ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ກຳນົດເສັ້ນທາງສະເພາະມື້ ເປີດ-ປິດ ຊີເກມ

ສະເພາະ 2 ວັນ ຂອງມື້ເປີດ-ປິດ ມະຫາກຳກິລາຊີເກມ ຄື ວັນທີ 9 ແລະ 18 ທັນວາ 2009, ທີ່ຈະມາເຖິງນີ້ ຜູ້ທີ່ຊື້ປີ້ເຂົ້າຊົມຈະບໍ່ມີເອົາລົດສ່ວນຕົວໄປສະໜາມກິລາ ຫຼັກ 16 ເດັດຂາດ.

ໂດຍຜູ້ທີ່ຮັບຜິດຊອບຊີ້ນຳສະເພາະ ຄື: ທ່ານ ພັນຕີ ຢຸດຕະພົງ ສຸວັນນະສິງ, ຮອງຫົວໜ້າພະແນກຈາລະຈອນ ນະຄອນຫຼວງວຽງຈັນ,​ ຫົວໜ້າກອງຕຳຫຼວດທາງຫຼວງ.

ທ່ານ ຢຸດຕະພົງ ກ່າວວ່າ: ການທີ່ຫ້າມບໍ່ໃຫ້ລົດສ່ວນຕົວຂອງຜູ້ຊົມເຂົ້າໄປເຂດສະໜາມກິລາຫຼັກ 16 ໃນມື້ເປີດ-ປິດ ຊີເກມ ກໍເພື່ອຫຼຸດຜ່ອນຄວາມແອອັດຂອງການຈາລະຈອນ. ສຳລັບລົດທີ່ມີສິດເຂົ້າໄປແມ່ນສະເພາະລົດຂົນສົ່ງນັກກິລາ, ຄະນະນຳນັກກິລາ, ແຂກຂອງລັດຖະບານ ແລະ ຜູ້ມີສ່ວນກ່ຽວຂ້ອງກັບການຈັດການແຂ່ງຂັນ.

ໃນກໍລະນີທີ່ທ່ານສາມາດເອົາລົດໄປເຖິງສະໜາມກິລາ ຫຼັກ 16 ທ່ານກໍບໍ່ມີສິດຈອດຢູ່ບໍລິເວນເດັດຂາດ, ຜູ້ທີ່ຕ້ອງການໄປຊົມພິທີເປີດ-ປິດ ຈະຕ້ອງໄປຂື້ນລົດຢູ່ຈຸດດັ່ງນີ້:

ຄະນະຮັບຜິດຊອບໄປຈັດສັນ 4 ຈຸດສຳຄັນສຳລັບຜູ້ຊົມທີ່ມາຈາກຕ່າງຖິ່ນ ເຊັ່ນ:

ຈຸດທີ 1 ແມ່ນ ຕະຫຼາດໜອງແຕ່ງ: ຈັດໃຫ້ລົດທີ່ມາຈາກເມືອງສັງທອງ ແລະ ມາຈາກທາງເລກທີ 13 ເໜືອ, ຈຸດນີ້ຈະມີລານຝາກລົດໃຫຍ່ໄດ້ປະມານ 2,000 ຄັນ. ສຳລັບລົດທີ່ມາຈາກທາງເລກທີ 13 ເໜືອ ທີ່ບໍ່ມີປະສົງໄປຊົມກິລາ ໃຫ້ໃຊ້ຖະໜົນສີທອງ ຜ່ານດົງນາໂຊກ ແລ້ວເຂົ້າຕົວເມືອງ ແລະສຳລັບລົດທີ່ມາຈາກເມືອງສັງທອງ ໃຫ້ແລ່ນຕາມຖະໜົນເລກ 11 ຜ່ານສາມແຍກສີໄຄ ແລ້ວລ້ຽວເຂົ້າຕົວເມືອງ.

