|

ດັ່ງທີ່ບັນດາທ່ານໄດ້ຮັບຊາບນຳກັນແລ້ວວ່າ ນັບແຕ່ວິກິດການເສດຖະກິດການເງິນໂລກ ໄດ້ເກີດຂຶ້ນໃນທ້າຍປີ
2008 ເປັນຕົ້ນ
ມາ ແມ່ນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດຊຶ່ງຍັງສືບຕໍ່
ແຜ່ລາມໄປຢ່າງກວ້າງຂວາງ ແລະ ບໍ່ທັນສາມາດຄາດຄະເນໄດ້ຢ່າງຊັດເຈນວ່າ ວິກິດການດ້ານການເງິນຈະສິ້ນສຸດລົງເວລາ
ໃດ ສປປ ລາວ ທີ່ເປັນປະເທດກຳລັງພັດທະນາໃນຫຼາຍຂົງເຂດ ກໍໄດ້ຮັບຜົນກະທົບຈາກວິກິດການ ສະແດງໃຫ້ເຫັນການ
ປະຕິບັດແຜນເສດຖະກິດ-ສັງຄົມ ແລະ ແຜນການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ໃນສົກປີ 2008-2009 ຄື:ການລົງທຶນ
ຈາກຕ່າງປະເທດ ຕົກຢູ່ໃນສະພາບທົດຖອຍ ລວມໄປເຖິງບາງໂຄງການທີ່ກຳລັງຈັດຕັ້ງປະຕິບັດ ຂາດສະພາບຄ່ອງດ້ານການ
ເງິນ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງຕໍ່ເນື່ອງ.
ດັ່ງນັ້ນ ໃນໂອກາດທີ່ທ່ານ ດຣ. ຈັດສະຕິນ ຢີຟູຫຼິນ ຮອງປະທານອາວຸໂສ ຫົວໜ້າເສດຖະກິດທະນາຄານໂລກເດີນທາງມາ
ຢ້ຽມຢາມ ສປປ ລາວ ແຕ່ວັນທີ 26-27 ມິຖຸນາ 2009 ໃນວັນທີ 27 ມິຖຸນາ 2009 ໄດ້ມີກອງປະຊຸມລະດັບສູງລະຫວ່າງ
ລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານໂລກ ຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນ
ປະທານຂອງທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ກອງປະຊຸມພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ໄດ້ກ່າວເປີດປະຊຸມແລ້ວ ທ່ານ ດຣ. ຈັດສະຕິນ ຢີຟູຫຼິນ ໄດ້ຍົກໃຫ້ເຫັນ
ການທົດຖອຍຂອງເສດຖະກິດໂລກ ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ການໝູນວຽນຂອງທຶນໃນປະເທດ ທີ່ກຳລັງພັດທະນາ
ບົດລາຍງານການພັດທະນາດ້ານການເງິນ 2009 ກ່ຽວກັບການວາງແຜນການຟື້ນຕົວຂອງເສດຖະກິດໂລກ ໄດ້ເຕືອນວ່າ
ປັດຈຸບັນໂລກກຳລັງກ້າວເຂົ້າສູ່ໄລຍະທີ່ມີການເຕີບໂຕທີ່ຊ້າລົງກ່ວາເກົ່າ ເຊິ່ງຈຳເປັນຈະຕ້ອງມີລະບົບການຄຸ້ມຄອງຕິດຕາມ
ທີ່ເຄັ່ງຄັດ ແລະ ມີປະສິດທິຜົນຫຼາຍຂຶ້ນກ່ວາເກົ່າ ປະເທດທີ່ກຳລັງພັດທະນາ ຄາດວ່າຈະເຕີບໂຕພຽງແຕ່ 1,2%
ໃນປີນີ້
ຫຼັງຈາກທີ່ເຄີຍເຕີບໂຕຢູ່ໃນ 8,1% ໃນປີ 2007 ແລະ 5,9% ໃນປີ 2008 ຖ້າລວມເອົາຈີນ ແລະ ອິນເດຍ ຜະລິດຕະ
ພັນຂອງປະເທດທີ່ກຳລັງພັດທະນາຄາດວ່າຈະຫຼຸດລົງເຖິງ 1,6% ເຊິ່ງຈະສືບຕໍ່ເຮັດໃຫ້ມີການຫວ່າງງານເກີດຂຶ້ນຫຼາຍກ່ວາ
ເກົ່າ ແລະ ເຮັດໃຫ້ຫຼາຍໆຄົນຕົກຢູ່ໃນສະຖານະທີ່ທຸກຍາກ ການເຕີບໂຕຂອງໂລກ ຄາດວ່າຈະເປັນໄປໃນທາງລົບ ເຊິ່ງຈະ
ເຮັດໃຫ້ການເຕີບໂຕຂອງຜະລິດຕະພັນພາຍໃນໂລກ ຫຼຸດລົງເຖິງ 2,9% ໃນປີ 2009.
ນອກນີ້ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງຄະນະລັດຖະບານລາວກັບ
ທະນາຄານໂລກ ເພື່ອພ້ອມກັນຊອກຫາຊ່ອງທາງໃນການກຽມພ້ອມຮັບມື ກັບວິກິດການດ້ານການເງິນທີ່ເກີດຂຶ້ນທົ່ວໂລກ
ໃນປັດຈຸບັນ.
ຂ່າວແຈ້ງຕື່ມອີກວ່າ: ວັນທີ 26 ມິຖຸນາ 2009 ຜ່ານມານີ້ ທີ່ໂຮງແຮມລາວພລາຊາ ນວ ກະຊວງການເງິນກັບທະນາຄານ
ໂລກ ຍັງໄດ້ປາຖະກະຖາ ວິກິດການການເງິນໂລກ ໃນໂອກາດທີ່ທ່ານ ດຣ. ຈັດສະຕິນ ຢີຟູຫຼິນ ຮອງປະທານອາວຸໂສ
ຫົວໜ້າເສດຖະກິດທະນາຄານໂລກ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນກຽດເຂົ້າຮ່ວມມີທ່ານນາງ ວຽງທອງ ສີພັນ
ດອນ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ທູຕານຸທູດ ຫົວໜ້າຫ້ອງການ ກົມຈາກກະຊວງກ່ຽວຂ້ອງ ຜູ້ຕາງໜ້າຈາກ
ສະຖາບັນການເງິນສາກົນ ແລະ ນັກສຶກສາລາວ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
1-07-2009 |