|
ພາຍຫລັງທີ່ສຳເລັດກອງປະຊຸມລັດຖະມົນຕີຖະ ແຫລງຂ່າວອາຊຽນ
ຄັ້ງທີ 10 ແລະ ກອງປະຊຸມລັດຖະມົນຕີ
ຖະແຫລງຂ່າວອາຊຽນ +3 ຄັ້ງທີ 1, ທ່ານ ສຈ.ດຣ.
ບໍ່ແສງຄຳ ວົງດາລາ ລັດຖະມົນຕີຊ່ວຍວ່າການ
ກະຊວງຖະແຫລງ ຂ່າວ ແລະ ວັດທະນະທຳໄດ້ຕາງ
ຫນ້າໃຫ້ ທ່ານ ຫມູນແກ້ວ ອໍລະ ບູນ
ປະທານກອງປະຊຸມແຈ້ງ
ຂ່າວກ່ຽວກັບຜົນ ສຳເລັດຂອງ
ກອງປະຊຸມດັ່ງກ່າວຂຶ້ນໃນວັນ ທີ 6
ພະຈິກນີ້ທີ່ໂຮງແຮມດອນ
ຈັນພາເລດນະຄອນຫລວງ ວຽງຈັນ. ເຂົ້າຮ່ວມໃນການຖະ
ແຫລງຂ່າວຄັ້ງນີ້ ມີຮອງເລຂາ ທິການໃຫຍ່ອາຊຽນ,
ເຈົ້າຫນ້າ ທີ່ດ້ານຖະແຫລງຂ່າວ ປະເທດ ມາເລເຊຍ
ຊຶ່ງຈະເປັນປະເທດ ເຈົ້າພາບຈັດກອງປະຊຸມລັດ
ຖະມົນຕີຖະແຫລງຂ່າວອາ
ຊຽນຄັ້ງຕໍ່ໄປພ້ອມສື່ມວນ ຊົນ ທັງພາຍໃນ ແລະ
ຕ່າງປະເທດ ເຂົ້າຮ່ວມ.
ກ່ຽວກັບຜົນສຳເລັດຂອງ ກອງປະຊຸມລັດຖະມົນຕີຖະ
ແຫລງຂ່າວອາຊຽນຄັ້ງທີ 10, ທ່ານ ສຈ. ດຣ.
ບໍ່ແສງຄຳ ວົງ ດາລາ ກ່າວວ່າ: ກອງປະຊຸມ
ລັດຖະມົນຕີຮັບຜິດຊອບວຽກ
ງານຖະແຫລງຂ່າວອາຊຽນຄັ້ງ ທີ 10 ໄດ້ຈັດຂຶ້ນທີ່ວຽງຈັນ,
ສປປ ລາວ, ໃນວັນທີ 5/11/2009,
ພາຍຫລັງກອງປະຊຸມ ລະດັບເຈົ້າຫນ້າທ່ີອາວຸດໂສ
ໃນວັນທີ 3/11/2009. ພະນະທ່ານ ດຣ. ທອງ ລຸນ
ສີສຸລິດ ຮອງນາຍົກລັດຖະ ມົນຕີ,
ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ໃຫ້ກຽດຕີຄ້ອງ
9 ບາດ ເພື່ອ ເປີດກອງປະຊຸມ. ໃນບົດກ່າວ ເປີດກອງປະຊຸມ
ທ່ານດຣ. ທອງລຸນ ຊີ້ໃຫ້ເຫັນວ່າວຽກ
ງານຖະແຫລງຂ່າວມີບົດບາດ
ສຳຄັນໃນການສ້າງປະຊາຄົມ ອາຊຽນ ພາຍໃນປີ 2015
ແລະ ການສະຫນອງຂໍ້ມູນກ່ຽວກັບ
ກິດຈະກຳການເຄື່ອນໄຫວຂອງ
ອາຊຽນໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບອາຊຽນ.
ໃນພິທີເປີດກອງປະຊຸມມີການ ເປີດເພງອາຊຽນ.ກອງປະຊຸມໄດ້ດຳເນີນ
ໄປພາຍໃຕ້ການເປັນປະທານ ຂອງ ທ່ານ ຫມູນແກ້ວ
ອໍລະ ບູນ, ລັດຖະມົນຕີວ່າ ການກະຊວງຖະແຫລງຂ່າວ ແລະ ວັດ ທະນະທຳ.
