ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຫວຽດນາມເປີດກວ້າງເຂດເສດຖະກິດ-ການຄ້າ ພິເສດລາວບາວ

ເອກະສານທາງການຂອງຫ້ອງວ່າການລັດຖະບານຫວຽດນາມໃຫ້ຮູ້ວ່າ: ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຊິງຮຸ່ງ ໄດ້ເຫັນດີບົນຫຼັກການກັບຂໍ້ມູນສະເໜີຂອງຄະນະກຳມະການປະຊາຊົນແຂວງກວາງຈິ (ພາກກາງຫວຽດນາມ) ວ່າດ້ວຍການເປີດກວ້າງເຂດເສດຖະກິດ-ການຄ້າພິເສດລາວບາວ.

ເຂດເສດຖະກິດ-ການຄ້າພິເສດລາວບາວ ຂື້ນກັບພື້ນທີ່ເມືອງເຮື້ອງຮ້ວາ ແຂວງກວາງຈິ ຫ່າງຈາກເມືອງດົງຮ່າ (ເມືອງເອກຂອງກວາງຈິ 60 ກມ ແລະ ຫ່າງຈາກທ່າກຳປັ່ນເກືອຫວຽດ ກວ່າ 70 ກມ ໄປທາງທິດຕາເວັນຕົກ ຫ່າງຈາກ ນະຄອນເວ້ 150 ກມ ໄປທາງທິດຕາເວັນຕົກສຽງເໜືອ ເຂດເສດຖະກິດແຫ່ງນີ້ ນອກຢູ່ໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ ເປັນແລວການຄ້າກັບລາວ ໄທ ແລະ ມຽນມ້າ ໂດຍຜ່ານດ່ານສາກົນລາວບາວ-ແດນສະຫວັນ (ແຂວງສະຫວັນນະເຂດຂອງລາວ) ມີເນື້ອທີ່ທັງໝົດກວ່າ 15.800 ຮຕ ປັດຈຸບັນນີ້ ມີໂຄງການລົງທຶນຂອງຫວຽດນາມ ແລະ ຕ່າງປະເທດຈຳນວນຫຼາຍພວມເຄື່ອນໄຫວຢູ່ທີ່ນີ້.

ເຂດເສດຖະກິດ-ການຄ້າພິເສດລາວບາວ ເປັນຮູບແບບຕົວເມືອງໃໝ່ ດ້ວຍຈັງຫວະຄວາມເຕີບໂຕ ແລະ ພັດທະນາທີ່ ແຂງແຮງ ໂຄງສ້າງເສດຖະກິດມີການຫັນປ່ຽນໄວໄປໃນທິດການພັດທະນາການຄ້າບໍລິການ ທ່ອງທ່ຽວ ແລະ ອຸດສາຫະກຳ ຊຶ່ງມີຄວາມຫວັງວ່າຈະກາຍເປັນເຂດເສດຖະກິດທີ່ສຳຄັນຂອງແຂວງກວາງຈິ ກໍຄືໃນທົ່ວພາກກາງຫວຽດນາມ.

ເມື່ອເປັນດັ່ງນັ້ນ ຄະນະກຳມະການປະຊາຊົນແຂວງກວາງຈິ ຈຶ່ງໄດ້ນຳສະເໜີຕໍ່ລັດຖະບານ ເພື່ອໃຫ້ອະນຸຍາດເປີດກວ້າງ ເຂດເສດຖະກິດ-ການຄ້າພິເສດດັ່ງກ່າວ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ໄດ້ປຽບຂອງເຂດນີ້ ແລະ ດຶງດູດ ເອົານັກລົງທຶນພາຍໃນຫວຽດນາມ ແລະ ຕ່າງປະເທດນັບມື້ນັບຫຼາຍຂື້ນ ປະກອບສ່ວນຊຸກຍູ້ເສດຖະກິດຂອງແຂວງກວາງຈິ ຄຽງຄູ່ກັນນັ້ນ ການເປີດກວ້າງເຂດເສດຖະກິດ-ການຄ້າພິເສດດັ່ງກ່າວ ຍັງຈະເປັນການປະກອບສ່ວນເຂົ້າໃນການເພີ່ມທະວີ ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດຫວຽດນາມ ລາວ ແລະ ປະເທດຕ່າງໆ ໃນພາກພື້ນດ້ວຍ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 3-2-2010

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564