
ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ
ຂອງຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງ
ຫຼວງພະບາງ ປະຈຳປີ 2009 ແລະ
ທິດທາງແຜນການສູ້ຊົນ ປີ 2010 ໄດ້ຈັດຂຶ້ນໃນຕອນເຊົ້າ
ຂອງວັນທີ 2 ມີນາ 2010 ທີ່ສະໂມສອນ
ກອງບັນຊາການ ປກສ ແຂວງ, ໂດຍການເປັນປະທານ
ຂອງທ່ານພັນເອກ ສົມຈັນ ແກ້ວຈັນດາ
ຮອງເລຂາພັກ, ຮອງ ກອງບັນຊາການ ປກສ
ແຂວງຫຼວງພະບາງ. ເຂົ້າຮ່ວມໃນພິທີ
ມີຫົວໜ້າຫ້ອງ, ຮອງຫ້ອງ, ພະແນກການ,
ກົມກອງອ້ອມ ຂ້າງຫ້ອງຕຳຫຼວດ ເຂົ້າຮ່ວມຈຳນວນ
80 ກວ່າສະຫາຍ.
ກອງປະຊຸມ ໄດ້ຕີລາຄາສະພາບປະກົດການຫຍໍ້ທໍ້
ທີ່ພົ້ນເດັ່ນໃນໜຶ່ງປີຜ່ານມາ,
ວຽກງານປົກປັກຮັກສາ ຄວາມເປັນລະບຽບ
ຮຽບຮ້ອຍຂອງສັງຄົມ ໃນຂອບເຂດຮັບຜິດຊອບຂອງຕົນ.
ສະພາບປະກົດການຫຍໍ້ທໍ້ ຂອງສັງຄົມຜ່ານມາ
ໄດ້ເກີດຂຶ້ນຢ່າງ ຕໍ່ເນື່ອງ
ສ້າງຜົນກະທົບໃຫ້ແກ່ສັງຄົມ,
ຊຶ່ງແຕະຕ້ອງເຖິງຜົນປະໂຫຍດສ່ວນຕົວ
ກໍຄືສ່ວນລວມ ເຮັດໃຫ້ສັງຄົມບໍ່ມີຄວາມ
ສະຫງົບໂດຍມີກຸ່ມຄົນບໍ່ດີຈຳນວນໜຶ່ງ ໄດ້ເຄື່ອນໄຫວ
ສ້າງຄວາມບໍ່ສະຫງົບ ແລະ
ຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ສັງຄົມ
ຊຶ່ງມັນສະແດງອອກໃນໜຶ່ງປີຜ່ານມາມີຄະດີເກີດຂຶ້ນ
ທັງໝົດ 121 ລາຍ, ກັກຜູ້ຕ້ອງຫາ 181 ຄົນ,
ຍິງ 43 ຄົນ, ເດັ່ນ
ກວ່າໝູ່ແມ່ນຄະດີລັກຊັບ ມີ 25 ລາຍ,
ກັກຜູ້ຕ້ອງຫາ 39 ຄົນ, ຍິງ 2 ຄົນ.
ຄະດີອຸປະຕິເຫດເກີດຂຶ້ນ 460 ລາຍ,
ຄົນເສຍຊີວິດ 42 ຄົນ, ຍິງ 14 ຄົນ,
ພາຫະນະເປ່ເພທັງໝົດ 839 ຄັນ, ເພເລັກນ້ອຍ
582 ຄັນ, ເພສົມຄວນ 241 ຄັນ,
ໃຊ້ການບໍ່ໄດ້16 ຄັນ,
ຄົນໄດ້ຮັບບາດເຈັບທັງໝົດ 866 ຄົນ, ໃນນັ້ນເຈັບເລັກນ້ອຍ
550 ຄົນ, ເຈັບສົມຄວນ 255 ຄົນ, ເຈັບສາຫັດ
61 ຄົນ, ເມື່ອສົມທຽບໃສ່ປີຜ່ານມາ
ຄະດີທົ່ວໄປມີທ່າອ່ຽງຫຼຸດລົງ,
ແຕ່ຄະດີອຸປະຕິເຫດຍັງມີອ່ຽງເຜີ້ມຂຶ້ນ.
ສາຍເຫດຫຼັກກໍຍ້ອນຜູ້ໃຊ້ລົດໃຊ້ຖະໜົນ
ບໍ່ເຄົາລົບລະບຽບການຈະລາຈອນ,
ຂາດຄຸນສົມບັດໃນການຂັບຂີ່,
ເສັ້ນທາງ
ກໍສ່ວນໜຶ່ງທີ່ພາໃຫ້ເກີດສະພາບອຸປະຕິເຫດ,
ທາງຊຸດໂຊມ ມີຂຸມ ມີບວກ,
ການຈອດລົດຊະຊາຍ, ຈອດສອງຂ້າງ ເຮັດ
ໃຫ້ທາງແຄບ ກີດຂວາງການສັນຈອນ
ພາໃຫ້ເກີດອຸປະຕິເຫດ.
ທ່ານພັນເອກ ສົມຈັນ ແກ້ວຈັນດາ ຮອງເລຂາພັກ,
ຮອງກອງບັນຊາການ ປກສ ແຂວງຫຼວງພະບາງ
ໄດ້ໂອ້ລົມຕໍ່ກອງ ປະຊຸມໃນຄັ້ງນີ້,
ຊຶ່ງທ່ານໄດ້ເໜັ້ນນັກໃຫ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວິຊາສະເພາະ,
ຊອກຮູ້ຮໍ່າຮຽນແນວທາງ ນະໂຍບາຍພັກ-ລັດ,
ກົດໝາຍບ້ານເມືອງ, ວິຊາການຕ່າງໆ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ພັກ-ລັດ
ແລະ ປະຊາຊົນ ມອບໝາຍໃຫ້.