|
ສຳລັບປີ້ເຂົ້າຊົມໃນມື້ພິທີເປີດ-ປິດງານມະຫະກຳກີລາຊີເກມ
ຄັ້ງທີ 25 ນັ້ນແມ່ນຈຳໜ່າຍເກືອບຈະໝົດແລ້ວ
ສ່ວນປີ້ເຂົ້າ
ຊົມກີລາແຕ່ລະປະເພດກໍມີວາງຈຳໜ່າຍເຊັ່ນກັນ.
ທ່ານ ພັນຄຳ ວົງຂັນຕີ
ຜູ້ອຳນວຍການບໍລິສັດວົງຂັນຕີ ກໍ່ສ້າງ
ຜູ້ທີ່ໄດ້ຮັບລິຂະສິດ
ຈັດຈຳໜ່າຍປີ້ເຂົ້າຊົມງານມະຫະກຳ ກີລາຊີເກມ
ຄັ້ງທີ 25 ໄດ້ໃຫ້ສຳພາດວ່າ:
ສະເພາະປີ້ເຂົ້າຊົມພິທີເປີດ-ປິດຊີເກມນັ້ນ
ມາຮອດປັດຈຸບັນແມ່ນຂາຍໃກ້ ຈະໝົດແລ້ວ
ຊຶ່ງຍັງຈຳນວນໜື່ງທີ່ຜູ້ຊົມໄດ້ໂທລະສັບມາສັ່ງຈອງໄວ້ແລ້ວ
ແຕ່ຍັງບໍ່ທັນເຂົ້າມາເອົາເທື່ອ ເນື່ອງຈາກບ້ານຢູ່ໄກ
ຖ້າມາເອົາຊ້າກ່ອນກຳນົດແມ່ນຈະຂາຍໃຫ້ຄົນອື່ນຕໍ່ໄປ.
ທ່ານ ພັນຄຳ ວົງຂັນຕີ ໄດ້ແຈ້ງໃຫ້ຮູ້ອີກວ່າ:
ປັດຈຸບັນນີ້ກໍມີຫາງສຽງອອກມາວ່າ
ສະເພາະປີ້ເຂົ້າຊົມພິທີເປີດ-ປິດຊີເກມນັ້ນ ໄດ້ມີຜູ້ຊົມຈຳນວນໜື່ງຊື້ໄປແບ່ງຂາຍມື້ເປີດ
ແລະ ມື້ປິດ ປີ້ເຂົ້າຊົມກີລາບານເຕະແຕ່ລະນັດ
ກໍໄດ້ຊື້ໄປຂາຍຕໍ່ກິນກຳໄລ ໃນກໍລະນີນີ້ຖ້າຜູ້ໃດພົບເຫັນຕ້ອງລາຍງານຫາເຈົ້າໜ້າທີ່ໂດຍດ່ວນ
ເພາະເຫັນວ່າຜິດຕໍ່ລະບຽບ ແລະ
ອີກດ້ານໜື່ງຜູ້ຊົມ ທີ່ຊື້ປີ້ໄປຊົມກີລາ ໂດຍສະເພາະແມ່ນກີລາບານເຕະ
ຕ້ອງເຂົ້າໃຫ້ຖືກໂຊນຂອງຕົນ ນັບແຕ່ໂຊນ A ໂຊນ
B ເພື່ອປ້ອງກັນ ບໍ່ໃຫ້ແອອັດໃນສະໜາມ ແລະ
ບັນຫາໜື່ງທີ່ສຳຄັນຕ້ອງເອົາໃຈໃສ່ຮັກສາເດັກນ້ອຍ
ລູກຫຼານຂອງຕົນເອງໃຫ້ດີ ເພື່ອບໍ່ໃຫ້
ຍ່າງເລາະໄປມາລົບກວນຄົນອື່ນ ຫຼື
ອາດຈະສ້າງຄວາມຫຍຸ້ງຍາກໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບໃນສະໜາມ
ດີທີ່ສຸດ ແມ່ນບໍ່ຢາກໃຫ້ເອົາເດັກໄປນຳ.
*
ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ
04-12-2009 |