ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ທະນາຄານໂລກ ຈະໃຫ້ການຊ່ວຍເຫຼືອ 13 ລ້ານໂດລາ ແກ້ໄຂຜົນກະທົບຈາກໄພທຳມະຊາດ


(ຮູບປະກອບ)

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການປະເມີນຜົນກະທົບຜົນເສຍຫາຍ ແລະ ຄວາມຕ້ອງການທຶນຂອງບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸເກດສະໜາ ທັງເປັນການສືບຕໍ່ກອງປະຊຸມ ການລະດົມທຶນຈາກສາກົນ ໃນຄັ້ງວັນທີ 9 ຕຸລາ 2009 ແລະ 22 ຕຸລາ 2009 ກອງປະຊຸມໄດ້ຈັດຂື້ນໂດຍການເປັນ ປະທານຂອງ ທ່ານ ດຣ. ສິນລະວົງ ຄຸນໄພທູນ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ເຊິ່ງມີ ພະນັກງານຂັ້ນສູງຂອງຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງຕະຫຼອດຮອດຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມທັງໝົດ 85 ຄົນ.

ໃນວັນທີ 29 ກັນຍາ 2009 ລົມພາຍຸເກດສະໜາໄດ້ເຄື່ອນຍ້າຍຈາກປະເທດຫວຽດນາມເຂົ້າມາພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ສ້າງຄວາມເສຍຫາຍຢ່າງມະຫາສານ ດ້ວຍຄວາມເປັນຫວ່ງເປັນໃຍຕໍ່ຄວາມເສຍຫາຍດັ່ງກ່າວ ລັດຖະບານໄດ້ອະນຸມັດເງິນຈາກຄັງສຳຮອງ ຈຳນວນ 111 ຕື້ກີບ ຊ່ວຍຜູ້ປະສົບໄພພິບັດ ແລະ ຟື້ນຟູພື້ນຖານໂຄງລ່າງ ໃນ 3 ແຂວງພາກໃຕ້ ໃນກອງປະຊຸມຄັ້ງນີ້ ທ່ານ ດຣ. ຄຳລຽນ ພົນເສນາ ຫົວໜ້າກົມແຜນການກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຜົນເສຍຫາຍຈາກລົມພາຍຸເກດສະໜາ ແລະ ຄວາມຕ້ອງການທຶນໃນໄລຍະກາງ ແລະ ໄລຍະຍາວ ອີງຕາມການຕີລາຄາດັ່ງກ່າວ ຜົນເສຍຫາຍທັງໝົດ 58 ລ້ານໂດລາສະຫະລັດ ໃນນີ້ຂະແໜງທີ່ຖືກກະທົບ ຮຸນແຮງທີ່ສຸດແມ່ນຂະແໜງໂຄງລ່າງເສຍຫາຍ 24,8 ລ້ານໂດລາສະຫະລັດ ຮອງລົງມາແມ່ນຂະແໜງການຜະລິດ 22,3 ລ້ານໂດລາສະຫະລັດ ແລະ ຂະແໜງສັງຄົມ 10,9 ລ້ານໂດລາສະຫະລັດ.

ລົມພາຍຸເກດສະໜາໄດ້ສ້າງຄວາມເສຍຫາຍຕໍ່ປະຊາຊົນໃນ 5 ແຂວງ ຈຳນວນຫຼາຍກວ່າສອງແສນຄົນ ເຊິ່ງກວມເອົາ ຫຼາຍກວ່າ 20% ຂອງພົນລະເມືອງໃນ 5 ແຂວງ ໃນນັ້ນຍັງມີຄົນເສຍຊີວິດ ຈຳນວນ 28 ຄົນ ຈຳນວນບ້ານເຮືອນ ທີ່ຖືກເສຍຫາຍທັງໝົດແມ່ນ 3.178 ຫຼັງຄາເຮືອນ ໃນນີ້ ຈຳນວນ 1.984 ຫຼັງຄາເຮືອນ ແມ່ນຖືກທຳລາຍພຽງສ່ວນໃດ ສ່ວນໜື່ງ ແລະ 1.194 ແມ່ນຖືກທຳລາຍຈົນໝົດ ນອກຈາກນີ້ ທີ່ປະຊຸມຍັງໄດ້ຮັບຟັງການລາຍງານຈາກຂະແໜງການ ທີ່ກ່ຽວຂ້ອງກ່ຽວກັບການນຳໃຊ້ເງິນ 111 ຕື້ກີບ ທີ່ລັດຖະບານອະນຸມັດ ເພື່ອແກ້ໄຂບັນຫາສຸກເສີນ ການລະດົມທຶນ ຊ່ວຍເຫຼືອຈາກທຸກໆພາກສ່ວນໃນໄລຍະຜ່ານມາ ຜົນກະທົບຜົນເສຍຫາຍ ແລະ ຄວາມຕ້ອງການຂອງຂະແໜງທີ່ຖືກກະທົບ ໜັງໜ່ວງທີ່ສຸດເປັນຕົ້ນຂະແໜງໂຍທາທິການ ແລະ ກະສິກຳ ຄຽງຄູ່ກັນນັ້ນ ຍັງໄດ້ຮັບຟັງການລາຍງານກ່ຽວກັບຜົນກະທົບ ແລະ ຄວາມຕ້ອງການຈາກຮອງເຈົ້າແຂວງອັດຕະປື ເຊິ່ງຕາງໜ້າໃຫ້ແຂວງທີ່ຖືກກະທົບໜັກໜ່ວງທີ່ສຸດຄື: ແຂວງອັດຕະປື ແຂວງສາລະວັນ ແລະ ແຂວງເຊກອງ.

ເພື່ອແກ້ໄຂຜົນກະທົບດັ່ງກ່າວ ທ່ານ ອີລັງໂກວັນ ພັດຊາມຸທຸ ຜູ້ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ ໄດ້ແຈ້ງໃຫ້ ການຊ່ວຍເຫຼືອທີ່ປະຊຸມຈຳນວນ 13 ລ້ານໂດລາສະຫະລັດ ໃນນີ້ຈະຊ່ວຍເຫຼືອຂະແໜງໂຄງລ່າງທາງ 8 ລ້ານໂດລາ ແລະ ກະສິກຳ 5 ລ້ານໂດລາສະຫະລັດ.

ກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນເຖິງຜົນຮ້າຍຈາກໄພພິບັດທຳມະຊາດທີ່ເກີດຂື້ນ ເຊິ່ງເປັນອຸປະສັກອັນໜັກໜ່ວງຕໍ່ວຽກງານ ພັດທະນາເສດຖະກິດ-ສັງຄົມທົ່ວປະເທດ ແລະຍັງຍົກໃຫ້ເຫັນຄວາມສຳຄັນຂອງການເຝົ້າລະວັງ ແລະ ການປະເມີນຜົນ ກະທົບຈາກໄພພິບັດທຳມະຊາດ ທີ່ອາດຈະເກີດຂື້ນໃນຕໍ່ໜ້າ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 3-2-2010

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564