດ ​ເຢຍລີ​ເຮີ ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ​ບັນດາ​ຄະນະ​ພັກ, ຄະນະ​ບັນຊາ, ອຳນາດ ​ການ​ປົກຄອງ​ທ້ອງ​ຖິ່ນ​ ຂະ​ແໜງ​ການ​ຂັ້ນຕ່າງໆ​ ນັບ​ທັງ​ສູນ​ກາງ ​ແລະ ນະຄອນ ຫລວງ​ວຽງ​ຈັນ​ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ ​ເພື່ອ​ເຮັດ​ໃຫ້​ງານ​ມະ ຫະກຳ​ກິລາ​ຊີ​ເກ​ມດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບ​ ຮຽບຮ້ອຍ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຄວາມ​ສຳຄັນ​ ຂອງ​ງານ​ມະຫະກຳ​ກິລາ​ຊີ​ເກ​ມຄັ້ງທີ 25 ທີ່ ສປປ ລາວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​​ໃນ​ຄັ້ງນີ້ ພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ:

ຄວາມ​ມີ​ນ້ຳ​ໃຈ​ ໄມຕີ​ຈິດ ຊີວິດ​ສົດ​ຊື່ນ​ ຊຶ່ງ​ໝາຍ​ເຖິງ​ຄວາມ​ມີ​ນ້ຳ ​ໃຈ​ສາມັກ​ຕີ​ເປັນ​ປຶກ​ ແຜ່ນ​ບົ່ງ​ບອກ​ເຖິງ​ສີສັນ, ປະຫວັດ ສາດ ​ແລະ ຄວາມ​ສີວິ​ໄລ​ ທີ່​ເປັນ​ເອກະລັກ​ຂອງ​ຊາວ​ລາວ ​ກໍ​ຄື​ ຊາວ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້. ການ​ທີ່ ສປປ ລາວ​ ໄດ້ຮັບກຽດ ​ເປັນ​ເຈົ້າພາບ​ ຈັດ​ງານ​ມະຫະກຳ​ກິ​ລາ​ຊີ​ເກ​ມ ຄັ້ງທີ 25 ປີ 2009 ນີ້ ບໍ່​ພຽງ​ແຕ່​ເປັນຄັ້ງປະຫວັດສາດ​ຂອງ​ ຊາດ​ລາວ​ເຮົາ​ ທີ່​ຈະ​ໄດ້​ຮັບ​ຕ້ອນ​ຄະນະ​ຜູ້​ແທນ​ນັກ​ກິ ລາ​ຈາກ 11 ຊາດສະ​ມາ​ຊິກເຂົ້າ​ຮ່ວມ​​ແລ້ວ ຍັງ​ຈະ​ເປັນ​ໂອກາດ​ທີ່​ດີ​ ໃຫ້​ແກ່​ປະຊາຊົນ​ລາວ​ທັງ​ຊາດ ​ໂດຍ​ສະ​ເພາະ​ຊາວ​ນະຄອນຫລວງ​ວຽງ​ຈັນ​ ໄດ້​ສະ​ແດງ​ອອກ ​ເຖິງ​ຮອຍ​ຍິ້ມ-​ໄມຕີ​ຈິດ ​ມິດຕະພາບ, ນ້ຳ​ໃຈ​ໂອບ​ເອື້ອອາລີ ​ໃນ​ການ​ຮັບ​ຕ້ອນ​ແຂກ​ບ້ານ, ​ແຂ​ກ​ເມືອງ ​ພ້ອມ​ກັນ​ສະ​ແດງ​ເຈດຕະນາ​ລົມ​ຂອງ​ຄວາມ​ ເປັນ​ມິດ​ ຕາມ​ແນວທາງ​ການ ​ຕ່າງປະ​ເທດ​ຂອງ​ພັກ​ເຮົາ​ ໃຫ້​ບັນດາ​ແຂກ​ໄດ້​ສຳ​ພັດ​ເຖິງ​ຜົນ​ສຳ​ເລັດ​ຫລາຍໆ​ດ້ານ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່​ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ ປະຊາຊົນ​ ປະຕິວັດ​ລາວ​ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດີ.