ທ່ານໄດ້ສະແດງ ຄວາມຕ້ອນຮັບຢ່າງອົບອຸ່ນຕໍ່
ຜູ້ແທນທີ່ເຂົ້າຮ່ວມກອງ ປະຊຸມ.
ທ່ານເນັ້ນໃຫ້ເຫັນເຖິງ ຄວາມສຳຄັນຂອງກອງປະ
ຊຸມຄັ້ງນີ້ ເຊິ່ງຈັດຂຶ້ນ ພາຍຫລັງ
ການປະກາດໃຊ້ກົດບັດອາ ຊຽນ ໃນວັນທີ
15/12/2008 ແລະ ພາຍຫລັງການຮັບຮອງ ແຜນແມ່ບົດກ່ຽວກັບການສ້າງ
ປະຊາຄົມການເມືອງຄວາມ ຫມັ້ນຄົງອາຊຽນ ແລະ
ວັດທະ ນະທຳສັງຄົມ.ເຂົ້າຮ່ວມກອງປະຊຸມມີ
ບັນດາລັດຖະມົນຕີ ແລະ ຫົວ
ຫນ້າຄະນະຜູ້ແທນ ຮັບຜິດ ຊອບວຽກງານຖະແຫລງຂ່າວ
ຈາກບັນດາປະເທດອາຊຽນ.ໂດຍອີງໃສ່ການປະກາດ ໃຊ້ກົດບັດອາຊຽນ
ໃນວັນທີ 15/12/2008 ແລະ ການຈັດຕັ້ງ
ປະຕິບັດແຜນແມ່ບົດການ ສ້າງປະຊາຄົມອາຊຽນ ແລະ
ແຜນການເຊື່ອມໂຍງອາຊຽນ ໄລຍະທີ 2
ທີ່ກຳນົດແຜນການ ສ້າງປະຊາຄົມອາຊຽນ (2009
2015), ລັດຖະມົນຕີເຫັນດີວ່າ
ຫົວຂໍ້ກອງປະຊຸມ ສົ່ງເສີມ
ການຮ່ວມມືສື່ມວນຊົນ ເພື່ອ
ສ້າງປະຊາຄົມອາຊຽນ ຕອບ ສະຫນອງຄວາມຮຽກຮ້ອງ
ຕ້ອງການໃນປະຈຸບັນ.
ບັນດາທ່ານລັດຖະມົນຕີ
ຍັງເນັ້ນໃຫ້ເຫັນບົດບາດ ຄວາມສຳຄັນຂອງວຽກງານ
ຖະແຫລງຂ່າວ ໃນການສ້າງ ຈິດສຳນຶກ
ຄວາມເປັນອາຊຽນ ແລະ ສ່ົງເສີມຄວາມເຂົ້າອົກ ເຂົ້າໃຈລະຫວ່າງບັນດາປະ
ເທດສະມາຊິກກ່ຽວກັບວັດ ທະນະທຳ, ປະຫວັດສາດ,
ສາ ສະຫນາ ແລະ ຄວາມສີວິໄລ. ເພື່ອບັນລຸຈຸດປະສົງດັ່ງກ່າວ
ບັນດາທ່ານລັດຖະມົນຕີໄດ້ ເຫັນດີກ່ຽວກັບຄວາມຈຳເປັນ
ທ່ີຈະເພ່ີມທະວີການຮ່ວມມື ທາງດ້ານສື່ມວນຊົນ,
ແນໃສ່ ສົ່ງເສີມການສ້າງປະຊາຄົມ ໂດຍຜ່ານການປະສານງານ,
ໂຄງການ, ເຄືອຂ່າຍສື່ມວນ ຊົນ ແລະ
ການພັດທະນາຊັບ ພະຍາກອນມະນຸດ.
