ເວັບໃຊທ໌ທີ່ໃຫ້ຫລາຍກວ່າຄວາມຮູ້ ແລະ ຄວາມບັນເທີງ

ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ມະຫາກຳກິລາຊີເກມຄັ້ງທີ 25 ໄດ້ໄຂຂຶ້ນຢ່າງຍິ່ງໃຫຍທີ່ສະຫນາມກິລາແຫ່ງຊາດນະຄອນຫລວງວຽງຈັນ

ມະຫາກຳຊີເກມ ຄັ້ງທີ 25 ທີ່ ສປປ ລາວປັນເຈົ້າພາບດ້ເປີດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນຄໍ່າຂອງວັນທີ 9 ທັນວາ 2009 ທີ່ສະໜາມກິລາແຫ່ງຊາດ (ຫລັກ16) ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມປັນກຽດຂອງພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດຫ່ງ ສປປ ລາວ, ພະນທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເປັນກຽດເຂົ້າຮ່ວມງານ ມະຫາກຳກິລາຊີເກມຄັ້ງນີ້ຍັງມີ ສົມເດັດອັກຄະມະຫາເສ ນາບໍດີ ເຕໂຈ ຮຸນແຊນ ນາຍົກ ລັດຖະມົນຕີ ແຫ່ງ ລາຊະອນາຈັກກຳປູເຈຍ, ທ່ານພົນອກທນເຊນ ນາຍົກລັດຖມົນຕີ ແຫ່ງ ສະຫະພາບມຽນມາ, ທ່ານອາພິສິດວດຊຊີວນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກໄທ, ທ່ານ ຫງວຽນເຕິນຢຸງ ນາຍົກລັດຖມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານສຸລິນ ພິດສຸວັນລຂາທິການໃຫຍ່ອາຊຽນ, ພ້ອມແຂກທັງພາຍໃນ ແລະ ຕ່າງປະເທດ, ມວນຊົນລາວ ແລະ ປະເທດອ້ອມຂ້າງເຂົ້າ ຮ່ວມເຕັມສະໜາມ.

