ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ມະຫາວິທະຍາໄລແຫ່ງຊາດເຊື່ອມຊຶມ ມະຕິ 6 ສະໄຫມທີ VIII ຂອງພັກ

ໃນວັນທີ 15/8/2008 ນີ້, ຢູ່ທີ່ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມະຕິ 6 ສະໄຫມທີ VIII ຂອງພັກ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ດຣ. ສົມກົດ ມັງຫນໍ່ເມກ ລັດຖະມົນຕີວ່າການກະຊວງສຶກສາທິການ, ມີອະທິການບໍດີ, ຄະນະບໍດີ, ເລຂາພັກຮາກຖານ, ມີຫົວຫນ້າຫ້ອງການ, ຫົວຫນ້າພະແນກ, ຫົວຫນ້າພາກວິຊາ ພ້ອມດ້ວຍພະນັກງານຄູອາຈານ ອ້ອມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານລັດຖະມົນຕີວ່າການກະຊວງສຶກສາທິການໄດ້ຂຶ້ນເຜີຍແຜ່ມະຕິດັ່ງກ່າວ ເພື່ອຈຸດປະສົງທົບທວນຫວນຄືນ ການປະຕິບັດວຽກງານແຜນພັດທະນາເສດຖະກິດ ສັງຄົມຂອງຊາດ, ໂດຍສະເພາະໃນໄລຍະ 8 ເດືອນ ຜ່ານມາກໍ່ຄື ການສະຫລຸບຜົນງານທີ່ປະຕິບັດມາໄດ້ໃນສົກປີ 2008  2009 ແລະ ການວາງທິດທາງແຜນການໃນຕໍ່ຫນ້າ, ເວົ້າ ສະເພາະໃນໄລຍະ 3  4 ເດືອນ ຜ່ານມານີ້, ພວກເຮົາສາມາດສັງເກດຕີລາຄາວ່າບັນຫາທີ່ພວກເຮົາກຳລັງປະສົບພົບພໍ້ ໃນປະຈຸບັນນີ້ ສ່ວນໃຫຍ່ແມ່ນການປະເຊີນຫນ້າໃນດ້ານເສດຖະກິດ ລາຄານ້ຳມັນແພງ, ສະບຽງອາຫານມີລາຄາເພີ່ມຂຶ້ນ ສູງ ແລະ ສິ່ງສຳຄັນທີ່ສຸດໃນຂະນະນີ້ພວກເຮົາກຳລັງປະສົບກັບໄພພິບັດທາງທຳມະຊາດສະເພາະກໍ່ແມ່ນໄພນ້ຳຖ້ວມ, ເຊິ່ງມັນຮຽກຮ້ອງໃຫ້ພວກເຮົາຈະຕ້ອງໄດ້ມີສະຕິລະວັງຕົວສູງ ແລະ ຮ່ວມແຮງຮ່ວມໃຈກັນຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອຕ້ານ ແລະ ສະກັດກັ້ນຕໍ່ກັບໄພພິບັດດັ່ງກ່າວ.

ໃນການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ຍັງເປັນການເຮັດໃຫ້ພະນັກງານລັດຖະກອນທຸກຂັ້ນຮັບຮູ້ ແລະ ເຊື່ອມຊຶມມະຕິດັ່ງກ່າວ ໃຫ້ມີຄວາມເຊື່ອຫມັ້ນຕໍ່ການນຳພາຂອງພັກ, ປະຕິບັດຕາມແນວທາງແຜນພັດທະນາເສດຖະກິດ ສັງຄົມຂອງລັດຮັບຮູ້ ຂົ້າໃຈແຈ້ງຕໍ່ກົນອຸບາຍແບ່ງແຍກຂອງອິດທິກຳລັງປໍລະປັກ ເພື່ອຫວັງມ້າງເພທຳລາຍລະບອບໃຫມ່ຂອງພວກເຮົາ.

ຍົກສູງຄວາມຮັບຮູ້ກ່ຽວກັບແນວທາງນະໂຍບາຍຂອງພັກເຮົາເພື່ອກຳໄດ້ບັນຫາເນື້ອໃນຈິດໃຈຂອງມະຕິ ດັ່ງກ່າວ ໃຫ້ນຳໄປ
ຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນຈິງ.

* ຄັດຈາກ: ຫນັງສືພິມວປະຊາຊົນ, ສະບັບວັນທີ 19-08-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564