ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຜູ້ຈັດການບານເຕະຍິງ 4 ຊາດ ໃຫ້ສຳພາດກ່ອນລົງສະໜາມວຽງຈັນເກມ

ບັນດາຜູ້ຈັດການທິມບານເຕະຍິງ 4 ຊາດ ໄດ້ໃຫ້ທັດສະນະກ່ຽວກັບຄວາມພ້ອມຂອງທິມຕົນເອງ ກ່ອນລົງສະໜາມ ນັດທຳອິດໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດ ຂື້ນໃນລະຫວ່າງວັນທີ 9-18 ທັນວາ 2009 ໃນວັນທີ 3 ທັນວາ 2009 ຢູ່ທີ່ສູນເຝິກກີລາບານເຕະແຫ່ງຊາດ (ຫ້ວຍຫົງ) ດັ່ງມີລາຍລະອຽດຄື: ທ່ານ Frederico ຜູ້ຈັດການທີມຊາດໄທ ໄດ້ກ່າວວ່າ: ນັກເຕະທິມຊາດໄທມີຄວາມພ້ອມທີ່ຈະລົງສະໜາມໃນງານມະຫະກຳກີລາ ຊີເກມຄັ້ງນີ້ ເຊິ່ງບັນຫາໜັກແມ່ນເລື່ອງຄູ່ຕໍ່ສູ້ ເພາະວ່າເຂົາເຈົ້າກໍໄດ້ພັດທະນາມາເປັນຢ່າງດີ ສະນັ້ນ ເຮົາຕ້ອງເບິ່ງກັນ ໃນການແຂ່ງຂັນເທົ່ານັ້ນ ແຕ່ພວກເຮົາກໍມີຄວາມໝັ້ນໃຈວ່າຈະຜ່ານຄູ່ຕໍ່ສູ້ໃຫ້ໄດ້ ເພາະວ່ານັກເຕະຫຼັກໆດີໆຂອງທິມແມ່ນ ໄດ້ລົງສະໜາມໝົດທຸກຄົນ.

ທ່ານ Zhang Yen ຜູ້ຈັດການທິມຊາດມາເລເຊຍໄດ້ກ່າວວ່າ: ສຳລັບທິມຊາດມາເລເຊຍສ່ວນຫຼາຍຍັງໃຊ້ຄູເຝິກເປັນຄົນ ມາເລເຊຍ ສ່ວນນັກເຕະຍິງທິມຊາດ ແມ່ນໄດ້ເຝິກຊ້ອມຢ່າງໜັກກັບນັກເຕະຊາຍ ເພາະວ່າແມ່ຍິງມາເລເຊຍບໍ່ຄ່ອຍຈະ ເຕະບານເກັ່ງປານໃດ ເລື່ອງການຄາດຫວັງເປັນເຈົ້າຂອງຫຼຽນແມ່ນບໍ່ໄດ້ຄາດຫວັງສູງປານໃດ ຄືກັບຊາດອື່ນທີ່ມີປະສົບ ການແຕ່ກໍຈະສູ້ສຸດຂີດ ແລະ ຈະປ້ອງກັນບໍ່ໃຫ້ທິມອື່ນຍິງປະຕູທິມຕົນເອງຫຼາຍ ເຊິ່ງຢ່າງນ້ອຍພວກເຮົາຄາດຫວັງຢູ່ອັນດັບທີ 3 ສຳຄັນທີ່ສຸດແມ່ນ ເພື່ອເກັບປະສົບການ ເພື່ອປັບປຸງທິມກໍຄືພັດທະນາໃນຕໍ່ໜ້າ.