ໃນກອງປະຊຸມບັນດາ ທ່ານລັດຖະມົນຕີໄດ້ພ້ອມກັນ
ຊອກຫາຫົນທາງ ເພື່ອເພີ່ມທະ
ວີການຈັດຕັ້ງປະຕິບັດໂຄງ ການຖະແຫລງຂ່າວ
ປະຈຸບັນ ໃຫ້ມີປະສິດທິຜົນ ເພື່ອສົ່ງເສີມ
ການສ້າງປະຊາຄົມອາຊຽນ.ບັນດາລັດຖະມົນຕີເນັ້ນ
ຄວາມຈຳເປັນຂອງໂຄງການທີ່
ພວມດຳເນີນຢູ່ໃນການເພີ່ມ
ການໂຄສະນາອາຊຽນເຊັ່ນວ່າ ໂຄງການແລກປ່ຽນຂ່າວໂທລະ
ພາບ ແລະ ວິທະຍຸ (Asean TV News ແລະ Asean
in Action). ບັນດາທ່ານລັດຖະ
ມົນຕີໃຫ້ການ ສະຫນັບສະ ຫນູນການນຳໃຊ້ເພງອາຊຽນ
ຊື່ວ່າ The ASEAN Way ແລະ
ສັນຍາລັກອາຊຽນອື່ນໆ ລວມທັງຄຳຂວັນ ອາຊຽນ,
One Vision, One Identity One Community
ຫນື່ງວິໄສທັດ, ຫນື່ງເອກະລັກ, ຫນື່ງປະຊາຄົມ ເພື່ອເປັນ ເຄື່ອງມືໃນ
ການໂຄສະນາໃຫ້ອາຊຽນ. ບັນດາລັດຖະມົນຕີມີ
ຄວາມຍິນດີທີ່ຈະໃຫ້ຜູ້ຜະລິດ
ລາຍການຂ່າວໂທລະພາບອາ ຊຽນ ແລະ ລາຍການອາຊຽນ
ວັນນີ້ (Asean in Action) ຈະ
ສອດເພງອາຊຽນເຂົ້າໃນລາຍ ການຂອງຕົນ.
ບັນດາລັດຖະມົນຕີຍັງເຫັນວ່າການລວບ
ລວມເພງປັອບອາຊຽນທີ່ຜະ
ລິດອອກມານັ້ນຈະຖືກແຈກ ຢາຍ ເພື່ອສົ່ງເສີມ ວັດທະນະທຳຂອງອາຊຽນ.ບັນດາລັດຖະມົນຕີເນັ້ນ ໃຫ້ເຫັນບົດບາດຂອງຊາວ
ຫນຸ່ມ, ຜູ້ຈະເປັນຜູ້ນຳໃນອະນາຄົດຈະຕ້ອງ ມີຈິດສຳນຶກ ຄວາມເປັນອາຊຽນ.
ບັນດາລັດ ຖະມົນຕີແນະນຳກິດຈະກຳ
ສຳລັບຊາວຫນຸ່ມດັ່ງຕໍ່ໄປນີ້: ໂຄງການຖາມຕອບຄວາມຮູ້
ກ່ຽວກັບອາຊຽນ, ເຊິ່ງນັກຮຽນ
ຈາກພາກພື້ນຈະແຂ່ງຂັນກັນ ໃນການຕອບຄວາມຮູ້ກ່ຽວກັບ
ອາຊຽນ, ໂຄງການເກມອາ ຊຽນ ເຊິ່ງຈະສົ່ງເສີມຄຳສຳນຶກ
ແລະ ເອກະລັກຂອງອາຊຽນ ຜ່ານຮູບແບບບັນເທີງ, ໂຄງ
ການນີ້ຈະສຳເລັດພາຍໃນ ທ້າຍເດືອນມັງກອນ
2010. ໂຄງການເຮັດຂ່າວອາຊຽນ (Asean New
Maker), ເຊິ່ງ ເປັນໂຄງການທີ່ເຮັດໃຫ້ນັກ
ຮຽນມີທັກສະໃນການສ້າງເນື້ອ ໃນຂອງສື່ກ່ຽວກັບຊີວິດໃນ
ປະເທດຂອງຕົນ, ແນໃສ່ສົ່ງ ເສີມວັດທະນະທຳຂອງອາຊຽນ
ໃນຫມູ່ຊາວຫນຸ່ມອາຊຽນຜ່ານ ສ່ືທາງດີຈີຕອນ.
