|

ຕາມຂ່າວຕ່າງປະເທດ ປະເທດທີ່ໃຊ້ເງິນເອີໂຣຮ່ວມກັນ (ເອີໂຣໂຊນ) ມີເສດຖະກິດຫຼຸດລົງ 0,2% ລະຫວ່າງ
ເດືອນເມສາ ເຖິງເດືອນມິຖຸນາ ຊຶ່ງສະແດງໃຫ້ເຫັນວ່າ ເສດຖະກິດໃນກຸ່ມເອີໂຣໂຊນ ກຳລັງເຂົ້າສູ່ພາວະຖົດຖອຍ.
ມີສາມປະເທດໃຫຍ່ໃນກຸ່ມເອີໂຣໂຊນ ປະສົບບັນຫາເສດຖະກິດຖົດຖອຍໃນໄຕມາດ 2 ຂອງປີ 2008 ຊຶ່ງເຢຍ
ລະມັນ ທີ່ມີເສດຖະກິດໃຫຍ່ທີ່ສຸດໃນເອີຣົບ ມີເສດຖະກິດໃນໄຕມາດ 2 ຫລຸດລົງ 0,5% ເມື່ອທຽບກັບໄຕມາດທີ 1 ຂອງປີ
2008 ຖືເປັນຄັ້ງທຳອິດໃນຮອບ 4 ປີ ທີ່ເສດຖະກິດເຢຍລະມັນ ຫຼຸດລົງ ສ່ວນເສດຖະກິດຂອງຝຣັ່ງ ແລະ ອີຕາລີ ຫຼຸດລົງ
ເທົ່າກັນ ທີ່ 0,3% ໃນໄຕມາດທີ 2 ຂອງປີ 2008 ເນື່ອງຈາກວ່າ ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ພາກການສົ່ງອອກທີ່
ຫຼຸດລົງ ເພາະທີ່ຜ່ານມາເງິນເອີໂຣ ແຂງຄ່າຂຶ້ນ ເມື່ອທຽບກັບເງິນໂດລາສະຫະລັດ ສົ່ງຜົນໃຫ້ສິນຄ້າສົ່ງອອກຂອງກຸ່ມເອີ
ໂຣໂຊນ ມີລາຄາແພງຂຶ້ນ ຈຶ່ງເຮັດໃຫ້ການສົ່ງອອກສິນຄ້າໄດ້ໜ້ອຍລົງ ປະກອບກັບຄວາມຕ້ອງການສິນຄ້າທົ່ວໂລກ ກໍມີ
ໜ້ອຍເຊັ່ນກັນ.
ລັດຖະມົນຕີການເງິນເຢຍລະມັນ ຄາດວ່າ ເສດຖະກິດເຢຍລະມັນ ອາດຫຼຸດລົງອີກໃນໄຕມາດຕໍ່ໄປ ຊຶ່ງຖ້າເປັນ
ເຊັ່ນນັ້ນ ເສດຖະກິດເຢຍລະມັນ ຈະເຂົ້າສູ່ພາວະຖົດຖອຍຢ່າງເປັນທາງການ ແລະ ອາດສົ່ງຜົນກະທົບຕໍ່ກຸ່ມເອີໂຣໂຊນ
ເພາະຄັ້ງໜຶ່ງ ເຢຍລະມັນ ເຄີຍເປັນປະເທດທີ່ສຳຄັນທີ່ເປັນຕົວກຳນົດການຂະຫຍາຍຕົວຂອງເສດຖະກິດໃນກຸ່ມນີ້ ເຖິງ
ວ່າເສດຖະກິດໃນໄຕມາດ 2 ຈະຫຼຸດລົງ ແຕ່ລັດຖະບານເຢຍລະມັນ ຄາດວ່າ ເສດຖະກິດເຢຍລະມັນ ຈະຂະຫຍາຍຕົວໄດ້
ເຖິງ 1,7% ໃນປີ 2008 ນີ້.
ປະເທດເຢຍລະມັນ ຝຣັ່ງ ແລະ ອີຕາລີ ຕ່າງກໍປະສົບບັນຫາເສດຖະກິດຖົດຖອຍໃນໄຕມາດ 2 ຂອງປີນີ້ ຊຶ່ງ
ເຫຼືອພຽງປະເທດ ແອດສະປາຍປະເທດດຽວໃນກຸ່ມເສດຖະກິດໃຫຍ່ຂອງກຸ່ມເອີໂຣໂຊນ ທີ່ສາມາດຮັກສາການຂະຫຍາຍ
ຕົວທາງເສດຖະກິດໄດ້ ໂດຍທີ່ເສດຖະກິດຂອງແອດສະປາຍ ໃນໄຕມາດ 2 ຂະຫຍາຍຕົວ 0,1% ເມື່ອທຽບກັບໄຕມາດທີ່
ຜ່ານມາ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
19-08-2008 |