|

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ປະຈຳເດືອນມິຖຸນາ 2009 ໄດ້ຈັດຂຶ້ນວັນທີ 29 ມິຖຸນາ
2009 ນີ້ ທີ່ຫ້ອງວ່າການນະຄອນຫຼວງ (ອພບ) ໂດຍເປັນປະທານຂອງທ່ານ ສົມບັດ ເຢຍລີເຮີ ເຈົ້າຄອງນະຄອນຫຼວງວຽງ
ຈັນ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບວຽກງານພົ້ນເດັ່ນ ປະຈຳເດືອນມິຖຸນາ ແລະ ແຜນວຽກຈຸດສຸມປະຈຳເດືອນກໍ
ລະກົດ 2009 ຂອງນະຄອນຫຼວງວຽງຈັນ ຊຶ່ງເຫັນໄດ້ວ່າ ວຽກງານປະຈຳເດືອນມິຖຸນາ ໄດ້ມີຫຼາຍເຫດການທີ່ພົ້ນເດັ່ນ ວຽກ
ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບັນດາເມືອງ ພະແນກການ ຫ້ອງການທຽບເທົ່າ ອ້ອມຂ້າງ ນວ ໄດ້ເອົາໃຈໃສ່
ສືບຕໍ່ການຈັດຕັ້ງການປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ ຈາກນັ້ນ ເຮັດໃຫ້ ນວ ມີສະຖຽນລະພາບທາງດ້ານການເມືອງ
ເສດຖະກິດ-ສັງຄົມ ໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ສ່ວນສະພາບປະກົດການຫຍໍ້ທໍ້ແຕ່ວັນທີ 25/5 ເຖິງ 16/6/
2009 ມີຄະດີຕ້ອງໂທດອາຍາເກີດຂຶ້ນທັງໝົດ 155 ເລື່ອງ ທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 63 ເລື່ອງ ແກ້ໄຂໄດ້ 93 ເລື່ອງ
ກັກຕົວດຳເນີນຄະດີ 136 ຄົນ ໃນນີ້ ປະກົດການທີ່ພົ້ນເດັ່ນມີ ຄື: ຊີງຊັບມີ 28 ເລື່ອງ ລັກຊັບມີ 69 ເລື່ອງ ລົດຈັກເສຍ 51
ຄັນ ຊື້-ຂາຍຢາເສບຕິດ 9 ເລື່ອງ ເສບຢາເສບຕິດ 7 ເລື່ອງ ທຳຮ້າຍຮ່າງກາຍ 9 ເລື່ອງ ອຸບັດເຫດຕາມທ້ອງຖະໜົນມີ 133
ຄັ້ງ ພາຫະນະເປ່ເພ 139 ຄັນ ທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 76 ຄັ້ງ ຖືກບາດເຈັບ 155 ຄົນ ແລະ ເສຍຊີວິດ 10 ຄົນ.
ວຽກງານເສດຖະກິດໄດ້ສືບຕໍ່ກວດກາ ແລະ ຊຸກຍູ້ການປະຕິບັດ ບັນດາແຜນງານ ແລະ ໂຄງການຈຸດສຸມຂອງ
ນະຄອນຫຼວງ ກໍຄືບັນດາໂຄງການ ເພື່ອກະກຽມໃສ່ສະເຫຼີມສະຫຼອງວັນສ້າງຕັ້ງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ
ແລະ ງານມະຫະກຳກີລາຊີເກມ ຄັ້ງທີ 25 ຊຶ່ງມີຫຼາຍໂຄງການ ພວມດຳເນີນງານການກໍ່ສ້າງ ການເກັບລາຍຮັບເຂົ້າງົບປະ
ມານ ມາຮອດວັນທີ 15/6/2009 ບັນລຸໄດ້ 273 ຕື້ກ່ວາກີບ ເທົ່າກັບ 68,07% ຂອງແຜນການ ປະຕິບັດລາຍຈ່າຍໄດ້ 181 ຕື້
ກ່ວາກີບ ເທົ່າກັບ 69,67% ຂອງແຜນການ ການຜະລິດລະດູຝົນຕົກກ້ານາປີໄດ້ 3.526,8 ໂຕນ ເທົ່າກັບ 81,6% ຂອງແຜນ
ການ (4.320 ໂຕນ) ປັກດຳໄດ້ 672 ເຮັກຕາ ເທົ່າກັບ 1% ຂອງເນື້ອທີ່ແຜນການ 54 ພັນເຮັກຕາ ປູກພືດຜັກລະດູຝົນໄດ້
695 ເຮັກຕາເທົ່າກັບ 80%ຂອງເນື້ອທີ່ແຜນການ 3.239 ເຮັກຕາປູກພືດອຸດສາຫະກຳໄດ້ 2.910 ເຮັກຕາ ເທົ່າກັບ60,78%
ຂອງແຜນການ 4.788 ເຮັກຕາ.
ສຳລັບແຜນວຽກຈຸດສຸມປະຈຳເດືອນກໍລະກົດ 2009 ຂອງນະຄອນຫຼວງ ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມທາງດ້ານ
ລະບຽບກົດໝາຍ ແກ້ໄຂໄພວ່າງງານ ຄົນຂໍທານໃຫ້ເຂັ້ມງວດ ສືບຕໍ່ຫັນລົງຮາກຖານຍູ້ຂະບວນການຮອບດ້ານ ເພື່ອເປັນ
ເຈົ້າພາບທີ່ດີ ໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ສືບຕໍ່ຊຸກຍູ້ຊາວກະສິກອນ ທົ່ວນະຄອນຫຼວງ ສຸມໃສ່ການຜະລິດ
ເຂົ້ານາປີໃຫ້ທັນກັບລະດູການ ກະກຽມແຜນການຕ້ານແລ້ງ-ຕ້ານຖ້ວມ ສືບຕໍ່ລົງຊຸກຍູ້ກວດກາ ບັນດາໂຄງການຈຸດສຸມຕ່າງໆ
ແລະ ວຽກງານອື່ນໆ ຢູ່ນະຄອນຫຼວງວຽງຈັນ.
*
ຄັດຈາກ: ຫນັງສືພິມວຽງຈັນ, ສະບັບວັນທີ
1-07-2009 |