ທ່ານລັດຖະມົນຕີພິຈາ ລະນາຊ່ອງທາງກະຈາຍຂ່າວ
ສານອາຊຽນ (Asean Media
Portal)(www.aseanmedia.
net)ແລະຊ່ອງທາງກະຈາຍ
ດ້ານຂໍ້ມູນກ່ຽວກັບວັດທະນະ
ທຳ(www.aseanculturean dinfomation.org) ເຊ່ິງເປັນ
ຊ່ອງທາງສຳຄັນເພື່ອໂຄສະ ນາໃຫ້ອາຊຽນ ແລະ
ສົ່ງເສີມ ການຮ່ວມມືດ້ານສື່ມວນຊົນ. ແຜນງານໂຄສະນາອາຊຽນບັນດາ ລັດຖະມົນຕີເຫັນ
ວ່າບົດລາຍງານຂອງບັນດາ ປະເທດສະມາຊິກກ່ຽວກັບ
ການຈັດຕັ້ງປະຕິບັດແຜນໂຄສະນາອາຊຽນ ລະດັບຊາດມີ ຄວາມຄືບຫນ້າ.
ບັນດາລັດ ຖະມົນຕີເຫັນດີກ່ຽວກັບຄວາມ
ຈຳເປັນທີ່ຈະຕ້ອງເຊື່ອມແຜນ ໂຄສະນາອາຊຽນ ລະດັບຊາດ
ເຂົ້າກັບແຜນໂຄສະນາ 3 ປະຊາຄົມການເມືອງຄວາມຫມັ້ນຄົງ, ເສດຖະກິດ ແລະ ວັດ
ທະນະທຳສັງຄົມ ບັນດາລັດຖະມົນຕີຍັງເຫັນດີໃນແນວຄິດ
ສ້າງສູນຂໍ້ມູນກ່ຽວກັບອາຊຽນ ໃນບັນດາປະເທດສະມາຊິກ.
ພວກທ່ານຍັງເຫັນດີໃນການ ເພີ່ມຄວາມຮ່ວມມືກັບບັນດາ
ປະເທດຄູ່ເຈລະຈາ ເພື່ອສົ່ງ ເສີມອາຊຽນໃນຫມູ່ປະຊາຄົມ
ໂລກ.ການຮ່ວມມືໂທລະພາບ ລະບົບດີຈີຕອນ
(Digital Broadcasting) ບັນດາລັດ
ຖະມົນຕີໄດ້ຮັບຮອງຜົນຄວາມ ຄືບຫນ້າ ໃນວຽກງານຮ່ວມມື
ດ້ານໂທລະພາບລະບົບດີຈີ ຕອນ. ນັບແຕ່ກອງປະຊຸມ
AMRI ຄັ້ງທີ 9, ບັນດາປະເທດ
ສະມາຊິກອາຊຽນໄດ້ມີຜົນຄືບ ຫນ້າ ໃນການປະຕິບັດແຜນ
ງານໂທລະພາບລະບົບດີຈີ ຕອນ ໃນພາກພື້ນ.
ບັນດາປະ ເທດສະມາຊິກອາຊຽນ ຢືນຢັນ
ຄວາມສຳຄັນໃນການປ່ຽນລະ
ບົບໂທລະພາບເປັນດີຈີຕອນ ໃຫ້ຈັດຂຶ້ນ ເພື່ອນຳເອົາຜົນປະ
ໂຫຍດຂອງລະບົບດີຈີຕອນ ແລະ ຮັບປະກັນໃຫ້ການກະ
ຈາຍຂ່າວໄປທົ່ວໂລກ ສາມາດ
ດຳເນີນໄປໄດ້ໃນສະພາບການ
ທີ່ມີການແຂ່ງຂັນຈາກສື່ໃຫມ່ ເຊັ່ນໂທລະສັບ
ແລະ IPTV.ໂດຍຮັບຮູ້ວ່າບັນດາປະ ເທດສະມາຊິກມີຄວາມແຕກ
ໂຕນກັນ ໃນຄວາມພ້ອມທີ່ຈະ ນຳໃຊ້ລະບົບດີຈີຕອນ.
ບັນດາ ລັດຖະມົນຕີໄດ້ຮັບຮອງແນວ
ທາງປ່ຽນລະບົບອານາລັອກ
ມາເປັນ ດີຈີຕອນໃນໄລຍະແຕ່
20152020.ບົດແນະນຳກ່ຽວກັບການ
ປ່ຽນລະບົບໂທລະພາບມາ ເປັນດີຈີຕອນຈະຖືກສ້າງຂຶ້ນ,
ເຊິ່ງມັນຈະກຳນົດມາດຕະ
ການທາງດ້ານເຕັກນິກອັນ ດຽວກັນ,
ນີ້ຈະຊ່ວຍໃຫ້ລາຄາ ຊົມໃຊ້ບໍລິການຖືກລົງ.
