ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ລະວັງຂີ່ 5 ວັນ ເສຍ 6 ພັນກວ່າບາດ

ປັດຈຸບັນການເອົາລັດເອົາປຽບເຊິ່ງກັນ ແລະ ກັນ ໂດຍສະເພາະຜູ້ທີ່ຮູ້ເທົ່າບໍ່ເຖິງການ ແມ່ນຍັງມີຢູ່ຢ່າງແຜ່ຫຼາຍ ບໍ່ວ່າຈະຢູ່ທະວີບໃດ ແລະ ສັງຄົມໃດຂອງໂລກກໍຕາມ ຊຶ່ງອາໄສຊ່ອງຫວ່າງຂອງລະບຽບກົດໝາຍທີ່ຄວບຄຸມບໍ່ທົ່ງເຖິງ ທັງບວກກັບກົດກະຕິກາຂອງບໍລິສັດເພີ່ນສ້າງຂື້ນມາເອງ.

ໃນປະເທດລາວ ແລະ ໃນສັງຄົມລາວໃນປັດຈຸບັນ ຍັງມີປະກົດການທີ່ສ້າງຄວາມຫຍໍ້ທໍ້ແກ່ສັງຄົມ ໂດຍສະເພາະຜູ້ມີລາຍຮັບຕ່ຳ ແຕ່ຢາກມີເຄື່ອງໃຊ້ໃນເຮືອນທີ່ໃໝ່ທັດສະໄໝ ແລະ ຄົບຊຸດ ນອກນັ້ນຍັງມີປັດໄຈໜື່ງທີ່ຊີວິດຊາວເມືອງດັ່ງພວກເຮົານັ້ນຂາດບໍ່ໄດ້ຄື ພາຫະນະຮັບໃຊ້ໃນຊີວິດປະຈຳວັນ ແລະ ປັດຈຸບັນສັງເກດເຫັນວ່າມີບໍລິສັດທີ່ເພີ່ນເອີ້ນກັນແບບພາສາສາກົນວ່າ Finance ທັງເປັນຂອງຄົນລາວ ແລະ ຊາວຕ່າງປະເທດ ບ້ານໃກ້ເຮືອນຄຽງເຮົາ ກໍມີຢ່າງຫຼວງຫຼາຍ ເຊິ່ງບໍລິສັດເຫຼົ່ານີ້ ຈະຮັບຈັດລະບົບເງິນກູ້ ຫຼື ໃຫ້ເຊົ່າ-ຊື້ລົດທຸກປະເພດ ຕັ້ງແຕ່ລົດຈັກ ຈົນຮອດລົດໃຫຍ່ ໂດຍຄິດໄລ່ດອກເບ້ຍສູງ.

ເລື່ອງມີຢູ່ວ່າ ໃນວັນທີ 30 ພຶດສະພາ 2009 ຜ່ານມາ ຂ້າພະເຈົ້າໄດ້ໄປຊື້-ເຊົ່າລົດຈັກຍີ່ຫຍໍ້ໜື່ງ ຈາກບໍລິສັດແຫ່ງໜື່ງ ຕັ້ງຢູ່ບ້ານໂພນສະອາດ ນະຄອນຫຼວງວຽງເຮົານີ້ເອງ ໃນລາຄາຊື້ສົດແມ່ນ 44.500 ບາດ ແຕ່ຂ້າພະເຈົ້າຂໍຈ່າຍກ່ອນ 20.000 ບາດ ສ່ວນທີ່ເຫຼືອແມ່ນຂໍຜ່ອນຈ່າຍໃນໄລຍະເວລາ 18 ເດືອນ ໂດຍເພີ່ນຄິດໄລ່ຕົກເປັນເງິນ 2.100 ບາດ (ສອງພັນໜື່ງຮ້ອຍບາດ) ຕໍ່ເດືອນ ຕາມສັນຍາແມ່ນເລີ່ມຈ່າຍງວດທີ 1 ໃນວັນທີ 5 ກໍລະກົດ ເປັນຕົ້ນໄປ.

ແຕ່ຕົກມາຮອດຕອນເຊົ້າຂອງວັນທີ 5 ມິຖຸນາ 2009 ເວລາ:​8:45 ຂ້າພະເຈົ້າຫາແຫຼ່ງເງິນໄດ້ ເລີຍເຂົ້າໄປຫາບໍລິສັດ ດັ່ງກ່າວ ເພື່ອຂໍຈ່າຍໝົດໃນສ່ວນທີ່ເຫຼືອ 24.500 ບາດ ແຕ່ເຈົ້າຂອງບໍລິສັດດັ່ງກ່າວກັບ ຄິດໄລ່ດອກເບ້ຍເພີ່ມນຳ ຂ້າພະເຈົ້າຕື່ມອີກ ໂດຍອ້າງນັ້ນອ້າງນີ້ ຕາມກົດລະບຽບ ແລະ ສັນຍາຂອງບໍລິສັດທີ່ໄດ້ເຊັນກັນ ໂດຍເພີ່ນຄິດໄລ່ດັ່ງນີ້:

- ຈຳນວນເງິນຍັງເຫຼືອ 24.500 ບາດx3%x18ເດືອນ = 13.230 ບາດ ແລ້ວເພີ່ນຫຼຸດໃຫ້ເຄິ່ງໜື່ງ ເພາະເຫັນວ່າຫາກະ ຊື້ໄປໄດ້ພຽງ 5 ວັນ ເຫຼືອ 6.615 ບາດ (ຫົກພັນຫົກຮ້ອຍສີບຫ້າບາດ) ບວກກັບສ່ວນທີ່ຍັງເຫຼືອລວມກັນແລ້ວ ຂ້າພະເຈົ້າ ຕ້ອງໄດ້ຈ່າຍເປັນຈຳນວນເຖິງ 31.115 ບາດ (ສາມໝື່ນໜື່ງພັນໜື່ງຮ້ອຍກັບສາມສິບຫ້າບາດ) ຈຶ່ງຈະປິດບັນຊີໄດ້ ເພີ່ນວ່າ ຊັ້ນ ທັ້ງໆທີ່ຄວນຈະໄດ້ຈ່າຍ 24.500 ບາດ ຫຼື ອາດຈະເພີ່ມເລັກໜ້ອຍເທົ່ານັ້ນ.

ສະນັ້ນຂ້າພະເຈົ້າຢາກເອົາເລື່ອງທີ່ຕົນເອງພົບພໍ້ມາບອກເລົ່າແກ່ຜູ້ອື່ນ ໃຫ້ມີສະຕິລະວັງຕົວ ! ຊອກຮູ້ຄັກແນ່ຈຶ່ງຄ່ອຍຊື້ ບໍ່ຄວນໃຈຮ້ອນ ແລະ ເຊື່ອໃຜໝົດ ພ້ອມນີ້ກໍຂໍສົ່ງຂ່າວເຖິງເຈົ້າໜ້າທີ່ຂອງບ້ານເມືອງ ບໍ່ວ່າຈະເປັນເຈົ້າໜ້າທີ່ຕຳຫຼວດ ນັກກົດໝາຍ ຊ່ວຍສອດສ່ອງດູແລວ່າ ບໍລິສັດດັ່ງກ່າວເຮັດຖືກ ຫຼື ບໍ່. (ໂດຍ: ສາຍນ້ຳທອນ)

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 25-06-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564