ຈຸດທີ 2 ແມ່ນ ຫຼັງໂຮງຮຽນຕຳຫຼວດດອນຕິ້ວ: ມີລານຈອດລົດທີ່ຮອງຮັບໄດ້ 1,500 ຄັນ ໂດຍເນັ້ນໃສ່ຜູ້ຊົມທີ່ມາຈາກເມືອງທຸລະຄົມ ແລະເຂດທ່າງ່ອນ. ສຳລັບລົດທີ່ບໍ່ມີຈຸດປະສົງມາຊົມກິລາ ໃຫ້ແລ່ນຕາມຖະໜົນໄກສອນ ພົມວິຫານ, ຮອດສີ່ແຍກດົງໂດກ ແລ້ວລ້ຽວຂວາໄປສູ່ເສັ້ນທາງຫ້ວຍຫົງ ເພື່ອເຂົ້າຕົວເມືອງ.

ຈຸດທີ 3 ແມ່ນ ຫຼັກ 19 (ທາງເລກທີ 13 ໃຕ້) ຈະມີລານຈອດລົດໃຫຍ່ ໄດ້ປະມານ 1,500 ຄັນ. ສຳລັບຜູ້ທີບໍ່ມີຈຸດປະສົງຊົມກິລາ ແຕ່ຈະເຂົ້າຕົວເມືອງຕ້ອງໄດ້ລ້ຽວເຂົ້າບ້ານດົງບັງ-ລາດຄວາຍ, ຜ່ານສີ່ແຍກອຸດົມຜົນ ໄປຕາມທາງຕັດໃໝ່ ອອກໃສ່ສີ່ແຍກໄຟແດງຕານມີໄຊ.

ອີກເສັ້ນທາງໜື່ງແມ່ນ ໃຊ້ເສັ້ນທາງໂຄກສະອາດ-ບ້ານໂຊກຄຳ, ຊຳເຄ້ ໄປຫາສາມແຍກວັງຊາຍ ໄປທາງໜອງໜ່ຽງ ແລ້ວເຂົ້າຕົວເມືອງ ແລະ ເສັ້ນທາງສຸດທ້າຍແມ່ນ ແລ່ນໄປຕາມທາງໂຄກສະອາດ ຜ່ານນາຄວາຍໄປຫາສາມແຍກຫົວຂົວ.

ຈຸດທີ 4 ແມ່ນ ຂົວມິດຕະພາບ: ເນັ້ນໃສ່ແຂກທີ່ຂ້າມມາຈາກໜອງຄາຍ ໂດຍຈະມີລົດຕູຄອຍບໍລິການ 100 ຄັນ, ລົດແຕັກຊີ່ 45 ຄັນ, ລົດສອງແຖວ 50 ຄັນ ແລະ ລົດຕຸກໆ 70 ຄັນ.

ລົດຂົນສົ່ງທຸກໆຈຸດ ລົດທີ່ຈະໄປສະໜາມກິລາ ຫຼັກ 16 ຈະອອກທຸກໆ 5-10 ນາທີ, ສຳລັບຜູ້ທີ່ອາໄສຢູ່ຕົວເມືອງວຽງຈັນ ແມ່ນຈະມີລົດຂົນສົ່ງສາທາລະນະ ແລ່ນຕາມສາຍທາງສຳຄັນຕ່າງໆ ຊຶ່ງທ່ານສາມາດລັດຂື້ນໄດ້ທຸກໆຄັນ ຫຼື ຈະໄປຂື້ນຢູ່ສະຖານີ ທີ່ຈັດໃຫ້ ມີດັ່ງນີ້:

- ຕະຫຼາດເຊົ້າ-ຫຼັກ 16: ຈະມີລົດເມ 40 ຄັນ ແລະ ລົດສອງແຖວ 20 ຄັນ ຊຶ່ງທຸກໆ 3 ນາທີ ຈະມີລົດອອກ 2 ຄັນ

- ຫຼັກ 21-ຫຼັກ 16: ຈະມີລົດເມ 2, ລົດສອງແຖວ 29 ຄັນ

- ຕະຫຼາດດົງໝາກຄາຍ-ຫຼັກ 16: ຈະລົດສອງແຖວ 10 ຄັນ

- ສະຖານີສາຍເໜືອ-ຫຼັກ 16: ຈະມີລົດເມ 45 ບ່ອນນັ່ງ 4 ຄັນ, ລົດສອງແຖວ 30 ຄັນ.