ເພື່ອຕອບສະຫນອງ
ຄວາມຮຽກຮ້ອງຕ້ອງການກ່ຽວ
ກັບເນື້ອໃນຂ່າວສານທີ່ເປັນ ລະບົບດີຈີຕອນ,
ບັນດາລັດຖະ ມົນຕີໄດ້ຮຽກຮ້ອງໃຫ້ມີການ
ຮ່ວມມືກັນຫລາຍຂຶ້ນ ໃນຫມູ່
ບັນດາປະເທດສະມາຊິກອາ ຊຽນ ເພື່ອຮ່ວມກັນສ້າງເນື້ອໃນ
ຂ່າວສານທີ່ເປັນລະບົບດີຈີ ຕອນ ແລະ
ສົ່ງເສີມກັບການ ແລກປ່ຽນລາຍການ, ບັນດາ
ລັດຖະມົນຕີໄດ້ເຫັນດີກ່ຽວກັບ
ຄວາມຈຳເປັນໃນການຝຶກອົບ
ຮົມພະນັກງານໃຫ້ມີທັກສະອັນ ຈຳເປັນ
ສຳລັບການຜະລິດ
HD. ຮູ້ກັນດີແລ້ວວ່າຄູ່ຮ່ວມເຈ
ລະຈາອາຊຽນເຊັ່ນ: ຈີນ, ຍີ່ປຸ່ນ ແລະ
ສ.ເກົາຫລີ, ອິນເດຍ ແລະ
ສະຫະພາບເອີຮົບໄດ້ມີຄວາມ ກ້າວຫນ້າ ໃນລະບົບ ໂທລະພາບດີຈີຕອນ, ບັນດາລັດຖະມົນຕີເຫັນດີວ່າອາຊຽນ
ຄວນຈະຊອກຮ່ວມມືກັບບັນ ດາປະເທດຄູ່ເຈລະຈາເຫລົ່າ
ນີ້ກ່ຽວກັບການສ້າງຄວາມສາ ມາດ ແລະ
ການກະຈາຍໂທ ລະພາບດີຈີຕອນທາງຫນ້າດິນ.
ບັນດາທ່ານລັດຖະມົນຕີ ສະແດງຄວາມຂອບໃຈຢ່າງ
ສຸດ ຊຶ່ງຕໍ່ລັດຖະບານ ແລະ ປະ ຊາຊົນລາວ
ສຳລັບການຕ້ອນ ຮັບອັນອົບອຸ່ນ ແລະ ການກະ
ກຽມທີ່ດີ ເພື່ອຮັບປະກັນຜົນ
ສຳເລັດຂອງກອງປະຊຸມ ກອງປະຊຸມແມ່ນດຳເນີນ ໄປດ້ວຍບັນຍາກາດຄວາມສາ
ມັກຄີ ແລະ ນ້ຳໃຈອາຊຽນ.ກອງປະຊຸມ AMRI ຄັ້ງທີ
11 ແລະ ຖືກຈັດຂຶ້ນຢູ່ມາເລ ເຊຍ ໃນປີ
2011.ສຳລັບກອງປະຊຸມລັດ ຖະມົນຕີຖະແຫລງຂ່າວອາ
ຊຽນ + 3 ຄັ້ງທີ I ແມ່ນລັດຖະມົນຕີຮັບຜິດຊອບວຽກງານ ຖະແຫລງຂ່າວອາຊຽນ ແລະ
ສາມປະເທດຄູ່ເຈລະຈາຄື ຈີນ, ຍີ່ປຸ່ນ ແລະ
ສ.ເກົາຫລີ ໄດ້ຈັດ ກອງປະຊຸມຄັ້ງທີ I
ຂອງຕົນຂຶ້ນ ທີ່ນະຄອນຫລວງວຽງຈັນ, ສປປ ລາວ ໃນວັນທີ
6/11/2009. ກອງປະຊຸມ AMRI +3 ຄັ້ງນີ້
ຊຶ່ງເປັນຄັ້ງ ທຳອິດແມ່ນມີ
ຂຶ້ນພາຍຫລັງກອງປະຊຸມລະ
ດັບເຈົ້າຫນ້າທີ່ອາວຸໂສອາຊຽນ +3
ສຳລັບກະກຽມໃຫ້ກອງ ປະຊຸມ AMRI+3 ຄັ້ງທີ I
ຖືກ ຈັດຂຶ້ນ ໃນວັນທີ 4/11/2009. ໃນຖານະປະທານຂອງ
ກອງປະຊຸມພະນະທ່ານ ຫມູນ ແກ້ວ ອໍລະບູນ,
ລັດຖະມົນຕີ ວ່າການກະຊວງຖະແຫລງຂ່າວ ແລະ
ວັດທະນະທຳ ສປປ ລາວ ໄດ້ຕາງຫນ້າໃຫ້ບັນດາລັດຖະ
ມົນຕີ ຮັບຜິດຊອບວຽກງານ ຖະແຫລງຂ່າວອາຊຽນ
ກ່ຽວ ສະແດງການຕ້ອນຮັບຢ່າງອົບ
ອຸ່ນຜູ້ແທນຂອງຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ.