​ຄະນະ​ພັກ, ຄະນະ​ບັນຊາ​ແຕ່ລະ​ຂັ້ນ ຕ້ອງ​ເອົາ​ໃຈ ​ໃສ່​ປຸກລະດົມ​ໃຫ້​ໄດ້​ດຳ​ລັງ​ແຮງ​ສັງ​ລວມຂອງ​ທົ່ວ​ປວງ​ຊົນ ​ເຂົ້າ​ຮ່ວມ​ວຽກ​ ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ ຢ່າງ​ເປັນ​ຂະ​ບວນກ້ວາງ​ ຂວາງ​ເລິກ​ເຊິ່ງ, ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ ​ຂອງ​ປະຊາຊົນ​ທຸກ​ຊັ້ນຄົນ​ໃນ​ສັງຄົມ, ຮັບປະກັນ​ທາງ​ດ້ານ​ຄວາມ ​ສາມັກ​ຄິ​ເປັນ​ປຶກ​ແຜ່ນ, ພົວພັນ​ປະສານ​ງານ​ສົມທົບ​ຢ່າງ​ ແໜ້ນ​ແຟ້ນ ກັບ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ, ​ແນ​ໃສ່​ຍູ້​ແຮງ​ຂະ​ບວນການ ​ແຂ່ງຂັນ​ປະຕິບັດ​ເຮັດ​ສຳ​ເລັດ​ໜ້າ​ທີ່​ ເສີມ​ຂະຫຍາຍ ​ທາດ​ແທ້​ມູນ​ເຊື້ອຕໍ່ສູ້​ພິລະ​ອາດ​ຫານ​ຂອງ​ຊາດ, ​ເຊີດ​ຊູ​ບົດບາດ​ເປັນ​ກຳລັງ​ຫລັກ​ແຫ​ລ່ງປະຈັນບານ​ ເປັນ​ເຄື່ອງມື​ອັນ ​ແຫລມ​ ຄົມ​ຂອງ​ພັກ, ຕ້ອງ​ຮັບປະກັນ ​ຄວາມ​ສະຫງົບ​ທາງ​ດ້ານ​ການ​ເມືອງ​ໃນ​ຂອບ​ເຂດ 9 ຕົວ​ເມືອງ​ຢ່າງ​ເດັດ​ຂາດ ​ບໍ່​ໃຫ້​ມີ​ເຫດການ ​ເກີດ​ຂຶ້ນຢູ່​ເມືອງ​ໃດ​ເມືອງ​ໜຶ່ງ​​ ໃນ​ນະຄອນຫລວງ​ວຽງ​ຈັນ ​ເປັນຕົ້ນ ​ພື້ນທີ່​ຕົວ​ເມືອງ​ທີ່ມີ​ການ​ແຂ່ງຂັນ​ ຕ້ອງ​ເພີ່ມ​ທະວີ​ເຮັດ​ ທຸກ​ສິ່ງ​ທຸກ​ຢ່າງ​ ເພື່ອ​ຄວາມ​ສະ ຫງົບ​ປອດ​ໄພ​ຮອບດ້ານ​ໃຫ້​ແກ່​ຄະນະ​ຜູ້​ແທນ, ຄະນະ​ນັກ​ກິລາ, ທາງ​ດ້ານ​ຊີວິດ, ຊັບ​ສິນ, ກຽດ​ສັກ​ສີ, ​ເປັນ​ເຈົ້າ​ການ​ແກ້​ໄຂ​ທຸກ ​ໜໍ່​ແໜງ​ປັດ​ໃຈ​ທີ່​ບໍ່​ຮັບ ປະກັນ​ຄວາມ​ສະຫງົບ, ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ ​ໃຫ້​ແກ່​ງານ​ມະຫະກຳ​ກິລາ​ຊີ​ເກ​ມຄັ້ງນີ້.

* ຄັດຈາກ: ຫນັງສືພິມ ຂປລ, ສະບັບວັນທີ 10-11-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564