ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ບັນຍາກາດ ແລະ ສີສັນ ໃນການຝຶກຊ້ອມ ຂອງບັນດານາງສາວຊີເກມ 30 ຄົນ ທີ່ໄດ້ຮັບການຄັດເລືອກ

ພາຍຫລັງ​ຖືກ​ຄັດ​ເລືອກ​​ມາ​ຮັບ​ໃຊ້​ງານມະຫະກຳ​ຊີ​ເກ​ມຄັ້ງ​ທີ 25 ທີ່ ສປປ ລາວ ​ໄດ້​ ຮັບ​ກຽດ​ເປັນ​ເຈົ້າພາບ, ບັນດາ​ນ້ອງ​ ນາງ​ສາວ​ຊີ​ເກ​ມທັງ 30 ຊີວິດ ​ຕ່າງ ​ກໍ​ໄດ້​ຝຶກ​ຊ້ອມ​ການ​ຍ່າງ, ​ຖື​ປ້າຍ, ວິທີ​ມອບ-ຮັບ​ຫລຽນ ​ແລະ ສຶກສາ​ຂໍ້​ມູນ​ກ່ຽວ​ກັບ​​ ກິລາປະ​ເພດ​ຕ່າງໆ ກໍ​ຄືສະຖານ​ທີ່​ທ່ອງ​ທ່ຽວທີ່​ສຳຄັນ​ຫລາຍໆ ​​ແຫ່ງ​ ຂອງ​ລາວ ​ເພື່ອ​ກຽມພ້ອມ​ໃຫ້​ຂໍ້ມູນ​ທີ່​ຖືກຕ້ອງ​ແກ່​ແຂກ ​ຕ່າງປະ​ເທດ ​ທີ່​ຈະ​ມາ ​ເຂົ້າ ​ຮ່ວມ​ໃນ​ງານ​ມະ​ຫະ​ກຳ​ຊີ​ເກ​ມ (ວຽງ​ຈັນ​ເກ​ມ) ທີ່​ຈະ​ຈັດ​ຂຶ້ນ​ທ້າຍ​ປີ 2009 ນີ້.

ສີ່​ນ້ອງ​ນາງ​ສາວຊີ​ເກ​ມຕົວ​ແທນຈາກ​ທັງ​ຫມົດ 30 ຄົນຄື ລັດດາ​ວັນ, ອຳ​ມາລາ, ທິບ​ເກສອນ ​ແລະ ນາງ ລັດຕະນະ​ພອນ ໄດ້​ລົມ​ກັບ​ນັກ​ຂ່າວ​ພວກ​ເຮົາ​ກ່ອນ​ຈະເລີ່​ມການ​ຝຶກ​ຊ້ອມ​ ໃນ​ ວັນ​ທີ 26 ຕຸ ລາຢູ່ສະໜາມ​ເຈົ້າ​ອະນຸວົງ (ກິລາ​ແຫ່ງ​ຊາດ​ເກົ່າ) ວ່າ: “ພວກ​ເຮົາ​ມາ​ຝຶກ ​ຊ້ອມ​ ທຸກ​ໆມື້ ມີ:​ຍ່າງ​ຖື​ປ້າຍ, ມອບ​-ຮັບ​ຫລຽນ, ແລ່ນ,ແອບ​ກາ​ຍະ​ບໍລິຫານ​ໃນ​ຕອນ​ເຊົ້າ ​ເພື່ອ​ ເຮັດ​ໃຫ້​ສຸຂະພາບ​ແຂງ​ແຮງ ​ແລະ ມີ​ ຄວາມ​ອົດທົນ.ຂໍ້​ສະດວກ​ກໍ​ຄືຄອບຄົວ​​ ​ໃຫ້​ກຳລັງ​ໃຈ, ສຳນັກງານ ແລະ ​ໂຮງ ຮຽນ​ທີ່​ພວກ​ນ້ອງ​ສັງ ກັດ​ຢູ່​ກໍເຫັນ​ອົກ​ເຫັນ​ໃຈ, ສ່ວນ​ອຸປະກອນ​ຮັບ​ໃຊ້ໃນ​ການ​ຝຶກ​ຊ້ອມກໍ​ດີ.​