ໃນບົດປາໄສ ກ່າວເປີດກອງປະຊຸມ, ທ່ານ ໄດ້ສະແດງຄວາມຂອບໃຈຕໍ່
ປະເທດຄູ່ເຈລະຈາທັງສາມ
ຂອງອາຊຽນທີ່ໄດ້ໃຫ້ການ ຍອມຮັບ ແລະ ໃຫ້ຄວາມສຳ
ຄັນ ແລະ ເຂົ້າຮ່ວມກອງປະ ຊຸມໃນຄັ້ງນີ້.
ຜ່ານການຮ່ວມ ມືອາຊຽນ+3, ທ່ານໄດ້ສະແດງ
ຄວາມຫວັງທີ່ຈະເຫັນການ ຮ່ວມມືລະຫວ່າງອາຊຽນ
ແລະ ອາຊຽນ +3 ໄດ້ຮັບຫມາກຜົນ ແລະ
ນຳຜົນປະໂຫຍດມາຍັງ ບັນດາປະເທດອາຊຽນທັງ
ຫມົດລວມທັງ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ,
ເພື່ອປົກປັກ ຮັກສາ ສັນຕິພາບ, ມິດຕະ ພາບ,
ຄວາມຫມັ້ນຄົງ ແລະ
ຄວາມວັດທະນາຖາວອນ.ລັດຖະມົນຕີຂອງບັນດາ
ປະເທດ ອາຊຽນ+3 ໄດ້ສະ ແດງຄວາມຊົມເຊີຍ ແລະ
ຕີລາ ຄາສູງຕໍ່ການຕ້ອນຮັບອັນອົບ
ອຸ່ນທີ່ພວກເພິ່ນ ແລະ ຄະນະຜູ້ແທນ ຂອງເພິ່ນໄດ້ຮັບ. ໃນ
ຂະນະທີ່ແຕ່ລະປະເທດອາຊຽນ +3
ມີສາຍສຳພັນທີ່ດີກັບບັນ
ດາປະເທດສະມາຊິກອາຊຽນ ໃນດ້ານການຮ່ວມມືດ້ານຖະ
ແຫລງຂ່າວ ແລະ ສື່ມວນຊົນ,
ພວກບັນດາລັດຖະມົນຕີເຫັນ
ດີຮ່ວມກັນວ່າກອງປະຊຸມ AMRI+3 ເປັນເວທີທີ່ມີຜົນ
ປະໂຫຍດ ສຳລັບການຂະ ຫຍາຍການຮ່ວມມືພາຍໃນຂົງ
ເຂດນີ້. ລັດຖະມົນຕີວ່າການ
ກະຊວງຖະແຫລງຂ່າວຂອງ ຈີນ ພະນະທ່ານ Wang
Chen ໄດ້ມີຂໍ້ສະເຫນີຫລາຍຢ່າງ
ລວມທັງການໃຫ້ສິດ ແລະ ບົດ
ບາດຢ່າງເຕັມທີ່ໃຫ້ບັນດາກົມ
ກອງຂັ້ນລັດຖະບານໃນການ
ຊຸກດັນການແລກປ່ຽນຂໍ້ມູນ ຂ່າວສານ ແລະ
ຍົກລະດັບ ການຮ່ວມມືທາງດ້ານການ ແລກປ່ຽນຂໍ້ມູນຂ່າວສານ
ແລະ ສື່ມວນຊົນ.