ທ່ານ Ohn Kyaing ຜູ້ຈັດການທິມຊາດມຽນມາ ໄດ້ກ່າວວ່າ: ນັກເຕະທິມຊາດຊຸດນີ້ລ້ວນແລ້ວແຕ່ແມ່ນນັກເຕະມີປະສົບ ການສູງ ມີຄວາມສາມາດ ແລະ ມີອາຍຸຕ່ຳ ສຳລັບຄວາມຫວັງແມ່ນຈະຍາດເອົາແຊັມກັບບ້ານໃຫ້ໄດ້ສຳລັບທິມທີ່ແຂງ ແລະ ຄາດວ່າຈະໄດ້ຕັດສິນກັນໃນຮອບສຸດທ້າຍ ກັບທິມຕົນເອງ ຄິດວ່າຈະແມ່ນທິມຊາດໄທ ຫຼື ຫວຽດນາມ ເພາະ 3 ທິມນີ້ ໄດ້ຜັດປ່ຽນກັນເປັນແຊັມຕະຫຼອດສຳລັບນັດທຳອິດ ທີ່ຈະລົງແຂ່ງຂັນແມ່ນຈະພົບກັບທິມເຈົ້າພາບ ສປປ ລາວ ເຖິງວ່າ ຈະເປັນນັດທຳອິດ ແຕ່ພວກເຮົາກໍຈະບໍ່ປະໝາດ ແລະ ສູ້ສຸດຂີດ ເພື່ອຍາດໄຊຊະນະໃຫ້ໄດ້ ສຳລັບຜົນງານໃນຊີເກມ ຄັ້ງທີ 24 ທີ່ປະເທດໄທ ທິມຊາດມຽນມາແມ່ນໄດ້ທີ 3 ແຕ່ປີຜ່ານໆມາໄດ້ທີ 2 ສຳລັບງານແຂ່ງຂັນລາຍການອາຊຽນ ແຊັມປຽນຊິບ ມຽນມາສາມາດຍາດໄດ້ແຊັມ 2 ຄັ້ງແລ້ວ.

ທ່ານນາງ ວາລີ ເວດສະພົງ ຮອງຄະນະກຳມະການເຕະບານຍິງ ຜູ້ຈັດການທິມຊາດລາວໄດ້ກ່າວວ່າ: ພາຍຫຼັງທີ່ໄດ້ ເກັບຕົວ ເຝິກຊ້ອມມາໄດ້ 7 ເດືອນ ກວ່າຜ່ານມາຮອດປັດຈຸບັນທິມຊາດລາວ ແມ່ນມີຄວາມພ້ອມທີ່ຈະລົງສະໜາມ ບໍ່ວ່າຈະເປັນດ້ານຈິດໃຈກໍຄືຮ່າງກາຍ ແຕ່ເຖິງຢ່າງໃດກໍດີ ພວກເຮົາກໍຍັງມີປະສົບການໜ້ອຍ ຖ້າທຽບໃສ່ໄທ ຫວຽດນາມ ແລະ ມຽນມາ ເພາະວ່າເຮົາຫາກໍໄດ້ສົ່ງເຂົ້າຮ່ວມໃນຊີເກມຄັ້ງຜ່ານມາ ສະນັ້ນ ໃນເບື້ອງຕົ້ນພວກເຮົາມີຄວາມຫວັງ 50% ໃນການຍາດຊີງຫຼຽນໄຊ ໂດຍໄລຍະຜ່ານມາ ພວກເຮົາກໍໄດ້ເຕະອຸ່ນກັບຫວຽດນາມ ໄທ ສຳລັບການວາງແຜນທິມ ແມ່ນຂໍປິດລັບໄວ້ກ່ອນ ສ່ວນເປົ້າໝາຍແມ່ນຄາດວ່າຈະສູ້ຊົນໃຫ້ໄດ້ຫຼຽນໃດ ຫຼຽນໜື່ງ ໂດຍໃນຊີເກມຄັ້ງກ່ອນພວກເຮົາ ແມ່ນໄດ້ອັນດັບ 4 ແລະ ແນ່ນອນຄັ້ງນີ້ ພວກເຮົາຈະສູ້ຊົນໃຫ້ດີຂື້ນສູ່ອັນດັບ 3-2 ຫຼື ອັນດັບ 1 ຕໍ່ໄປ ໂດຍນັກເຕະ ທີ່ຈະລົງສະໜາມລ້ວນແລ້ວ ແຕ່ເປັນນັກເຕະດີໆ ແລະ ມີຄວາມສາມາດສູງ.

* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 04-12-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564