|
ວັນທີ
23/11/2009 ທ່ານ
ພັນ
ວິໄລສົມ
ຮອງຫົວ
ຫນ້າກົມນະໂຍບາຍການຄ້າ
ຕ່າງປະເທດ,
ກະຊວງອຸດສາ
ຫະກຳ ແລະ
ການຄ້າໄດ້ເປັນ
ປະທານເປີດກອງປະຊຸມ
ເຜີຍແຜ່ບົດສຶກສາຜົນກະທົບ
ຂອງການເຂົ້າເປັນສະມາຊິກ
ອົງການການຄ້າໂລກ(WTO)
ຕໍ່ຂະແຫນງອຸດສາຫະກຳຊີ
ມັງ, ເຫລັ້ກເສັ້ນ
ແລະ ເບຍ
ທີ່ໂຮງແຮມລາວພລາຊາ
ໂດຍ
ມີຜູ້ເຂົ້າຮ່ວມຈຳນວນ
40 ທ່ານ
ຈາກພາກລັດ,
ອົງການຈັດ
ຕັ້ງສາກົນ
ແລະ ທຸລະກິດທີ່
ກ່ຽວຂ້ອງໃຫ້ກຽດເຂົ້າຮ່ວມ.ໃນໂອກາດນີ້,
ທ່ານ
ພັນ
ວິໄລສົມ ໄດ້ລາຍງານໂດຍສັງ
ເຂບກ່ຽວກັບປະຫວັດຄວາມ
ເປັນມາກ່ອນການສ້າງບົດສຶກ
ສານີ້.
ຈຸດປະສົງຕົ້ນຕໍຂອງບົດສຶກສາແມ່ນເພື່ອສ້າງຄວາມ
ຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ບັນ
ດາກະຊວງ
ຂະແຫນງການ
ກ່ຽວຂ້ອງໃນການທົບທວນ
ແລະ
ປັບປຸງບັນດານິຕິກຳໃຫ້
ສອດຄ່ອງກັບລະບຽບການ
ຂອງ WTO,
ພ້ອມດຽວກັນກໍ່
ເປັນການສະຫນອງຂໍ້ມູນພື້ນ
ຖານທີ່ຕິດພັນກັບການສົ່ງເສີມ ແລະ
ປົກປ້ອງອຸດສາຫະກຳ
ພາຍໃນພາຍໃຕ້ຂອບ
WTO ໃຫ້ແກ່ພາກທຸລະກິດ
ເພື່ອກຽມ
ພ້ອມຮັບມືກັບການແຂ່ງຂັນ ໃນເວທີສາກົນ.
ນອກຈາກນີ້,
ຍັງສາມາດຫມູນໃຊ້ຫມາກຜົນ ແລະ
ຂໍ້ສະເຫນີ
ດ້ານນະໂຍ
ບາຍຂອງບົດສຶກສາເພື່ອປະ
ກອບເຂົ້າໃນການພັດທະນາ
ໂຄງສ້າງດ້ານນິຕິກຳ
ແລະ ນຳ ໃຊ້ຂໍ້ມູນບາງສ່ວນເຂົ້າໃນການ
ກຳນົດທິດທາງການເຈລະຈາ
ເຂົ້າເປັນສະມາຊິກ
WTO ຂອງ
ສປປ
ລາວ.
*
ຄັດຈາກ: ໜັງສືພິມປະຊາຊົນ, ສະບັບວັນທີ
25-11-2009 |