ໂດຍຜ່ານກອງປະຊຸມຄັ້ງ ນີ້, ກະຊວງຖະແຫລງຂ່າວ
ຂອງຈີນມີເຈດຈຳນົງຈະປຸກ
ລະດົມເຕົ້າໂຮມເອົາບັນດາ ແຫລ່ງຊັບພະຍາກອນທາງ
ດ້ານສື່, ໃຫ້ເສີມຂະຫຍາຍ ແລະ
ສົ່ງເສີມການຮ່ວມມືທາງ ດ້ານເນື້ອໃນ,
ຂະຫຍາຍການ ຮ່ວມມືໃນຂະແຫນງຕ່າງໆ ແລະ
ປັບປຸງຄຸນນະພາບ ແລະ ລະດັບຂອງການຮ່ວມມືລະ
ຫວ່າງກັນ. ທ່ານຮອງລັດຖະ
ມົນຕີກະຊວງປະສານງານ ທາງດ້ານນະໂຍບາຍ, ກິດຈະ
ການພາຍໃນ ແລະ ການສື່
ສານຂອງປະເທດຍີ່ປຸ່ນເຕຣະ ຊະກິອະກິຣະ ກ່າວວ່າ
ຍ່ີປຸ່ນ ຫວັງວ່າບັນດາປະເທດສະມາ ຊິກອາຊຽນ
ຈະອີງໃສ່ບັນດາ ປະສົບການກ່ຽວກັບລະບົບໂທ
ລະພາບດີຈີຕອນ ຂອງປະເທດ ຍີ່ປຸ່ນ ແລະ
ຍີ່ປຸ່ນກໍ່ຕ້ອງການ ປະກອບສ່ວນຊ່ວຍເຫລືອບັນ
ດາປະເທດອາຊີໃນການແຈກ ຢາຍລາຍການທີ່ມີຄຸນນະ
ພາບດີ. ທ່ານຍັງໄດ້ສະແດງ
ຄວາມຫວັງທີ່ຈະສ້າງສາຍພົວ
ພັນທີ່ດີກັບບັນດາປະເທດອາ ຊຽນ +3 ໂດຍການນຳໃຊ້
ຫມາກຜົນຂອງກອງປະຊຸມຄັ້ງ ນີ້.
ທ່ານຮອງລັດຖະມົນຕີກະ ຊວງວັດທະນະທຳ, ກິລາ
ແລະ ທ່ອງທ່ຽວແຫ່ງປະເທດ ສ.ເກົາ ຫລີ, Kim
Dae ki ໄດ້ສະເຫນີ ວິທີທາງໃນການແຜ່ຂະຫຍາຍ
ແລະ ເພ່ີມທະວີການຮ່ວມມື
ທາງດ້ານສື່ມວນຊົນພາຍໃນ
ຂົງເຂດນີ້ລວມທັງໃນການຜະ
ລິດຮ່ວມລະດັບສາກົນທາງ
ດ້ານເນື້ອໃນລາຍການວິທະຍຸ ໂທລະພາບ, ໂຄງການແລກ
ປ່ຽນນັກຂ່າວ, ໂຄງການຮ່ວມ ມືໃນການແປ ແລະ
ພິມຈຳ ຫນ່າຍ. ທ່ານຍັງກ່າວອີກວ່າ ກອງປະຊຸມ
AMRI+3 ຄັ້ງທຳ ອິດນີ້ຈະໄດ້ຮາກຖານສຳຄັນ
ຂອງຄວາມພະຍາຍາມທີ່ຈະ ນຳເອົາຄວາມວັດທະນາຖາ
ວອນມາຍັງອາຊຽນ ແລະ ທຸກ ປະເທດໃນຂົງເຂດອາຊີຕາ
ເວັນອອກລວມທັງ
ສ.ເກົາຫລີ.ກອງປະຊຸມໄດ້ກາຍເປັນ
ຈຸດເລີ່ມຕົ້ນຂອງນິມິດຫມາຍ
ຂອງການຮ່ວມມືໃນຂະແຫນງ ຖະແຫລງຂ່າວ ໃນລະດັບ
Asean +3. ບັນດາທ່ານລັດ
ຖະມົນຕີເຫັນພ້ອມຮ່ວມກັນ
ວ່າການຮ່ວມມືດ້ານຖະແຫລງ ຂ່າວ ແລະ
ສື່ສານມວນຊົນລະ ຫວ່າງອາຊຽນ ແລະ ອາຊຽນ +3