ທ່ານ ສົມສະຫວາດລັ່ງສະຫວັດ ຮອງນາຍົກລັດຖມົນຕີ ແຫ່ງ ສປປ ລາວ, ປະທານຄະນະກຳມະການຈັດ ມະຫາກຳກິລາຊີເກມ ຄັ້ງທີ 25 ໄດ້ກ່າວໃນພິທີວ່າ: ໃນເດືອນ ມິຖຸນາປີ 1959 ສະຫະພັນກລາຊີເກມດ້ຮັບການສ້າງຕັ້ງ ຂຶ້ນໂດຍ 6 ປະຊາຊາດໃນອຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ກໍ່ມີປະເທດລາວ. ມາຮອດປີ 2003 ອີງຕາມຄຳສະເໜີຂອງ ກຳມະການໂອລິມປິກແຫ່ງຊາດລາວ, ຄະນະມົນຕີຊີເກມ ຈຶ່ງໄດ້ຕົກລົງເຫັນດີໃຫສປປ ລາວປັນເຈົ້າພາບມະຫາກຊີເກມ ຄັ້ງທີ 25 ໃນປີ 2009 ເຊິ່ງກໍ່ພໍດີກັບວັນຄົບຮອບ 50 ປີແຫ່ງການສ້າງຕັ້ງສະຫະພັນ ຊີເກມ. ຂ້າພະເຈົ້າຂໍລາຍງານ ວ່າຊີເກມຄັ້ງທີ 25 ມີ 25 ປະເພດກິລາ ແລະ ມີນັກກິລຈາກ 11 ປະເທດສະມາຊິກຈນວນ 3.038 ຄົນເຂົ້າຮ່ວມ. ອັນທີ່ເປັນພິເສດສຳລັບຊີເກມ ຄັ້ງນີ້ແມ່ນພວກເຮົາໄດ້ຮັບ ກຽດຕ້ອນຮັບນາຍົກລັດຖະມົນ ຕີຂອງ 4 ປະເທດເພື່ອນ ບ້ານໃກ້ຄຽງ ແລະ ເລຂາທການໃຫຍ່ອາຊຽນຊິ່ງເປັນຫດການທີ່ບໍ່ເຄີຍມີໃນມະຫ ກຳກິລາຊີເກມຄັ້ງຜ່ານໆມາ, ສະຫລຸບວ່າມາເຖິງເວລານາທີນີ້ ການກະກຽມດ້ານຕ່າງໆ ແມ່ນໄດ້ສຳເລັດເສັດສິ້ນເປັນ ທີ່ຮຽບຮ້ອຍ ແລະ ຮັບປະກັນມາດຕະຖານຂອງການຈັດຂ່ງຂັນກິລາຊີເກມທຸກປການ.ຫລັງຈາກນັ້ນ, ພະນທ່ານ ຈູມມາລີ ໄຊຍະສອນ ປະທານປະເທດຫ່ງ ສປປ ລາວ ກໍ່ໄດ້ໃຫ້ກຽດກ່າວເປີດ ມະຫາກຳກິລາຊີເກມ ຄັ້ງທີ 25 ຢ່າງເປັນທາງການ.ຫລັງຈາກນັ້ນ, ກໍ່ມີຂບວນສວນສະໜາມຂອງນັກກ ລາເຂົ້າສູ່ສະໜາມຕາມລຳດັບ ຕົວອັກສອນລາຕິນ ແລະ ປິດທ້າຍດ້ວຍຂະບວນກິລາຂອງ ສປປ ລາວເຈົ້າພາບ, ຕິດຕາມດ້ວຍການສະແດງ 7 ລາຍການ, ມີນັກສະແດງ 8 ພັນ ກ່ວາຄົນທີ່ເຈົ້າພາບນຳສະເໜີ ໃຫ້ແຂກໄດ້ຊົມປັນການປສົມປະສານຢ່າງກົມກຽວລຫວ່າງສິລະປະວັດທະນະທ ຄວາມເປັນລາວ ແລະ ວິວັດທະນາການຂອງໂລກອ້ອມຂ້າງຊິ່ງເລີ່ມຕົ້ນດ້ວຍບົດຟ້ອນ ຍິນດີຕ້ອນຮັບ ກິລາຊີເກມ ລວມເອົານັກສະແດງພັນກ່ວາຄົນ, ສັນຍາລັກນຳໂຊກ ຊ້າງຈຳປີຈຳປອອກມາທັກທາຍມວນຊົນ, ຈາກນັ້ນບັນດນາງສາວໃນຊຸດປະຈຳຊາດ ຂອງແຕ່ລະປະເທດ ກໍ່ອອກມກັບທ່າຟ້ອນຂອງປະເທດນັ້ນໆ ເຊິ່ງສ້າງຄວາມຕື້ນຕັນໃຈໃຫ້ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ ສະແດງເຖິງຄວາມອຸດົມຮັ່ງມີ ແລະ ທິວທັດທຳມະຊາດອັນ ສວຍສົດງົດງາມຂອງປະເທດລາວ ອອນຊອນທົ່ງນສີຄ ບົດຟ້ອນນີ້ທົ່ວບໍລິເວນຈະເຫລືອງເຫລື້ອມໄປດ້ວຍຮວງຂົ້າທີ່ສຸກເຫລືອງ, ມວນຊົນ ຕ່າງຊາບຊຶ້ງເຖິງຄຸນຄ່າຂອງ ເຂົ້າເຊິ່ງເປັນອາຫານຫລໍ່ລ້ຽງ ຊີວິດ ແລະ ເຂົ້າໜຽວ ກໍ່ເປັນ ພືດພັນເຂົ້າທີ່ເປັນເອກະລັກ ປະຈຳຊາດຂອງລາວ, ຈາກທົ່ງນາສີຄທົ່ວສະໜາມກໍ່ແດງຈ້ງດັ່ງສີຄຳ ເມື່ອນັກຟ້ອນຍິງນຊຸດສີແດງບູຮານລາວ ພ້ອມຖືທຽນໃນດອກບົວຂາວອອກມາສະແດງທ່າຟ້ອນອັນສະຫງ່າ ແລະ ອອນຊອນ ທັງຮັດເປັນຮູບຕົວໜັງສື ເຊິ່ງເປັນ ສັນຍາລັກຂອງການແຂ່ງຂັນກິລາ ພ້ອມຍັງແຝງມາພ້ອມກັບ ອະລິຍະທຳຂອງຄົນລາວທີ່ຮັກຄ່ໄຝ່ຫາສັນຕິພາບຢູ່ຕາມສິນ ກິນຕາມທຳ ແລະ ປິດທ້າຍ ການຍິງດອກໄມ້ໄຟທີ່ສວຍງາມປະທັບໃຈ.

* ຂັດຈາກ: ໜັງສືປະຊາຊົນ, ສະບັບວັນທີ 09-12-2009

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564