ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ພະ​ແນ​ກຈະລາຈອນ-ມອດ​ໄຟ  ​ແຂວງ​ຫຼວງ​ພະ​ບາງ ສະຫຼຸບ​ວຽກ​ງານ​ປະຈຳ​ປີ 2009 ແລະ ວາງ​ທິດ​ທາງ​ ແຜນການ ປີ 2010

ກອງ​ປະຊຸມ ສະຫຼຸບ​ວຽກ​ງານ​ປະຈຳ​ປີ 2009 ຂອງ​ພະ​ແນ​ກຈະລາຈອນ-ມອດ​ໄຟ ທີ່​ຂຶ້ນ​ກັບ​ຫ້ອງ​ຕຳຫຼວດ ກອງ​ບັນຊາ​ການ ປກສ ​ແຂວງຫຼວງ​ພະ​ບາງ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 3 ມີນາ 2010 ທີ່​ສະ​ໂມ​ສອນ ກອງ​ບັນຊາ​ການ ປກສ ​ແຂວງ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ພັນ​ເອກ ສົມ​ຈັນ ​ແກ້ວ​ຈັນ​ດາ ຮອງ​ກອງ​ບັນຊາ​ການ ປກສ ​ແຂວງ ຫຼວງ​ພະ​ບາງ. ​ເຂົ້າ​ຮ່ວມ​ໃນ​ພິທີ ມີ​ບັນດາ​ຫົວໜ້າ​ຫ້ອງອ້ອມ​ຂ້າງ​ກອງ​ບັນຊາ​ການ, ຄະນະຫ້ອງ​ຕຳຫຼວດ, ຫົວໜ້າ​ພະ​ແນ​ກ, ບັນດາ​ກອງ​ທີ່​ຂຶ້ນ​ກັບ​ຫ້ອງ, ພະນັກງານ​ກອງຕຳຫຼວດ​​ຈະລາຈອນ - ມອດ​ໄຟ ​ເຂົ້າ​ຮ່ວມ 70 ກວ່າ ສະຫາຍ.

ໃນ​ພິທີ ຄະນະ​ຮັບຜິດຊອບ ພະ​ແນ​ກຈະລາຈອນ-ມອດ​ໄຟ ປກສ ​ແຂວງ​ຫຼວງ​ພະ​ບາງ ​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ໃນ​ການຈັດ​ຕັ້ງ ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ວິຊາ​ສະ​ເພາະໃນ​ໜຶ່ງ​ປີຜ່ານມາ ​ແລະ ​ແຜນການ​ປຕິ​ບັດ​ໃນ​ປີ 2010 ຕໍ່​ໄປ.

ໂດຍ​ໄດ້​ຍົກ​ໃຫ້​ເຫັນສະພາບ​ປະກົດ​ການ​ຫຍໍ້​ທໍ້​ຂອງ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ ຊຶ່ງ​ຍັງ​ມີ​ກຸ່ມ​ຄົນ​ຈຳນວນ​ໜຶ່ງ​ທີ່​ຍັງ​ສ້າງ​ຄວາມ​ບໍ່​ສະຫງົບ ​ແລະ ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ໃນ​ສັງຄົມ, ​ເຄື່ອນ​ໄຫວ​ຫຼິ້ນ​ກິນ​ຟຸມ​ເຟືອຍ, ຝ່າຝືນ​ກົດ​ລະບຽບ​ກົດໝາຍ ການ​ສັນຈອນ​ ຕາມ​ທ້ອງ​ຖະໜົນຫຼວງ, ຕັ້ງ​ກຸ່ມ​​ແກ໊ງຂີ່​ລົດ​ເປັນ​ພຶງ​ເປັນ​ແພ, ຂັບ​ຂີ່​ລົດ​ໄວ​ຊ່ວງ​ເສັງ​ກັນ, ດັດ​ແປງ​ສະພາບ​ເຕັກນິກ​ລົດ, ສ້າງ​ ສຽງ​ເນື່ອງ​ນັນ​ໃຫ້​ແກ່​ສັງ​ຄົມ​ຕາມ​ທ້ອງ​ຖະໜົນຫຼວງ ​ໂດຍ​ສະ​ເພາະ​ແມ່ນ​ນັກຮຽນ-ນັກ​ສຶກສາ, ຊາວ​ໜຸ່ມ​ໄວ​ລຸ້ນເດັກນ້ອຍ​ອາຍຸ​ ບໍ່​ເຖິງ​ກະສຽນ.

 ພ້ອມ​ນັ້ນ ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມຍັງ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ທີ່​ຜ່ານ​ມາ ​ເພື່ອ​ຖອດ​ຖອນ​ເປັນ​ບົດຮຽນ ໃນ​ຕໍ່ໜ້າ, ​ຊຶ່ງ​ຜ່ານ​ມາ ຍັງ​ມີ​ພະນັກງານ​ຈຳນວນ​ໜຶ່ງ​ຍັງ​ຂາດ​ ລະບຽບ​ວິ​ໄນ, ຂາດ​ຄວາມ​ຮັບຜິດ ຊອບ​ຕໍ່ໜ້າ​ທີ່​ວຽກ​ງານ, ຂາດ​ທັດສະນະ​ບໍລິການ​ຮັບ​ໃຊ້​ປະຊາຊົນ ​ເຮັດ​ໃຫ້​ມີ​ຮ່າງ​ສຽງ​ ວິພາກ​ວິຈານ​ຈາກ​ສັງຄົມ.

ກອງ​ປະຊຸມຍັງໄດ້ຮັບຟັງການໂອ້ລົມຕັກເຕືອນຂອງທ່ານ ພັນເອກ ສົມຈັນ ແກ້ວຈັນດາ ຮອງກອງບັນຊາການ ປກສ ແຂວງ ຕື່ມ​ອີກ ຊຶ່ງທ່ານໄດ້ເໜັ້ນນັກ​ ໃຫ້ພະນັກງານ-ນັກຮົບໃນພະແນກ ຕຳຫຼວດຈະລາຈອນ-ມອດໄຟ ສືບຕໍ່ປະຕິບັດໜ້າ​ທີ່​ ວິຊາ​ສະ​ເພາະທີ່​ພັກ-ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້​ສຳ​ເລັດ​ຜົນ ພ້ອມ​ທັງ​ສຶກສາ​ອົບຮົມພໍ່ແມ່ ປະຊາຊົນ ຜູ້​ໃຊ້​ລົດ ​ໃຊ້​ຖະໜົນ ທຸກຄົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກາຍເປັນໜ້າທີ່ຂອງໝົດທຸກຄົນ ເພື່ອພ້ອມກັນ ສະກັດກັ້ນ ແລະ ຈຳກັດ ສະພາບອຸປະຕິເຫດຕາມທ້ອງຖະໜົນຫຼວງ ໃຫ້ມີຄວາມປອດໄພທຸກປະການ.

* ຂ່າວຈາກ: ສົມບູນ ແສງມົງ ນັກຂ່າວ ປກສ ແຂວງ ຫຼວງພະບາງ, ວັນທີ 11-3-2010

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564