|

ພິທີສະຫຼຸບ
ການຈັດຕັ້ງ
ກອງຮ້ອຍ, ໝວດ, ໝູ່
ປກສ ບ້ານໃນທົ່ວເມືອງ
ໄດ້ຈັດຂຶ້ນໃນຕອນເເລງ
ຂອງ
ວັນທີ່
30 ມັງກອນ
2010
ທີ່ຫ້ອງການກຸ່ມຮາດຮວາຍ
ເມືອງປາກແຊງ
ໂດຍການເປັນປະທານຂອງທ່ານ
ມີໄຊ
ໄຊເກີຢາຈົງຕົວ ເລຂາພັກເມືອງ
ເຈົ້າເມືອງໆປາກແຊງ. ເຂົ້າຮ່ວມໃນພິທີມີທ່ານ
ພັນໂທ ອຸ່ນເຮືອນ ບົວລະພາ ຄະນະ
ປະຈຳພັກເມືອງ, ຫົວໜ້າກອງບັນຊາການ ປກສ
ເມືອງປາກແຊງ, ທ່ານພັນໂທ ອ່ອນຕາ ມະນີຈັນ
ຫົວໜ້າ
ຫ້ອງຄຸ້ມຄອງ
ພົນລະເມືອງ ແລະ ປກສ ກຸ່ມບ້ານ ປກສ
ແຂວງຫຼວງພະບາງ, ຄະນະກອງບັນຊາການ ປກສ
ເມືອງ, ເລຂາພັກບ້ານ
ອ້ອມຂ້າງ, ປກສ ກຸ່ມ 8 ກຸ່ມບ້ານ, ປກສ ບ້ານ
ແລະ ພະນັກງານຫຼັກແຫຼ່ງ
ເຂົ້າຮ່ວມ 75
ສະຫາຍ.
ໃນພິທີທ່ານຮ້ອຍເອກ ສົມນິດ ແກ້ວວິໄລ
ໜ່ວຍງານຄຸ້ມຄອງພົນລະເມືອງ ແລະ ປກສ
ກຸ່ມບ້ານ ປກສ ເມືອງ
ປາກແຊງ
ໄດ້ຂຶ້ນຜ່ານຜົນສຳເລັດໃນການສ້າງຕັ້ງກອງຮ້ອຍ
ໝວດ ໝູ່ ຂອງ ປກສ ບ້ານໃນ 8 ກຸ່ມບ້ານທົ່ວເມືອງ
ປາກແຊງ
ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ສະບັບເລກທີ່ 514/ປກສ
ລົງວັນທີ່ 17/6/2008 ວ່າດ້ວຍ
ການຈັດຕັ້ງເຄື່ອນໄຫວຂອງ ປກສ ບ້ານເພື່ອປັບປຸງກົງຈັກການຈັດຕັ້ງ
ໃນວຽກງານປ້ອງກັນ ຄວາມສະຫງົບ
ຢູ່ຂັ້ນຮາກຖານໃຫ້ໜັກແໜ້ນເຂັ້ມແຂງ
ສາມາດຮັບປະກັນໃນການປົກປັກ
ຮັກສາຄວາມເປັນລະບຽບ ຮຽບຮ້ອຍ
ຄວາມສະຫງົບສຸກຂອງປວງຊົນ.
ການປະກາດສ້າງຕັ້ງ ກອງຮ້ອຍ
ໝວດ ໝູ່ ປກສ ບ້ານໃນທົ່ວເມືອງປາກແຊງ
ໃນຄັ້ງນີ້ລວມມີ 6
ກອງຮ້ອຍ, 13 ໝວດ, 28 ໝູ່. ມີ ປກສ
ບ້ານທັງໝົດ
408 ສະຫາຍ, ຍິງ 9 ສະຫາຍ, ປກສ ກຸ່ມ 26
ສະຫາຍ, ແບ່ງເປັນ 8 ກຸ່ມບ້ານ ໃນ 58
ບ້ານທົ່ວເມືອງ, ມີພົນລະເມືອງທັງໝົດ 23.369
ຄົນ, ຍິງ 11.493 ຄົນ, ມີ 4.026 ຄອບຄົວ,
ໃນນັ້ນຄອບຄົວລາວລຸ່ມ 452 ຄອບຄົວ,
ເຜົ່າກຶມຫມຸ 3.394 ຄອບຄົວ,
ຄອບຄົວເຜົ່າມົ້ງ 180 ຄອບຄົວ.
ພ້ອມນັ້ນ ຍັງໄດ້ສັງເກດຕີລາຄາດ້ານດີ,
ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່
ຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຕອນທ້າຍ ທ່ານ
ມີໄຊໄຊເກີຢາຈົງຕົວ ເລຂາພັກເມືອງ
ເຈົ້າເມືອງໆປາກແຊງ ແຂວງຫຼວງພະບາງ
ໄດ້ໂອ້ລົມຕໍ່ ກອງປະຊຸມ, ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດໃນຜ່ານມາ
ພ້ອມທັງເໜັ້ນໃຫ້ພະນັກງານ
ປກສ ກຸ່ມ, ອຳນາດການປົກຄອງບ້ານ, ປກສ ບ້ານເອົາໃຈໃສ່ໃນການປົກປັກຮັກສາຄວາມສະຫງົບ
ເພື່ອເຮັດໃຫ້ເມືອງ
ປາກແຊງ
ມີຄວາມສະຫງົບປອດໄພໂດຍພື້ນຖານ.
*
ຂ່າວຈາກ:
ສົມບູນ ແສງມົງ ນັກຂ່າວ ປກສ
ແຂວງຫຼວງພະບາງ
ລາຍງານ
ວັນທີ
3-2-2010 |