ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ທ່ານຮອງປະທານປະເທດຢ້ຽມຊົມສະຖານທີ່ກໍ່ສ້າງເສົາຫຼັກເມືອງ

ໃນຕອນແລງວັນທີ 6 ມັງກອນ 2010 ນີ້, ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ໄດ້ຢ້ຽມຊົມສະຖານທີ່ເສົາຫຼັກເມືອງວຽງຈັນ ເຊິ່ງພວມກະກຽມໂຄງການກໍ່ສ້າງຫໍຫຼັກເມືອງ ຢູ່ເຂດບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ໃນການລົງຢ້ຽມຊົມສະຖານທີ່ດັ່ງກ່າວນີ້, ທ່ານຮອງປະທານປະເທດ ກໍ່ໄດ້ຮັບຟັງການລາຍງານຈາກ ທ່ານ ທອງສາ ໄຊຍະວົງຄຳດີ ຫົວໜ້າກົມມໍລະດົກກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ກ່ຽວກັບການຄົ້ນພົບເສົາຫີນຫຼັກເມືອງ ຄັ້ງທີ 2 ຈຳນວນ 97 ໜ່ວຍ ຊຶ່ງຄັ້ງທຳອິດຄົ້ນພົບປີ 2007 ມີຈຳນວນ 193 ໜ່ວຍ ລວມແລ້ວເກືອບ 300 ໜ່ວຍ, ພາຍຫຼັງພົບເຫັນຄັ້ງທຳອິດ ລັດຖະບານກໍເຫັນດີໃຫ້ສ້າງຫໍຫຼັກເມືອງຢູ່ຈຸດພົບເຫັນ ໂດຍກວມເອົາພື້ນທີ່ໃນເຂດດັ່ງກ່າວ 1.500 ຕາແມັດ.

ໂຄງການກໍ່ສ້າງຫໍຫຼັກເມືອງນີ້ ຈະໄດ້ເລີ່ມກໍ່ສ້າງໃນ ເດືອນກຸມພາ 2010 ນີ້, ໂດຍແມ່ນກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ເປັນເຈົ້າຂອງໂຄງການ ເຊິ່ງຜູ້ອອກແບບແມ່ນບໍລິສັດ ບັນນະລິດ ອອກແບບເຄຫາ ຈຳກັດ ແລະ ບໍລິສັດ ເພັດຕະພາບ ກໍ່ສ້າງເຄຫາ ຈຳກັດ ແລະ ກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງຄາດວ່າຈະໃຫ້ສຳເລັດໃນປີ 2010 ນີ້ ໃນມູນຄ່າ 9 ຕື້ກວ່າກີບ.

ຫໍຫຼັກເມືອງເປັນຮູບຈັດຕຸລັດ ມີແອວຂັນ ແລະ ຊໍ່ຟ້າ ມີປະຕູທາງເຂົ້າ 4 ທິດ ເປັນຫໍ ຊັ້ນດຽວ ມີຫຼາຍແປ ເມື່ອກໍ່ສ້າງສຳເລັດຈະໄດ້ນຳເອົາເສົາຫີນຫຼັກເມືອງທີ່ຄົ້ນພົບ ຊຶ່ງມີຮ່ອງຮອຍປະຫວັດສາດ ແລະ ອາຍຸຫຼາຍຮ້ອຍປີ ທີ່ຄົ້ນພົບບັນຈຸໄວ້ໃຫ້ມວນຊົນໄດ້ເຂົ້າຊົມ ແລະ ສັກກາລະບູຊາ.

* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 08-01-2010

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564