ຈະບັນລຸລະດັບທີ່ສູງກ່ວາ ເກົ່າ ໂດຍຜ່ານກອງປະຊຸມ
AMRI+3 ນີ້. ພວກເພິ່ນຍັງຖືວ່າ
ການຮ່ວມມືລັກສະນະດັ່ງກ່າວ
ນີ້ຈະສົ່ງເສີມຄວາມເຂົ້າອົກ ເຂົ້າໃຈຫລາຍຂຶ້ນກ່ວາເກົ່າລະ
ຫວ່າງບັນດາປະເທດອາຊຽນ +3 ແລະ
ສ້າງຄວາມເຂັ້ມແຂງ ໃນການສ້າງປະຊາຄົມພາຍ ໃນຂົງເຂດ.ໃນກອງປະຊຸມຄັ້ງນີ້,
ບັນ ດາທ່ານລັດຖະມົນຕີ, ຍັງໄດ້ພິ
ຈາລະນາວິທີທາງ ສຳລັບປະ ເທດອາຊຽນ ແລະ
ອາຊຽນ+3 ຈະສາມາດຮ່ວມມືກັນ ໃນຂະ ແຫນງຖະແຫລງຂ່າວລວມທັງ
ການຮ່ວມມືໃນວຽກງານວິທະ ຍຸ ແລະ ໂທລະພາບລະບົບດີ
ຈີຕອນ ແລະ ການຮ່ວມມືຜະ
ລິດທາງດ້ານເນື້ອໃນລະບົບດີ ຈີຕອນ ແລະ
ການແລກປ່ຽນ ທາງດ້ານສື່ມວນຊົນ. ບັນດາ
ທ່ານລັດຖະມົນຕີໄດ້ມອບ
ຫມາຍໃຫ້ບັນດາເຈົ້າຫນ້າທີ່
ອາວຸໂສສ້າງໂຄງການຮ່ວມມື ໃນກອບອາຊຽນ+3
ວ່າດ້ວຍ ວຽກງານຖະແຫລງຂ່າວ.
ພາຍຫລັງກອງປະຊຸມຄັ້ງ ນີ້,
ບັນດາລັດຖະມົນຕີໄດ້ເດີນ
ທາງໄປຢ້ຽມຢາມສະຫນາມກິ ລາ ແລະ
ບ້ານຊີເກມໂດຍທ່ີ ສປປ ລາວ ຈະໄດ້ຮັບກຽດເປັນ
ເຈົ້າພາບງານມະຫາກຳກິລາ ຊີເກມລະຫວ່າງ ວັນທີ
918/12/2009 ທີ່ນະຄອນຫລວງ ວຽງຈັນ.
ບັນດາທ່ານລັດຖະ ມົນຕີໄດ້ອວຍພອນໃຫ້ ສປປ ລາວ
ຈົ່ງຈັດງານດັ່ງກ່າວນີ້ໃຫ້ ໄດ້ຮັບຜົນສຳເລັດທີ່ດີ.ບັນດາທ່ານລັດຖະມົນ
ຕີໄດ້ສະແດງຄວາມຊົມເຊີຍ
ຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນ ສປປ
ລາວຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ການ
ບໍລິຫານຈັດການຕ່າງໆອັນດີ ເລີດ ເຊິ່ງໄດ້ປະກອບສ່ວນເຮັດ
ໃຫ້ກອງປະຊຸມປະສົບຜົນສຳ ເລັດຢ່າງຈົບງາມ.
ກອງປະຊຸມ ໄດ້ດຳເນີນໄປ ພາຍໃຕ້ບັນຍາ
ກາດແຫ່ງຄວາມສາມັກຄີ ແລະ ໄມຕີຈິດແຫ່ງອາຊຽນ.ອີງຕາມແຜນທີ່ໄດ້ກຳນົດ
ໄວ້, ກອງປະຊຸມ AMRI+3 ຄັ້ງທີ 2
ຈະຈັດຂຶ້ນທີ່ປະເທດ ມາເລເຊຍ ໃນປີ 2011.
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
10-11-2009 |