- ສະໜາມບິນ-ຫຼັກ 16: ລົດຕູ້ 30 ຄັນ ແລະ ລົດແຕັກຊີ່ 45 ຄັນ

ບັນດາລົດຂົນສົ່ງຂອງສາຍຕ່າງໆ ຈາກຕົວເມືອງແມ່ນຈະຜ່ານ ຖະໜົນໄກສອນພົມວິຫານ-ຖະໜົນເລກທີ 13 ໃຕ້ ເຂົ້າດ້ານໜ້າສະໜາມກິລາ ຫຼັກ 16.

ໃນກໍລະນີ ທີ່ທ່ານຕ້ອງການໃຊ້ລົດສ່ວນຕົວໃຫ້ໄປໃກ້ສະໜາມກິລາ ຈະຕ້ອງນຳໃຊ້ເສັ້ນທາງໜອງໜ່ຽງ ຜ່ານຊຳເຄ້-ບ້ານໂຊກ-ໂຄກສະອາດ ແລ້ວໄປຈອດໄວ້ທີ່ຫຼັກ 20 ແລ້ວຂີ່ລົດຂົນສົ່ງມວນຊົນ ເຂົ້າມາຫຼັກ 16.

ສຳລັບຜູ້ທີ່ຢູ່ເຂດເມືອງຫາດຊາຍຟອງ ແມ່ນສາມາດເອົາລົດສ່ວນຕົວເຂົ້າຈອດທີ່ສູນການຄ້າລາວ-ໄອເຕັກ ແລ້ວຂີ່ລົດເມໄປ. ສຳລັບມື້ແຂ່ງຂັນທຳມະດາ ທ່ານສາມາດເອົາລົດສ່ວນຕົວໄປເຖິງຕໍ່ໜ້າສະໜາມກິລາໄດ້, ທີ່ສະໜາມກິລາ ຫຼັກ 16 ສາມາດບັນຈຸລົດໃຫຍ່ ໄດ້ປະມານ 3,000 ຄັນ. ບ່ອນຈອດລົດສະໜາມກິລາບຶງຂະຫຍອງ ແມ່ນຢູ່ທີ່ ວັດບຶງຂະຫຍອງ ແລະ ວັດພະໄຊ, ສ່ວນສະໜາມກິລາເຈົ້າອານຸວົງ ແມ່ນຈອດໄດ້ທີ່ ຫໍວັດທະນະທຳແຫ່ງຊາດ, ຫໍພິພິທະພັນແຫ່ງຊາດ, ສູນການຄ້າວັງທອງ ຫຼືອາດຈອດຢູ່ຕາມເສັ້ນທາງເບື້ອງສະລອຍນ້ຳ.

ສຳລັບເຈົ້າໜ້າທີ່ຈາລະຈອນທີ່ຈະຮັບໃຊ້ໄລຍະການແຂ່ງຂັນຊີເກມ ທ່ານ ຢຸດຕະພົງ ຄາດວ່າ ຈະມີປະມານ 1,400 ຄົນ ຊຶ່ງລວມທັງເຈົ້າໜ້າທີ່ຂອງ ພະແຈກຈາລະຈອນນະຄອນຫຼວງວຽງຈັນ, ຈາກກົມຈາລະຈອນ ແລະ ນັກຮຽນຕຳຫຼວດຈາລະຈອນ ຈຳນວນໜື່ງ ເປັນຕົ້ນ.

* ຄັດຈາກ: ວາລະສານອັບເດດ, ສາລະໜ້າຮູ້, ວັນທີ 25-11-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564