|
ຄະນະກຳມະການ
ຊາຍແດນແຫ່ງຊາດໄດ້ຈັດປະ
ຊຸມສຳມະນາກ່ຽວກັບວຽກງານ
ຊາຍແດນສາກົນ,
ໃນວັນທີ 24
ທັນວາ 2009,
ທີ່ໂຮງແຮມ
ລາວພລາຊາ
ນະຄອນຫລວງ
ວຽງຈັນ.ເປັນກຽດເຂົ້າຮ່ວມກອງ
ປະຊຸມໂດຍທ່ານ
ບຸນເກີດ
ສັງ
ສົມສັກ,
ລັດຖະມົນຕີຊ່ວຍວ່າ
ການກະຊວງການຕ່າງປະເທດ
ມີທ່ານ
ພູເຂົາ
ພົມມະວົງສາ
ຫົວຫນ້າຫ້ອງການຄະນະກຳ
ມະການຊາຍແດນແຫ່ງຊາດ
ກະຊວງການຕ່າງປະເທດ.
ການປະຊຸມສຳມະນາຄັ້ງນີ້,
ເພື່ອຮັບຟັງການບັນຍາຍເອກະ
ສານຊາຍແດນສາກົນຈາກ
ທ່ານ
ມາຕິນເພຼດ
ຫົວຫນ້າສູນ
ຄົ້ນຄວ້າຊາຍແດນສາກົນຂອງ
ມະຫາວິທະຍາໄລດວາແຮມ
ປະເທດອັງກິດ,
ຊຶ່ງຈຸດປະສົງ
ຂອງສູນຄົ້ນຄວ້າຊາຍແດນສາ
ກົນ ແມ່ນເພື່ອຫລຸດຜ່ອນຂໍ້ຂັດ
ແຍ່ງ ໂດຍເຮັດວຽກຮ່ວມກັບ
ອົງການຈັດຕັ້ງສາກົນໃນທົ່ວ ໂລກ
ກ່ຽວກັບຊາຍແດນທາງ
ບົກ ແລະ
ທາງທະເລ
ວຽກງານ
ຂອງສູນແມ່ນຫລາກຫລາຍ
ແລະ ກວ້າງຂວາງ
ລວມທັງ
ທິດສະດີ ແລະ
ພາກປະຕິບັດ
ຕົວຈິງ ເພື່ອສະຫນອງ
ຄວາມ
ສາມາດຕົວຈິງໃນຂະບວນ
ການກຳນົດເສັ້ນຊາຍແດນ,
ການບໍລິຫານຊາຍແດນ
ແລະ
ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບ ເຂດແດນ,
ສູນດັ່ງກ່າວເປັນສະ
ຖາບັນການສຶກສາລະດັບແນວ
ຫນ້າໃນການຄົ້ນຄວ້າເລື່ອງ
ຊາຍແດນ ແລະ
ຜົນກະທົບ
ຂອງມັນຕໍ່ການພົວພັນສາກົນ ແລະ
ການພັດທະນາບໍລິເວນ
ຊາຍແດນ ແລະ ເປັນແຫ່ງທຳ
ອິດຂອງໂລກ
ທັງຈະສືບຕໍ່ເປັນ
ສະຖາບັນຫນຶ່ງດຽວທີ່ກ່ຽວ
ຂ້ອງກັບວຽກງານຊາຍແດນ.
*
ຂັດຈາກ: ໜັງສືພິມ ຂປລ, ສະບັບວັນທີ
28-12-2009 |