ແນວ​ໃດ​ກໍ​ດີ, ກໍ​ມີຂໍ້ຫຍຸ້ງຍາກ​ຢູ່​ເປັນ ຕົ້ນ ສະພາບ​ດິນ​ຟ້າ​ອາກາດ ບາງ​ມື້ບໍ່​ເອື້ອ​ອຳນວຍ ​ເພາະຝົນ​ຕົກ ຄູ​ຝຶກ​ກໍ​ໃຫ້​ພັກຜ່ອນ, ເວລາ​ຂອງ​ບາງ​ຄົນ​ກໍ​ບໍ່​ກົງກັນ ຈຶ່ງ​ ມາ​ ຝຶກ​ ຊ້ອມ​ບໍ່​ທັນ ຫລື ບໍ່​ໄດ້​ມາ​ບາງ​ ມື້ກໍ​ມີ...ສຳລັບ ​ຄວາມ​ຮູ້ ສຶກ​ຂອງ​ພວກ​ນ້ອງ ສິ່ງ​ດຽວ​ ທີ່​ຄື​ກັນ​ກໍ​ຄື ເປັນ​ກຽດ ​ແລະ ​ພາກພູມ​ໃຈ​ທີ່​ໄດ້ເປັນ​ສ່ວນ​ໜຶ່ງ​ຮັບ ​ໃຊ້​ວຽກງານໃຫຍ່​ ລະດັບ ​ປະ​ເທດ, ​ໄດ້​ອອກ ປະຕິ​ບັດໜ້າ​ທີ່​ສຳຄັນ ​ຫລາຍ​ງານ ອອກ​ຂ່າວ​ທາງ​ໜັງສືພິມ ​ໂທລະພາບ ວາລະສານ ສ້າງ​ຄວາມ​ພາກພູມ​ໃຈ​ໃຫ້​ຄອບຄົວ​ ພ້ອມ​ທັງ​ຮູ້ຈັກ​ສັງຄົມ​ກວ້າງ ຮູ້ຈັກ​ການ ​ນຳ​ໃນ ​ຂັ້ນ​ຕ່າງໆ ເຊິ່ງ ມັນ​ຈະ​ກາຍ​ເປັນ​ປະສົບ​ ການທີ່​ດີ​ທີ່​ສຸດ​ສຳລັບ​ ພວກ​ນ້ອງ​ ໃນ​ອະນາຄົດ.ນີ້​ແຫລະ​ເປັນ​ຄ່າ​ຕອບ​ແທນ​ທີ່​ສູງ​ແລ້ວ​ສຳລັບ​ພວກ​ນ້ອງ”. ອາຈານ ຈິດ​ຕະກອນ ໜຶ່ງ​ໃນ​ຄູ​ຝຶກ​ບັນດາ ນາງ​ສາວ​ຊີ​ເກ​ມ ​​ໃຫ້​ທັດສະນະ​ວ່າ:“​ແມ່ຍິງ​ຍຸກໃຫມ່ ກ້າ​ສະ​ແດງ​ອອກ ມີ​ຄວາມ​ຄິດ​ເປັນ​ຂອງ​​ໂຕເອງ ​ແລະ ມີບາງ​ເທື່ອ​ ກໍ​ບໍ່​ເຂົ້າ​ໃຈ​ເຂົາ​ເຈົ້າ​ເຊັ່ນ:

ເຄື່ອງ​ແຕ່ງ​ກາຍ​ທີ່​ໄດ້ອອກ​ແບບ​ໄວ້​ໃຫ້​ແລ້ວ ບາງ​ຄົນ​ນຸ່ງ​ຄື ກໍ​ແລ້ວ​ໄປ ສ່ວນ​ຈຳນວນທີ່​ນຸ່ງ​ບໍ່​ງາມ ກໍພາກັນ​ທ້ວງ ຈົ່ມສຽງ ​ແຊວໆ ເຊິ່ງ ພວກ​ເຮົາ​ກໍ​ໄດ້​ ອະທິບາຍ​ໃຫ້​​ເຂົາ​ເຈົ້າ​ເຂົ້າ​ໃຈ.ເວລາ​ບອກ​ໃຫ້​ເຮັດ​ອັນ​ນັ້ນ​ອັນ​ນີ້ ໃຊ້​ເວລາ​ດົນ​ກວ່າ​ເຂົາ​ເຈົ້າ​ ຈະ​ປະຕິບັດ​ຕາມ ບໍ່​ຄື​ເດັກນ້ອຍອະນຸບານ ຫລື ປະຖົມ ​​ເອົາ​ສີ​ທາ​ໃຫ້​ເຂົາ​ເຈົ້າ​ເປັນ ສີ​ແນວ​ໃດ ພວກ​ເຂົາ​ກໍ​ຈະ​ກາຍ​ເປັນ​ສີ​ ນັ້ນ.. ພໍ​ແຕ່​ຢູ່​ນຳ​ກັນ ພວກ​ນາງມີ​ແນວ​ລົມ​ທັນທີ ນີ້​ແມ່ນ​ຄວາມ​ຫຍຸ້ງຍາກ​​ແບບ ໜຶ່ງ​ຂອງ​ ຄູ​ ຝຶກ, ສ່ວນ​ທັກ​ສະດ້ານ​ການ​ຍ່າງ ຢືນ ວາງທ່າ​ທາງ​ຂອງ​ເຂົາ​ເຈົ້າ​ແມ່ນ ມີ​ພື້ນຖານ​ດີເພາະ ​ເຂົາ​ ເຈົ້າ​ຜ່ານ​ການ​ຝຶກ​ອົບຮົມ​ມາ​ຈາກ​ກະຊວງ ຖະ​ແຫລ​ງຂ່າວ​-ວັດ ທະ ນະ ທຳ​ແລ້ວ ມີ​ແຕ່​ ມາ ​ປັບ​ໜ້ອຍ​ໜຶ່ງ,​ ເຖິງ​ວ່າ​ຈະ​ມາ​ຈາກ​ສະ​ຖາ​ບັນ​ຕ່າງ​ກັນ ແຕ່​ເຂົາ​ເຈົ້າ​ກໍ​ສາມັກຄີ​ກັນ​ດີ ພາຍ ຫລັງ​ ມີ​ຄວາມ ​ລຶ້ງ​ເຄີຍ​ກັນ​ ລະ ຫວ່າງ​ຄູ​ຝຶກ​ ກັບ​ ພວກ​ ນາງ​ແລ້ວກໍ​ຝຶກ​ງ່າຍ​ຂຶ້ນກວ່າ​ເກົ່າ..​ ລະຫວ່າງ​ລໍຖ້າມະຫະ ກຳ​ຊີ​ເກ​ມຄັ້ງ​ທີ 25 ພວກ​ນາງ​ຈຳນວນ​ໜຶ່ງ​ກໍ​ໄດ້​ ໄປ​ຮັບ​ໃຊ້​ຫລາຍໆ​ງານ ​ເປັນຕົ້ນ: ການ​ແຂ່ງ ຂັນ​ເຕະ ບານ 4 ຊາດທົດ​ສອບ​ຊີ​ເກ​ມ, ມອບ​-ຮັບ​ສະໜາມກິລ າ​ ແຫ່ງ​ຊາດ​ ຫລັກ 16,ມອບ-ຮັບ​ບ້ານ​ຊີ​ເກ​ມ ​ແລະ ການ​ເຄື່ອນ​ໄຫວ​ອື່ນໆ ເປັນ​ການ​ຝຶກ​​ແອບ​ ຕົວ​ຈິງ​ໃຫ້​ເຂົາ​ເຈົ້າ​ຮູ້ຈັກ ການ​ແກ້ໄຂສະຖານະ​ການ​ແນວ​ໃດ​ເວລາ​ຜິດພາດ ​ແລະ ພວກ​ນາງ ກໍ​ເຮັດ​ໄດ້​ດີ.

* ຄັດຈາກ: ຫນັງສືພິມ ຂປລ, ສະບັບວັນທີ 10-11-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564